Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

SMS OTP ແມ່ນຫຍັງ? ພ້ອມເຕືອນໄພຖ້າຫາກໄດ້ຮັບຂໍ້ຄວາມບໍ່ຮູ້ແຫຼ່ງທີ່ມາ

SMS OTP ແມ່ນຫຍັງ? ພ້ອມເຕືອນໄພຖ້າຫາກໄດ້ຮັບຂໍ້ຄວາມບໍ່ຮູ້ແຫຼ່ງທີ່ມາໃນ​ຍຸກ​ທີ່​ການ​ສື່​ສານ​ມີ​ຄວາມສະດວກ​ສະບາຍ​ ບັນດາ​ມິດ​ສາ​ຊີບ​ທັງ​ຫຼາຍ​​ຈຶ່ງ​ມັກ​ອາໄສ​ຊ່ອງ​ທາງ​ດັ່ງ​ກ່າວ​ເພື່ອ​ຫຼອກລວງ​ເຫຍື່ອ.​ ດັ້ງ​ນັ້ນ, ​ການກໍາເນີດ​ SMS OTP ຂຶ້ນ​ມາ​ ຈຶ່ງ​ຊ່ວຍ​ເພີ່ມ​ຄວາມ​ປອດໄ​ພ​ໃນ​ທຸກ​ໆທຸລະກຳ​ຂອງ​ທ່ານ​ໄດ້​ໃນ​ລະ​ດັບ​ໜຶ່ງ​ ແຕ່​ເນື່ອງຈາກຜູ້ບໍ່ຫວັງດີ​ເຫຼົ່າ​ນີ້​ກໍ່​ພະຍາຍາມ​ຫາ​ວິທີ​ພັດທະນາ​ກົນ​ໂກງ​ແບບ​ບໍ່​ຈົບບໍ່​ສິ້ນ​ ຈຶ່ງ​ຢາກ​ນຳ​ເອົາ​ການເຕືອນ​ໄພຍຕ່າງ​ໆ​ມາ​ບອກ​ໃຫ້​ທຸກທ່ານຮັບ​ຮູ້​ ​ໃນ​ກໍລະນີ​ທີ່​ທ່ານ​ໄດ້ຮັບ​ຂໍ້ຄວາມ​ໂດຍ​ບໍ່​ຮູ້​ແຫຼ່ງ​ທີ່​ມາ​.

SMS OTP ແມ່ນ​ຫຍັງ?​

ລະຫັດ​ OTP ຫຼື​ One Time Password ຄື​ຊຸດ​ລະ​ຫັດ​ຜ່ານ​ທີ່​ໃຊ້​ງານ​ພຽງ​ເທື່ອ​ດຽວ​ ມີ​ຂຶ້ນ​ເພື່ອ​ຄວາມ​ປອດ​ໄພ​ໃນ​ການເຮັດ​ທຸລະກໍາ​ອອນ​ລາຍ​ ອາດຈະຖືກ​ສົ່ງ​ຜ່ານ​ອີ​ເມວ ​ຫຼື ​ຂໍ້ຄວາມ​ ຂອງ​ເບີ​​ໂທລະ​ສັບ ອາດຈະເປັນຕົວເລກລ້ວນໆ ຫຼື ມີຕົວອັກສອນເພີ່ມຕື່ມ ​ເພື່ອ​ໃຫ້​ຜູ້​ໃຊ້​ງານ​ນຳ​ລະ​ຫັດ​ OTP ໄປ​ຢືນຢັນ​ຕົວ​ຕົນ​ ວ່າ​ທ່ານ​ເປັນ​ຄົນທີ່​ເຮັດ​ທຸລະກໍາອອນ​ລາຍໃນຕອນ​ນັ້ນ.​

ປະໂຫຍດ​ຂອງ​ OTP

ປະໂຫຍດ​ສຳຄັນຂອງ OTP ແມ່ນເພື່ອໃຫ້​ຜູ້​ໃຊ້​ບໍລິການ​ທຸກ​ຄົນ​ມີ​ຄວາມ​ປອດ​ໄພໃນການນໍາໃຊ້ລະບົບອອນລາຍຕ່າງໆ ໂດຍສະເພາະລະບົບທີ່ເປັນທຸລະກໍາທາງການເງິນອອນລາຍ (Online Banking), ໃຊ້ໃນການ​ຢືນຢັນ​​ວ່າ​ສິ່ງ​ທີ່​ກຳ​ລັງເກີດ​ຂຶ້ນ​ກັບ​ບັນຊີ​ ຫຼື ​ຂໍ້​ມູນ​ສະເພາະ​ຕ່າງ​ໆ​ ໃນລະບົບ ເປັນການດໍາເນີນການ​ຂອງ​ເຈົ້າຂອງບັນຊີ​ນັ້ນ​ຈິງ​ ບໍ່​ແມ່ນ​ຜູ້ບໍ່ຫວັງດີທີ່ກໍາລັງພະຍາຍາມນໍາໃຊ້ລະບົບເພື່ອດຳເນີນການສິ່ງໃດໜຶ່ງ.​ 

