Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ວິທີໃຊ້ແອັບ (Application) ທະນາຄານຜ່ານທາງອອນລາຍໃຫ້ປອດໄພຈາກການຖືກແຮັກ (Hack) ລັກເງິນ

ວິທີ​ໃຊ້​ແອັບ (Application) ​ທ​ະນາ​ຄານ​ຜ່ານທາງອອນ​ລາຍ​ ໃຫ້​ປອດ​ໄພຈາກ​ການ​ຖືກ​ແຮັກ​ (Hack) ລັກ​ເງິນ​

ໃນ​ປັດຈຸບັນ​ນີ້​ເຮົາ​ສາມາດກວດສອບ​ຍອດ​ເງິນ​ບັນ​ຊີ​ເງິນ​ຝາກ​, ສັ່ງ​ໂອນ​ເງິນ​ ຫຼື ​ເຕີມ​ເງິນ​ໂທລະສັບມື​ຖື​ ແລະ​ ຊຳ​ລະ​ຄ່າ​ສິນ​ຄ້າ​ຜ່ານ​ທາງ​ແອັບ​ (Application) ທ​ະນາ​ຄານທາງ​ອອນ​ລາຍ​ຜ່ານ​ສະ​ມາ​ດ​ໂຟນ (Smartphone)​ ແຕ່​ກໍ່ຕ້ອງ​ລະ​ມັດ​ລະ​ວັງ​ໃນ​ການ​ຮັກສາ​ບັນ​ຊີ​ອອນ​ລາຍ ເພາະຖ້າ​ຫາກ​ວ່າມີ​ຜູ້​ບໍ່​ຫວັງ​ດີ​ ຫຼື ​ແຮັກ​ເກີ (Hacker)​ ມີລະ​ຫັດ​ຜ່ານ​ຂອງ​ເຮົາ​ ຫຼື ​ໄດ້​ຂໍ້​ມູນ​ລະ​ຫັດ​ຂອງ​ເຮົາ​ ຊຶ່ງ​ປຽບ​ດັ່ງເປັນ​ກະແຈເຮືອນ​ ມາ​ Login ແລ້ວ​ລັກ​ເງິນ​ໃນ​ບັນ​ຊີ​ເຮົາ​ໄປ​ ກໍ່​ເປັນ​ເລື່ອງ​ໃຫຍ່​ໄດ້​ ດັ່ງ​ນັ້ນ,​ ການ​ໃຊ້​ງານ​ແອັບ​ທະ​ນາ​ຄານ​ອອນ​ລາຍ ຄວນ​ຮູ້​ຈັກ​ວິທີ​ປ້ອງ​ກັນ​ການ​ຖືກ​ແຮັກ​ (Hack) ແລະ ​ຮູ້​ວິທີ​ໃຊ້​ງານ​ແອັບ​ຢ່າງ​ປອດ​ໄພ ​ດັ່ງ​ນີ້​:

Article Images: app_use.jpg

ກ່ອນ​ຈະໃຊ້​ງານ​ແອັບ​ທ​ະນາ​ຄານ​ອອນ​ລາຍ

1.  ຄວນ​ຕັ້ງ​ລະ​ຫັດ​ລັອກ​ໜ້າຈໍ​ ສຳລັບ​ການ​ເຂົ້າ​ໃຊ້ມື​ຖື​ ຊຶ່ງ​ເຈົ້າ​ຂອງ​ມື​ຖື​ເທົ່າ​ນັ້ນ​ທີ່​ຮູ້​ລະ​ຫັດ​ມື​ຖື​ຕົວ​ຈິງ​;

2.  ຕັ້ງ​ລະ​ຫັດ​ທີ່​ແຮັກ​ເກີ​ຄາດ​ເດົາ​ໄດ້​ຍາກ​ ແຕ່​ເຮົາ​ຈົດຈຳ​ໄດ້​ດີ;

3.  ຢ່າ​ໂຫຼດ​ແອັບ​ເຖື່ອນ​ ແອັບ​ທາງນອກ​ Store ແລະ​ ແອັບ​ທີ່​ບໍ່​ຮູ້​ຈັກ​ ເພື່ອ​ປ້ອງ​ກັນ​ຈຳພວກ​ແອບ​ແຝງ​ມັລ​ແວ​ (Malware) ລັກ​ຂໍ້​ມູນຕິດມານຳ​;

4.  ໃຊ້​ແອັບ​ກວດ​ສະ​ແກນ​ໄວ​ຣັສ (Virus), ມັລແວ​ ເພື່ອ​ຄວາມ​ປອດ​ໄພ​ຫຼາຍ​ຂຶ້ນ​;

