Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

09 ສັນຍານທີ່ບົ່ງບອກວ່າ ໂທລະສັບມືຖື (Smartphone) ຂອງທ່ານມີໄວຣັດ

ໃນປັດຈຸບັນ ໂທລະສັບມືຖື (Smartphone) ໄດ້ກາຍເປັນປັດໃຈທີ 05 ແລະ ເປັນສິ່ງຈໍາເປັນຂອງຄົນເຮົາໄປແລ້ວ ແຕ່ໜ້າເສຍດາຍທີ່ອຸປະກອນເຫຼົ່ານີ້ຫຼາຍເພີ່ມຂຶ້ນເທົ່າໃດ ການໂຈມຕີຂອງມັນແວກໍ່ຍິ່ງພັດທະນາ ແລະ ເພີ່ມຂຶ້ນເປັນເງົາຕາມຕົວເຊັ່ນກັນ ແລະ ສາມາດສ້າງຄວາມເສຍຫາຍໄດ້ຢ່າງຄາດບໍ່ເຖິງ ຈຶ່ງຈໍາເປັນຢ່າງຍິ່ງ ທີ່ທຸກຄົນຄວນຈະຕ້ອງຮູ້ສັນຍານທີ່ບອກວ່າໂທລະສັບມືຖື ທີ່ຕົນເອງໃຊ້ນັ້ນໄດ້ຕິດໄວຣັດແລ້ວ ໄວຣັດເຮັດໃຫ້ໂທລະສັບມືຖືຮຸ່ນ  ໃໝ່ທີ່ເຮົາໃຊ້ມີບັນຫາ ແລະ ຕົກຢູ່ໃນຄວາມສ່ຽງ ເຊັ່ນ: ການລັກຂໍ້ມູນສ່ວນຕົວ, ຄ່າໂທລະສັບເພີ່ມຂຶ້ນຫຼາຍ ແລະ ເຮັດໃຫ້ແອັບພິເຄຊັ່ນຕ່າງໆ ໃຊ້ງານບໍ່ໄດ້ ແຕ່ຍັງໂຊກດີທີ່ເຮົາມີວິທີສັງເກດໄດ້ວ່າ ໂທລະສັບມືຖືຂອງເຮົາຖືກໄວຣັດໂຈມຕີແລ້ວ ຫຼື ຍັງ:

1ແບັດເຕີຣີ (Battery) ໝົດໄວກວ່າປົກກະຕິ

ໂທລະສັບມືຖືຮຸ່ນໃໝ່ໆມີແບັດເຕີຣີທີ່ທົນທານ ແລະ ເກັບພະລັງງານໄດ້ຫຼາຍກວ່າຮຸ່ນເກົ່າຫຼາຍເທົ່າ ບາງຮຸ່ນສາມາດໃຊ້ງານໄດ້ເຖິງ 2 ມື້ ຕໍ່ການສາກພຽງຄັ້ງດຽວ ຫາກທ່ານເລີ່ມສັງເກດເຫັນວ່າແບັດເຕີຣີ ໝົດໄວກວ່າເກົ່າ ໂທລະສັບມືຖື ນັ້ນອາດຈະຕິດໄວຣັດ ຫຼື ມັນແວ, ໄວຣັດສ່ວນຫຼາຍເມື່ອຕິດແລ້ວ ມັນຈະເຮັດວຽກຢ່າງໜັກ ແລະ ຕະຫຼອດເວລາຢູ່ເບື້ອງຫຼັງ ຈະສົ່ງຜົນໃຫ້ແບັດເຕີຣີ່ໝົດໄວ, ຂໍ້ດີຂອງສັນຍານນີ້ກໍ່ຄື ເຮັດໃຫ້ທ່ານສັງເກດ ແລະ ກວດພົບການຕິດໄວຣັດຂອງໂທລະສັບມືຖືໄດ້;