ຈະ​ມີລະ​ຫັດ​ OTP ສົ່ງ​ມາ​ເນື່ອງ​ຈາກ​ການ​ໃຊ້​ງານ​ຫຍັງ​ແດ່?

ລະຫັດ​ OTP (ໂດຍທົ່ວໄປຈະເປັນ OTP 6 ຫຼັກ) ທີ່​ສົ່ງ​ມາ​ເຂົ້າ​ໃນ​ອີ​ເມວ ​ຫຼື ເບີ​ໂທລະ​ສັບ​ຂອງ​ທ່ານ​ເພື່ອ​ຢືນຢັນ​ຕົວ​ຕົນ. ​ດັ່ງ​ນັ້ນ​, ການ​ທີ່ຈະຂໍລະ​ຫັດ​ OTP ​ໄດ້ ​ຕ້ອງ​ຜ່ານ​ການໃຊ້ງານທຸລະກໍາອອນລາຍຕ່າາງ​ໆ​ດັ່ງຕໍ່ໄປນີ້:​

  • ມີລະຫັດ​ OTP ສົ່ງ​ມາ​ ເມື່ອ​ຈະ​ຊື້​ເຄື່ອງ​ອອນລາຍ​ດ້ວຍ​ບັດ​​ເຄຣ​ດິດ​;
  • ມີລະ​ຫັດ​ OTP ສົ່ງ​ມາ ​ເມື່ອ​ຈະ​ເຂົ້າ​ເຮັດທຸລະກໍາອອນລາຍ (Internet Banking ຫຼື​ Mobile Banking);
  • ມີລະຫັດ​ OTP ສົ່ງ​ມາ ​ເມື່ອ​ຈະ​ເຂົ້າ​ໃຊ້​ງານ​ແອັບ​ພິເຄ​ຊັ່ນ​.

ສ່ວນ​ຫຼາຍ​​ຈະ​ຂໍລະຫັດ​ OTP ໃຫ້​ສົ່ງ​ຜ່ານ​ເບີ​​ໂທລະ​ສັບ​ຫຼາຍກວ່າ​ອີ​ເມວ ​ເພາະ​ສະ​ດວກ​ກວ່າ​ ແລະ ​ເບີ​​ມື​ຖື​ສ່ວນ​ຕົວ​ກໍ​່ຖືກ​ຜູກ​ໄວ້​ກັບ​ແອັບ​ພິ​ເຄ​ຊັ່ນ​​ຫຼາກຫຼາຍ.



ຕົວຢ່າງຂໍ້ຄວາມທີ່ສົ່ງລະຫັດ OTP ມາໃຫ້

ລະຫັດ​ OTP ​ມີ​ອາ​ຍຸ​ຈັກ​ມື້​ ລືມ​ລິຫັດ​ OTP ຄວນເຮັດແນວໃດ?

ລະຫັດ​ OTP ​ມີ​ອາ​ຍຸ​ບໍ່ຮອດ​ໜຶ່ງ​ມື້​​ ເພາະ​ສາມາດ​ໃຊ້​ລະ​ຫັດ​ OTP ​ໄດ້​ພຽງແຕ່​ 3-5 ນາ​ທີ​ ຫຼັງ​ຈາກ​ທີ່​ໄດ້ຮັບ​ຂໍ້ຄວາມ​ແລ້ວ​, ຫຼັງ​ຈາກ​ນັ້ນ ​ລະ​ຫັດ​ OTP ຈະ​ໝົດ​ອາ​ຍຸທັນ​ທີ​ ຊ່ວຍ​ໃຫ້​ບໍ່​ຕ້ອງ​ຈົດ​ຈຳ​ລະຫັດ​ຜ່ານ​ ໃຊ້​ພຽງແຕ່​ເທື່ອ​ດຽວ​​ ​ເພື່ອ​ປ້ອງ​ກັນ​ການ​ນຳ​ລິ​ຫັດ​ OTP ໄປ​ໃຊ້​ໂຈລະກຳ​ຂໍ້​ມູນ​ຂອງ​ເຈົ້າ​ຂອງ​ບັນ​ຊີ​.