5.  ບໍ່​ໃຊ້​ເຄື່ອງ​ທີ່​ຖືກ​ Root ເຄື່ອງ​ ຫຼື​ JailBreak ເຄື່ອງ​;

6.  ຄວນ​ຈຳ​ກັດ​ວົງ​ເງິນ​ໃນ​ການເຮັດ​ທຸລະ​ກໍາການ​ເງິນ​ອອນ​ລາຍ ປ້ອງ​ກັນ​ແຮັກ​ເກີ​​​ລັກ​ຜ່ານການ​ສັ່ງ​ໂອນ​ເງິນ​ຈຳນວນ​ຫຼາຍ;

7.  ຜູ້​ໃຊ້​ຕ້ອງ​ຮູ້​ວ່າ​ ທາງ​ທະ​ນາ​ຄານ​ບໍ່​ມີ​ນະໂຍບາຍ​ສົ່ງ​ SMS, E-mail ເພື່ອ​ໃຫ້​ດາວ​​ໂຫຼດ​ແອັບ​ ຫຼື ​ເຂົ້າ​ສູ່​ລະບົບ​ຜ່ານ​ທາງ​ອອນ​ລາຍ ຫາກ​ມີ​ Link ໄປ​ເວັບ​ທະ​ນາ​ຄານ​ເພື່ອປ້ອນຂໍ້ມູນ​ ໃຫ້​ຄຳນຶງ​ໄວ້​ກ່ອນ​ວ່າ​ເປັນ​ເວັບ​ໄຊປອມ​.

ຂະນະທີ່ໃຊ້​ງານ​ແອັບ​ທະ​ນາ​ຄານ​ອອນ​ລາຍ

1.  ຫຼັງໃຊ້​ງານສຳເລັດ​ຄວນ​ປ່ຽນ​ລະ​ຫັດ​ຜ່ານ​ຂອງ​ແອັບ​ທະ​ນາ​ຄາ​ນຢ່າງ​ສະໝ່ຳ​ສະເໝີ​;

2.  Logout ຫຼື ​Log off ອອກຈາກ​ລະບົບ​ທຸກ​ຄັ້ງ ຫຼັງ​ຈາກໃຊ້​ບໍລິການ​ທຸລະ​ກຳ​ອອນ​ລາຍຜ່ານ​ມື​ຖື​ສຳເລັດ​ແລ້ວ;

3.  ບໍ່​ຄວນ​ໃຊ້​ Wi-Fi ໃນ​ການເຮັດ​ທຸລະ​ກຳການ​ເງິນ​ ຄວນ​ໃຊ້​ເນັດ​ຜ່ານ​ທາງ​ເຄືອ​ຂ່າຍ​ 3G, 4G ໃນ​ມື​ຖື​ ຈະ​ປອດໄພກວ່າ​;

4.  ໝັ່ນ​ກວດ​ສອບ​ການເຮັດ​ທຸລະ​ກຳ​ອອນ​ລາຍ​ ເຊັ່ນ​: ລາຍ​ການ​ເງິນ​ໂອນ​, ຍອດ​ເງິນ​ຍັງ​ເຫຼືອ​, ຍອດ​ບັດ​ເຄຣ​ດິດ​ (Credit Card) ວ່າ​ມີ​ລາຍ​ການ​ໃດ​ຜິດ​ປົກກະຕິ​ ຫຼື ​ບໍ່​;

5.  ຈົດຈຳ​ເວັບ​ໄຊ​ທະ​ນາ​ຄານ​ທີ່​ເຮົາ​ໃຊ້​ບໍລິການ​ ແລະ ​ພິມ​ URL ຂອງ​ທະ​ນາ​ຄານ​ທີ່​ເຮົາ​ໃຊ້​ບໍລິການ​ໃຫ້​ຖືກ​ຕ້ອງ​;

6.  ຫາກ​ພົບ​ Link ​ທີ່​ໜ້າສົງໄສ​ ໃຫ້​ແຈ້ງ​ຕິດ​ຕໍ່ຫາທະນາ​ຄານ​ທີ່​ທ່ານໃຊ້​ບໍລິການ​.

ເອກະສານອ້າງອີງ: 

  1. https://www.it24hrs.com/2018/mobile-banking-online-banking-app-safety/
  2. https://twitter.com/bankofthailand/status/960339715093344258

Porher 10 March 2020 1754 reads Print