2. ມີບັນຫາຕິດຂັດ ແລະ ມືຖືດັບໃນລະຫວ່າງການໂທ ຫຼື ກຳລັງໃຊ້ງານຢູ່

ຖ້າຫາກສາຍຫຼຸດປະຈໍາໃນລະຫວ່າງລົມໂທລະສັບ ຫຼື  ເກີດການຫຍຸດສະຫງັກ, ໂທລະສັບມືຖືດັບໃນລະຫວ່າງການສົນທະນາ ຊຶ່ງເປັນສັນຍານເຕືອນໃຫ້ຄວນເລີ່ມລະວັງໄວ້ ໂດຍປົກກະຕິທ່ານອາດພົບກັບບັນຫາກ່ຽວກັບ ການເຊື່ອມຕໍ່ສັນຍານ ຫຼື ຜູ້ໃຫ້ບໍລິການຂອງທ່ານ ຊຶ່ງຖ້າສະພາບອາກາດບໍ່ເໝາະສົມ ກໍ່ອາດຈະສົ່ງຜົນກະທົບຕໍ່ການໂທລະສັບໄດ້ເຊັ່ນກັນ ແຕ່ຖ້າຫາກສະຖານະການນີ້ເກີດຂຶ້ນຫຼາຍຄັ້ງຊໍ້າກັນ ອາດຈະເກີດມາຈາກໂທລະສັບມືຖືມີໄວຣັດ ເພາະໄວຣັດຫຼາຍຕົວທີ່ສົ່ງຜົນກະທົບຕໍ່ການຮັບສາຍ ແລະ ໂທອອກໄດ້ເຊັ່ນກັນ;

3. ມີສາຍໂທອອກ ໂດຍທີ່ທ່ານບໍ່ໄດ້ເປັນຄົນໂທ

ທ່ານຄວນສົງໄສ ຖ້າທ່ານເລີ່ມສັງເກດເຫັນວ່າ ມີສາຍໂທອອກ ທີ່ທ່ານບໍ່ໄດ້ເປັນຄົນໂທ ຫຼື ມີການສົ່ງຂໍ້ຄວາມໂດຍທີ່ທ່ານບໍ່ໄດ້ເປັນຄົນສົ່ງ ຊຶ່ງຖ້າຫາກທ່ານໝັ້ນໃຈວ່າ ບໍ່ມີໝູ່ເພື່ອນ ຫຼື ຄົນໃນຄອບຄົວ ນໍາໃຊ້ໂທລະສັບມືຖື ຂອງທ່ານຢ່າງແນ່ນອນ ສະແດງວ່າມີຄວາມເປັນໄປໄດ້ສູງທີ່ໂທລະສັບມືຖື ຂອງທ່ານອາດຈະຕິດໄວຣັດ, ໄວຣັດບາງຕົວຖືກສ້າງຂຶ້ນມາສະເພາະສົ່ງຂໍ້ຄວາມ ແລະ ໂທອອກໄດ້ດ້ວຍຕົວເອງ ຊຶ່ງວິທີນີ້ກໍ່ຄືການແຜ່ໄວຣັດໄປຫາໂທລະສັບມືຖືເຄື່ອງອື່ນໆ. ດັ່ງນັ້ນ, ວິທີສັງເກດກໍ່ຄື ຫາກວ່າໝູ່ເພື່ອນຂອງທ່ານໄດ້ຮັບຂໍ້ຄວາມຂີ້ເຫຍື້ອ (Spam) ທີ່ໜ້າສົງໄສ ມາຈາກໂທລະສັບມືຖືຂອງທ່ານ ໂດຍທີ່ທ່ານບໍ່ຮູ້ຕົວ ຫຼື ບໍ່ໄດ້ເປັນຄົນສົ່ງ ນັ້ນສະແດງວ່າໂທລະສັບມືຖືຂອງທ່ານຕິດໄວຣັດແລ້ວ;