ດັ່ງ​ນັ້ນ​, ຖ້າຫາກວ່າ​ພາຍ​ໃນ​ 3-5 ນາ​ທີ​ ທ່ານປ້ອນລະ​ຫັດ​ OTP ບໍ່​ທັນ​ ສາມາດ​ກົດ​ຂໍລະ​ຫັດ​ OTP ​ໄດ້​ອີກ​ຄັ້ງ​ເພາະ​ 1 ລະ​ຫັດ​ໃຊ້​ໄດ້​ພຽງແຕ່​ 1 ຄັ້ງ​ເທົ່າ​ນັ້ນ​ ທ່ານ​ຈຶ່ງ​ບໍ່​ຕ້ອງ​ຈົດຈໍາລະ​ຫັດ​ OTP ​ຄືກັບລະ​ຫັດ​ອື່ນ​ໆ​ ທີ່​ຕ້ອງ​ເຂົ້າ​ໃຊ້​ງານ​ເປັນ​ປະຈຳ​ ເພາະ​ໃຊ້​ພຽງແຕ່​ເທື່ອ​ດຽວ ​​ກໍ່​ເພື່ອ​ປ້ອງ​ກັນ​ການ​ຖືກ​ໂຈລະ​ກຳ​ນັ້ນ​ເອງ​.

ເຕືອນໄ​ພ​ການ​ໄດ້ຮັບ​ຂໍ້ຄວາມ OTP ໂດຍ​ບໍ່​ຮູ້​ແຫຼ່ງ​ທີ່​ມາ​

ບາງຄັ້ງ​ທ່ານ​ອາດຈະ​ໄດ້ຮັບ​ຂໍ້ຄວາມ OTP ເທິງ​ມື​ຖື​ຂອງ​ຕົນເອງ​ໂດຍ​ບໍ່​ຮູ້​ວ່າ​ມາ​ຈາກ​ໃສ​ ເພາະ​ບໍ່​ໄດ້​ເຮັດ​ທຸລະກໍາ ​ຫຼື ​ສະໝັກ​ສະມາຊິກ​​ ໃດໜຶ່ງ​ ຊຶ່ງ​ສະແດງ​ໃຫ້​ເຫັນ​ວ່າ​ອາດຈະ​ກຳ​ລັງ​ມີ​ມິດ​ສາ​ຊີບ​ພະຍາຍາມ​ເຂົ້າ​ສູ່​ບັນ​ຊີ​ ຫຼື ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ ເຮັດ​ໃຫ້​ມີ​ການ​ສົ່ງ​ຂໍ້ຄວາມ​ນີ້​ເຂົ້າ​ມາ​ຈາກ​ການ​ທີ່​ທ່ານ​ໄດ້​ລົງ​ທະ​ບຽນ​ເບີ​ໂທລະ​ສັບ​ເອົາ​ໄວ້​ ສິ່ງ​ທີ່​ຄວນ​ເຮັດ​ຫຼາຍ​ທີ່ສຸດ​ຄື​ ເຖິງແທ່ນວ່າແມ່ນ​ໃຜ​ມາສອບ​ຖາມ​ ຫຼື ​ລໍ້ລວງ​ ດ້ວຍ​ວິທີ​ໃດ​ກໍ່​ຕາມ ​ຫ້າມບອກ​ຕົວ​ເລກ​ OTP ເຫຼົ່າ​ນັ້ນ​ເດັດ​ຂາດ​  ເຖິງແມ່ນວ່າ​ຈະ​ເປັນ​ຄົນ​ຮູ້​ຈັກ​ກໍ່​ຕາມ​​ ໂດຍ​ສະເພາະ​ບັນດາ​ແອັບ​ພິ​ເຄ​ຊັ່ນ​ ຫຼື ​ເວັບ​ໄຊ​ທະ​ນາ​ຄານ​, ສື່ສັງຄົມອອນລາຍ (Social Media), ການຄ້າອີເລັກໂຕຣນິກ (E-Commerce) ທັງ​ຫຼາຍ​ ຫາກ​ບໍ່​ແມ່ນ​ຕົນເອງ​ທີ່​ກຳ​ລັງ​ເຮັດ​ທຸລະ​ກຳ​ກໍ່ຕ້ອງ​ສົນໃຈ.​

ມີລະ​ຫັດ​ OTP​ສົ່ງ​ມາ​ ຄວນເຮັດແນວໃດ ເພື່ອ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ໂຈນ​ອອນ​ລາຍ​

