Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

Blockchain ແມ່ນຫຍັງ?

Blockchain ແມ່ນ​ຫຍັງ​?



Blockchain ແມ່ນ​ເຕັກໂນ​ໂລ​ຊີຊ໋ອບແວ​ເປັນ​ເຕັກ​ໂນ​ໂລຊີ​ຊ໋ອບ​ແວ​​ແບບ​ເພຍ​​ທູ​ເພຍ​ (Peer-to-Peer) (ເຊື່ອມ​ຕໍ່​ແບບ​ໂຄງ​ຂ່າຍ​ໂດຍ​ກົງ​ ລະຫວ່າງ​ເຄື່ອງ​ຄອມພິວເຕີ​ (ບໍ່​ມີຄົນກາງ) ທີ່ປົກປ້ອງ​ຂໍ້​ມູນ​ໂດຍ​ທີ່​ບໍ່​ອະນຸຍາດ​ໃຫ້​ໃຜ​ປອມ​ແປງ ຫຼື ​ປ່ຽນ​ໄດ້​ ຫຼາຍ​ທ່ານອາດຈະ​ເຄີຍ​ໄດ້ຍິນ​ວ່າ​ BlockChainຖືກ​ຄິດ​ຄົ້ນ​ຂຶ້ນ​ເພື່ອ​ໃຊ້​ສ້າງ​ສ​ະກຸນ​ເງິນ​ດີ​ຈິ​ຕອນ​ຕ່າງ​ໆ​ ລວມທັງ ບິດ​ຄອຍ (BITCOIN) ແລະ ​ບໍ່​ແມ່ນ​ແຕ່ສະ​ກຸນ​ເງິນ​ດິີຈິ​ຕອນ​ເທົ່າ​ນັ້ນ​ ຍັງມີ​ບໍລິການ​ລາຍ​ເຊັນ​ອອນ​ລາຍ, ຫຸ້ນ​, ເພັງ,​ ຫຼື ​ສິນລະ​ປະ​ຕ່າງ​ໆ,​ ລະບົບ​ລົງ​ຄະ​ແນນ​ ແລະ ​ແອັບ​ພິ​ເຄ​ຊັ່ນ (Applications) ​ອື່ນ​ໆ​ອີກ​ຫຼາຍຢ່າງ​ ເອີ້ນວ່າ​ BlockChain.

ໂດຍ​ທົ່ວ​ໄປ​ເຮົາ​ໃຊ້​ເງິນ​ທີ່​ເຮັດ​ຈາກ​ເຈ້ຍ​ ເມື່ອ​ທ່ານໄດ້ທະນາບັດ 10 ດອນ​ລາ​ ທ່ານກໍ່​ໝັ້ນໃຈ​ໄດ້​ວ່າ​ມັນ​ບໍ່​ແມ່ນ​ຂອງ​ປອມ​ ແຕ່​ຖ້າຫາກ​ມີກ​ານ​ສົ່ງ​ອີ​ເມວ​ມາ​ບອກ​ທ່ານວ່າ​ “ນີ້ແມ່ນ​ເງິນ​ສິບ​ດອນ​ລາ​​” ທ່ານ​ກໍ່​ອາດຈະ​ບໍ່​ເຊື່ອ​ຢ່າງ​ແນ່ນອນ​ ທັງ​​ທີ່​ເວລາ​ເຮົາ​ “ໂອນ​ເງິນ​” ໂດຍ​ໃຊ້​ຕູ້​ເອ​ທີ​ເອັມ (ATM)​ ຫຼື ​ຈ່າຍ​ເງິນ​ຜ່ານ​ບັດ​​ ເຮົາ​ກໍ່​ໃຊ້​ວິທີ​ການ​ແບບ​ດຽວ​ກັນ​​ ເປັນ​ການ​ສົ່ງ​ເງິນ​ຜ່ານ​ທາງ​ຂໍ້ຄວາມ​ດີຈິຕອນ.

ເພື່ອ​ເຮັດໃຫ້​ໝັ້ນໃຈ​ວ່າ​ບໍ່​ມີ​ໃຜ​ໂກງ​ ຫຼື ​ສົ່ງ​ເງິນ​ທີ່​ພວກ​ເຂົາ​ບໍ່​ມີ​ຢູ່​ຈິງ​ອອກ​ໄປ​ “ຂໍ້ຄວາມ​” ພວກ​ນີ້​ຕ້ອງ​ເດີນທາງ​ຜ່ານ​ທ​ະນາ​ຄານ​ທີ່​ເຊື່ອ​ຖື​ ຊຶ່ງ​ການ​ໂອນ​ເງິນ​ແຕ່​ລະ​ເທື່ອ​ຈະ​ລົງ​ບັນ​ທຶກ​ທຸກ​ຢ່າງ​ເອົາ​ໄວ້​ ພວກ​ເຂົາ​ຈຶ່ງ​ຮູ້​ ວ່າ​ໃຜ​ມີ​ເງິນ​ຫຼາຍ​ເທົ່າໃດ ​ແລະ​ ຫັກ​ອອກ​ໄປ​ໄດ້​ຢ່າງ​ຖືກ​ຕ້ອງ​ຈາກ​ທຸກ​ໆ​ທຸລະກຳທີ່ເກີດຂື້ນ​ ແຕ່​ລາ​ຄາ​ຂອງ​ບໍລິການ​ກໍ່​ຈັດ​ວ່າ​ສູງ​ຫຼາຍ​ ເນື່ອງ​ຈາກ​ມີ​ທຸລະ​ກຳ​ເກີດ​ຂຶ້ນ​ເປັນລ້ານ​ທົ່ວ​ໂລກ​ໃນ​ທຸກ​ໆ​ນາ​ທີ​.