4ມີ Pop-up ເດັ້ງຂຶ້ນມາຕະຫຼອດເວລາ

ສ່ວນຫຼາຍແລ້ວ Pop-up ທີ່ເດັ້ງຂຶ້ນມາໜ້າຈໍຕະຫຼອດເວລາ ແລະ ສ້າງຄວາມລໍາຄານ ເປັນສັນຍານຂອງໄວຣັດ ໃນໂທລະສັບມືຖື, ທ່ານອາດໄດ້ດາວໂຫຼດແອັບພິເຄຊັ່ນ (Application) ທີ່ມີແອັດແວ (Adware) ແຝງໂຕມານໍາກໍ່ເປັນໄປໄດ້ ຊຶ່ງ Pop-up ຈໍາພວກນີ້ ມັກຈະເຊື່ອມຕໍ່ກັບເວັບໄຊທີ່ບໍ່ມີຄວາມປອດໄພ ຖ້າຫາກທ່ານກົດເຂົ້າລິ້ງ (Link) ທີ່ແນບມາກັບ Pop-up ເຫຼົ່ານີ້ ອາດຈະເປັນຊ່ອງທາງໃຫ້ໄວຣັດເຂົ້າມາໃນໂທລະສັບມືຖືຂອງທ່ານຫຼາຍຂຶ້ນໄດ້ ກວດສອບແອັບພິເຄຊັ່ນຂອງທ່ານ ເພື່ອເບິ່ງວ່າແອັບພິເຄຊັ່ນໃດທີ່ນໍາເອົາ Pop-up ໂຄສະນາດັ່ງກ່າວເຂົ້າມາ ເມື່ອພົບແລ້ວ ໃຫ້ລຶບແອັບພິເຄຊັ່ນນັ້ນຖິ້ມທັນທີ ເພື່ອຄວາມປອດໄພ;

5. ມີແອັບພິເຄຊັ່ນ (Application) ທີ່ທ່ານບໍ່ຮູ້ຈັກ ແລະ ບໍ່ໄດ້ໂຫຼດມາສະແດງຢູ່ໃນໂທລະສັບມືຖື

ສັນຍານທີ່ພົບເຫັນເປັນປະຈໍາ ແລະ ບອກໄດ້ວ່າໂທລະສັບມືຖືຂອງທ່ານອາດຈະຕິດໄວຣັດ ກໍ່ຄືໂທລະສັບມືຖືຂອງທ່ານມີແອັບພິເຄຊັ່ນທີ່ທ່ານບໍ່ຮູ້ຈັກ ແລະ ທ່ານໝັ້ນໃຈວ່າບໍ່ໄດ້ເປັນຄົນໂຫຼດມາແນ່ນອນ ປະກົດຢູ່ໃນໂທລະສັບມືຖືຂອງທ່ານ, ຫຼັກການງ່າຍໆຂອງມັນກໍ່ຄື: ໄວຣັດໂທລະສັບມືຖືຈໍາພວກນີ້ ຕັ້ງໃຈຈະຝັງມັນແວທີ່ເປັນອັນຕະລາຍລົງໃນໂທລະສັບມືຖືຂອງທ່ານ ຊຶ່ງຊ່ວຍໃຫ້ມັນທໍາງານໄດ້ຢ່າງຕໍ່ເນື່ອງ ແລະ ບໍ່ຖືກກໍາຈັດໄດ້ງ່າຍໆ;

6. ໂທລະສັບມືຖືຂອງທ່ານຮ້ອນຜິດປົກກະຕິ

ໂທລະສັບມືຖືທີ່ຕິດໄວຣັດຈະມີຄວາມຮ້ອນສູງຜິດປົກກະຕິ ໄວຣັດ ແລະ ໜອນໄວຣັດ (Worm) ຈະໃຊ້ຊັບພະຍາກອນຂອງໂທລະສັບມືຖືໂດຍບໍ່ຈໍາເປັນ ເຮັດໃຫ້ໂທລະສັບມືຖືເຮັດວຽກໜັກຢູ່ຕະຫຼອດເວລາ ສົ່ງຜົນກະທົບໃຫ້ໂທລະສັບມືຖືມີຄວາມຮ້ອນ ເມື່ອທ່ານສໍາຜັດທ່ານຄວນສັງເກດວ່າ ໂທລະສັບມືຖືຂອງທ່ານເຮັດວຽກຊ້າເກີນໄປ ແລະ ຮ້ອນຂຶ້ນ ເຖິງແມ່ນວ່າ ທ່ານຈະບໍ່ໄດ້ໃຊ້ງານຫຼາຍ ແຕ່ມີຄວາມເປັນໄປໄດ້ວ່າໂທລະສັບມືຖືອາດຈະຕິດໄວຣັດ;