ວິທີ​ປ້ອງ​ກັນ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ມິດ​ສາ​ຊີບ​ອອນ​ລາຍມີຄື:

  • ຖ້າ​ມີ​ລິ້ງ​​ແນບ​ມາ​ໃນ​ກ່ອງ​ຂໍ້ຄວາມ​ (SMS) ເຊັ່ນ​: ໃຫ້​ປ້ອນລະ​ຫັດ​ OTP 6 ຫຼັກ​, ບໍ່ຄວນ​ຫຼົງ​ເຊື່ອ​ເດັດ​ຂາດ​ ເພາະ​ນີ້​ຄື​ລິ້ງ​ທີ່​ຈະ​ນຳ​ໄປ​ສູ່​ການ​ໂຈລະກຳ​ຂໍ້​ມູນ​ອອນ​ລາຍ​ຂອງ​ທ່ານ​ ໃຫ້​ກົດ​ລຶບໂດຍ​ບໍ່​ຕ້ອງ​ສົນ​ໃຈ​;
  • ເມື່ອ​ບໍ່​ແນ່​ໃຈ​ວ່າ​ບຸກ​ຄົນ​ທີ່​ໂທ​ມາ​ເປັນ​ທະ​ນາ​ຄານ​ແທ້ບໍ່ ຫຼື ​ຮູ້​ຕົວ​ວ່າ​ບໍ່​ໄດ້​ເຮັດ​ທຸລະ​ກຳ​ລາຍຫຍັງ​ໄວ້​ ຢ່າ​ໃຫ້​ຂໍ້​ມູນ​ສ່ວນ​ຕົວ​ເດັດ​ຂາດ​ ເພາະ​ຂໍ້​ມູນ​ສ່ວນ​ຕົວສາມາດ​ນຳ​ໄປ​ຕໍ່ຍອດໃນ​ການ​ໂຈລະ​ກຳ​ຂໍ້​ມູນ​ໄດ້​;
  • ຖ້າຫາກ​ໃຊ້​ທຸລະກຳ​ອອນ​ລາຍ​ເປັນ​ປະຈຳ​ ຄວນ​ທີ່​ຈະ​ເປີດ​ບໍລິການ​ແຈ້ງ​ເຕືອນ​ ເພື່ອ​ກວດ​ສອບ​ຄວາມ​ເຄື່ອນ​ໄຫວ​ຂອງ​ບັນ​ຊີ​ຢູ່​ຕະຫຼອດ​ເວລາ​ ເຊັ່ນ​: ເມື່ອ​ມີ​ການ​ໂອນ​ເງີນ​ເຂົ້າ​-ອອກ​ ລະບົບທຸລະກໍາອອນລາຍ​ (Mobile Banking) ກໍ່​ຈະ​ແຈ້ງ​ເຕືອນ​ ຫຼື ​ຄຸນສົມບັດ​ອື່ນ​ໆ​ ທີ່ທະນາ​ຄານ​ນັ້ນ​ມີ​ ເຊັ່ນ​: ສົ່ງຂໍ້ຄວາມ​ (SMS) ແຈ້ງ​ເຕືອນ​, ອີ​ເມວ​ ເປັນ​ຕົ້ນ​;
  • ເມື່ອ​ຫຼົງ​ເຊື່ອ​ໄປ​ແລ້ວ​ວ່າ​ບຸກ​ຄົນ​ທີ່​ໂທ​ມາຂໍ​ເລກ​ OTP 6 ຫຼັກ ​ເປັນ​ເຈົ້າ​ຫນ້າທີ່​ຈາກ​ທະ​ນາ​ຄານ​ ໃຫ້​ຮີບ​ຕິດ​ຕໍ່​ເຈົ້າ​ຫນ້າທີ່​ທ​ະນາ​ຄານ​ຕົວ​ຈິງ​ເພື່ອປ່ຽນ​ລະ​ຫັດ​ ຫຼື ​ປິດກັ້ນຂໍ້​ມູນ​ ເພື່ອ​ບໍ່​ໃຫ້​ມິດ​ສາ​ຊີບ​ອອນ​ລາຍສາມາດ​ໂຈນ​ກຳ​ຂໍ້​ມູນ​ໄດ້​ອີກ​

 

ເອກະສານອ້າງອີງ:

  1. https://www.thaibulksms.com/blog/post/receive-sms-otp-from-unknown-sources/
  2. https://www.tidlor.com/th/article/lifestyle/what-is-otp-code

ລາຍການຮູບ

Meesaisak 19 June 2023 1,091 Print