ເນື່ອງຈາກ​ BlockChain ເຮົາ​ສາມາດ​ປະ​ຢັດ​ຕົ້ນ​ທຶນ​ຄ່າ​ບໍລິການ​ຂອງ​ທ​ະນາ​ຄານ​ ເຮັດໃຫ້​ການ​ສົ່ງ​ເງິນ​ຄື​ກັບ​ການ​ສົ່ງ​ອີ​ເມວ​ ແທນ​ທີ່​ຈະ​ສົ່ງ​ຂໍ້​ມູນ​ທຸລະ​ກຳ​ຈຳນວນ​ຫຼາຍ​ຜ່ານ​ເ​ຊີ​ເວີບໍ່ເທົ່າໃດເຄື່ອງ,​ BlockChain ໃຊ້​ຄອມພິວເຕີ​ສ່ວນ​ບຸກ​ຄົນ​ຫຼາຍ​ພັນ​ເຄື່ອງ​ໃນອິນ​ເຕີ​​ເນັດ​ ໂດຍ​ທຸກ​ໆ​ລາຍ​ການ​ຈະ​ຖືກ​ສຳເນົາ ​ແລະ ​ກວດ​ສອບ​ສົມທຽບ​ກັນ​ ລະຫວ່າງ​ ຄອມພິວເຕີ​ທຸກ​ເຄື່ອງ​ ໃນ​ລະບົບປຶ້ມບັນ​ຊີ​ທີ່​ເອີ້ນວ່າ​ ເລດ​ເຈີ​ (Ledger)​ ຊຶ່ງ​ເຮັດໃຫ້​ມີ​ຄວາມ​ປອດ​ໄພ.

BlockChain ບໍ່​ພຽງແຕ່​ເຮັດໃຫ້​ເຮົາ​ສ້າງ​ສ​ະກຸນ​ເງິນ​ອອນ​ລາຍ​ທີ່ປອດໄພ​ໄດ້​ເທົ່າ​ນັ້ນ​ ຈາກ​ຄຸນສົມບັດ​ຂອງ​ BlockChain ມີ​ຄວາມ​ປອດໄພ​ສູງ​ໃນ​ການ​ຈັດ​ເກັບ​ຂໍ້​ມູນ​ ເຮັດໃຫ້​ຫຼາຍ​ອຸດສາຫະກຳ​ເລີ່ມ​ເອົາ​ເຕັກ​ໂນ​ໂລ​ຊີ​ BlockChain ມາປະ​ຍຸກໃຊ້​ ເຊັ່ນ​: ບັດ​ປະຊາຊົນ​ອອນລາຍ​, ບັດລົງ​ຄະ​ແນນ​ສຽງ​, ຫນັງສື​ຄ້ຳ​ປະ​ກັນ,​ ສັນຍາ​, ສະໂນດ​ທີ່​ດິນ​ ແລະ​ “ເຄື່ອງ​ມື​ທາງ​ກົດ​ໝາຍ​” ອື່ນ​ໆ​ອີກ​ຫຼາຍ​ຢ່າງ. BlockChain ປ່ຽນ​ຮູບແບບໃນ​ການເຮັດ​ທຸລະກິດ​ ປ່ຽນ​ຮູບແບບ​ການ​ໃຊ້​ຊີວິດ​ໃນ​ການ​ແລກ​ປ່ຽນ​ຄ່າ​ Value Exchange ເຊັ່ນ​: ສະໂໜ​ດ​ທີ່​ດິນ​, ບັດ​ປະຊາຊົນ​ ກໍ່​ສາມາດ​ໃຊ້​ເຕັກ​ໂນ​ໂລ​ຊີ​ Block Chain ໄດ້​ ແລະ​ ຊ່ວຍຫຼຸດເຈ້ຍ​ ມີ​ຄວາມ​ປອດ​ໄພ ​ແລະ​ ​ໜ້າ​ເຊື່ອ​ຖື​ສູງ​ ເພາະ​ບັນ​ທຶກ​ຕະຫຼອດ​ຕັ້ງ​ແຕ່​ຕົ້ນ ​ທຸກ​ເທື່ອ​ທີ່​ໂອນຍ້າຍ​ປ່ຽນ​ເຈົ້າ​ຂອງ​.


ຮູບພາບປະກອບຈາກ pwc.com

ເອກະສານອ້າງອີງ: 

  1. https://www.it24hrs.com/2018/block-chain-what-is-blockchain/

Porher 11 May 2018 5637 reads Print