Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

Google Chrome ລົບ extensions ອັນຕະລາຍ ທີ່ມີການຕິດຕັ້ງໄປແລ້ວຫຼາຍກວ່າ 75 ລ້ານເທື່ອ! ອອກຈາກ Web Store

Google Chrome ລົບ extensions ອັນຕະລາຍ ທີ່ມີການຕິດຕັ້ງໄປແລ້ວຫຼາຍກວ່າ 75 ລ້ານເທື່ອ! ອອກຈາກ Web Store

Google Chrome ໄດ້​ລົບ extensions ທີ່​ເປັນ​ອັນຕະລາຍ 32 ລາຍ​ການ ອອກຈາກ Web Store ທີ່​ອາດ​ມີ​ການ​ປ່ຽນ​ແປງ​ຜົນ​ການ​ຄົ້ນ​ຫາ ແລະ ​ສະແດງ​ສະ​ແປມ ຫຼື ໂຄສະນາທີ່​ບໍ່​ຫວັງດີ ລວມ​​ມີຍ​ອດການ​ດາວ​ໂຫຼດ​ສູງ​ເຖິງ​ 75 ລ້ານ​ເທື່ອ!.

ນັກ​ວິ​ໄຈດ້ານ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ Wladimir Palant ວິ​ເຄາະ extension PDF Toolbox (ດາ​ວ​​ໂຫຼດ 2 ລ້ານ​ເທື່ອ) ຈາກ Web Store ແລະ ​ພົ​ບວ່າ​ມີ​ໂຄ້ດ​ປອມ​ແປງ​ເປັນ Wrapper API ຊຶ່ງໄດ້​ອະນຸຍາດ​ໃຫ້​ໂດ​ເມນ "serasearchtop[.]com" ສາມາດ​ນໍາໃຊ້ JavaScript injection ໃນ​ເວັບ​ໄຊ​ທີ່​ຜູ້​ໃຊ້​ງານ​ເຂົ້າໄດ້.

ໂດຍ​ມີ​ຄວາມ​ສາມາດ​ໃນ​ການ​ແຊກໂຄສະນາ​ລົງ​ໃນ​ໜ້າ​ເວັບ​ໄປ​ຈົນ​ເຖິງ​ການ​ລັກ​ຂໍ້​ມູນ​ທີ່​ມີ​ຄວາມ​ສຳຄັນ ແຕ່ Palant ກໍ່ຍັງ​ບໍ່​ພົບ​ພຶດຕິກຳ​ທີ່​ເປັນ​ອັນຕະລາຍ​ອື່ນໆ.

Palant ໄດ້​ອອກ​ແຈ້ງ​ເຕືອນ​ວ່າ​ໄດ້​ຄົ້ນ​ພົບ​ໂຄ້​ດ​ທີ່​ໜ້າສົງໄສ​ແບບ​ດຽວ​ກັນ​ໃນ Chrome extensions ອີກ 18 ລາຍ​ການ ຄື:

  • Autoskip for Youtube – ຜູ້​ໃຊ້​ງານ 9 ລ້ານ​ລາຍ
  • Soundboost – ຜູ້​ໃຊ້​ງານ 6.9 ລ້ານ​ລາຍ
  • Crystal Ad block – ຜູ້​ໃຊ້​ງານ 6.8 ລ້ານ​ລາຍ
  • Brisk VPN – ຜູ້​ໃຊ້​ງານ 5.6 ລ້ານ​ລາຍ
  • Clipboard Helper – ຜູ້​ໃຊ້​ງານ 3.5 ລ້ານ​ລາຍ
  • Maxi Refresher – ຜູ້​ໃຊ້​ງານ 3.5 ລ້ານ​ລາຍ


Avast
 ບໍລິສັດ​ດ້ານ​ຄວາມ​ປອດໄ​ພທາງ​ໄຊ​ເບີ​ລາຍ​ງານວ່າ extensions ນີ້​ໄປ​ຫາ Google ຫຼັງ​ຈາກ​ການຢືນຢັນ​ລັກສະນະ​ທີ່​ເປັນ​ອັນຕະລາຍແລ້ວ ແລະ​ ໄດ້ຂະຫຍາຍ​ລາຍ​ການອອກ​ເປັນ 32 ລາຍ​ການ ໂດຍລວມ​ແລ້ວ​ມີ​ການ​ຕິດ​ຕັ້ງ​ເຖິງ 75 ລ້ານ​ເທື່ອ, extensions ນີ້​ເປັນ adware ທີ່​ປ່ຽນ​ຜົນ​ການ​ຄົ້ນ​ຫາ ​ເພືອ​ສະແດງ​ລີ້ງ​ໂຄສະນາ ບາງເທື່ອ​ສະແດງ​ລີ້ງ​ທີ່​ເປັນ​ອັນຕະລາຍດ້ວຍ.

ໂຄສົກຂອງ Google Chrome ລະ​ບຸ​ວ່າ "extensions ທີ່​ຖືກ​ລາຍ​ງານ​ວ່າ​ເປັນ​ອັນຕະລາຍໄດ້​ຖືກ​ລົບ​ອອກຈາກ Web Store ແລ້ວ".

ແຕ່​ການ​ລົບ extensions ອອກຈາກ Web Store ບໍ່​ໄດ້​ເປັນ​ການ​ປິດ​ໃຊ້​ງານ ຫຼື ​ຖອນ​ການ​ຕິດ​ຕັ້ງ extensions ຈາກບຣາວເຊີ​ໂດຍອັດ​ຕາໂນ​ມັ​ດ ດັ່ງ​ນັ້ນ​ຜູ້​ໃຊ້​ງານ​ຈຶ່ງ​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ການ​ຖອນ​ການ​ຕິດ​ຕັ້ງ​ດ້ວຍ​ຕົນເອງ.

ເອກະສານອ້າງອີງ:

  1. https://www.i-secure.co.th/2023/06/google-chrome-%e0%b8%a5%e0%b8%9a-extensions-%e0%b8%ad%e0%b8%b1%e0%b8%99%e0%b8%95%e0%b8%a3%e0%b8%b2%e0%b8%a2%e0%b8%97%e0%b8%b5%e0%b9%88%e0%b8%a1%e0%b8%b5%e0%b8%81%e0%b8%b2%e0%b8%a3%e0%b8%95%e0%b8%b4/
  2. https://palant.info/2023/05/31/more-malicious-extensions-in-chrome-web-store/

ລາຍການຮູບ

Porher 14 June 2023 590 Print