7. ໂທລະສັບມືຖືຂອງທ່ານໃຊ້ຂໍ້ມູນອິນເຕີເນັດ (Internet Data) ຫຼາຍກວ່າປົກກະຕິ

ຖ້າຫາກວ່າໂທລະສັບມືຖືທ່ານຕິດໄວຣັດ ທ່ານອາດຈະສັງເກດເຫັນການໃຊ້ຂໍ້ມູນອິນເຕີເນັດຂອງເຄື່ອງເພີ່ມຂຶ້ນຢ່າງຊັດເຈນ  ຊຶ່ງໄວຣັດສາມາດໃຊ້ຂໍ້ມູນອິນເຕີເນັດຂອງເຄື່ອງ ເພື່ອສົ່ງຂໍ້ມູນອອກໄປ ແລະ ປະກົດຂຶ້ນເປັນ Pop-up ໂຄສະນາທີ່ສ້າງຄວາມລໍາຄານ ດັ່ງທີ່ກ່າວໄວ້ກ່ອນໜ້ານີ້ ໂຊກດີທີ່ທ່ານສາມາດຈັດການກັບບັນຫານີ້ໄດ້ດ້ວຍຕົວເອງ ເພາະໃນໂທລະສັບມືຖືປະຕິບັດການແອນດອຍ (Android) ມີລາຍການຕັ້ງຄ່າທີ່ຊ່ວຍໃຫ້ທ່ານຕັ້ງຄ່າຈັດການການໃຊ້ຂໍ້ມູນອິນເຕີເນັດໄດ້ຢ່າງເໝາະສົມ ໂດຍເຂົ້າໄປທີ່:

  • Settings > Wireless & networks >Data Usage
  • ເລືອກການຈໍາກັດການໃຊ້ຂໍ້ມູນອິນເຕີເນັດ (Mobile data limit) ແລ້ວກໍານົດຕາມທີ່ຕ້ອງການ.

ໝາຍເຫດ: ໂທລະສັບມືຖື ແຕ່ລະໜ່ວຍອາດຈະມີການຕັ້ງຄ່າທີ່ແຕກຕ່າງກັນ.

8. ມີຄ່າໃຊ້ຈ່າຍຜິດປົກກະຕິ ທີ່ໜ້າສົງໄສເກີດຂຶ້ນ

ຄ່າໂທລະສັບທີ່ເພີ່ມຂຶ້ນຫຼາຍກວ່າເມື່ອກ່ອນ ເປັນສັນຍານທີ່ແນ່ໃຈໄດ້ວ່າໂທລະສັບມືຖືມີໄວຣັດ ມັນແວບາງຕົວສົ່ງຂໍ້ຄວາມອອກໄປເປັນຈໍານວນຫຼາຍ ທ່ານຈະຮູ້ຕົວກໍ່ຕໍ່ເມື່ອໄດ້ເຫັນບິນຄ່າໂທລະສັບມາ, ໄວຣັດບາງຊະນິດທຳງານໄດ້ຢ່າງແນບນຽນ ໂດຍການສົ່ງຂໍ້ຄວາມ 1 ສະບັບ ຫຼື 2 ສະບັບ ຕໍ່ເດືອນເທົ່ານັ້ນ ເພື່ອບໍ່ໃຫ້ໜ້າສົງໄສ. ນອກຈາກນີ້, ໄວຣັດບາງຕົວຍັງສາມາດລຶບຕົວເອງຖິ້ມ ຫຼັງຈາກທີ່ສ້າງລາຍຈ່າຍໃຫ້ເຈົ້າຂອງໂທລະສັບມືຖື ໂດຍທີ່ບໍ່ຮູ້ຕົວອີກດ້ວຍ ຄວນໃສ່ໃຈກັບບິນລາຍຈ່າຍຕ່າງໆໃຫ້ດີ ບໍ່ພຽງແຕ່ບິນຄ່າໂທລະສັບເທົ່ານັ້ນ ແຕ່ລວມທັງບິນຄ່າໃຊ້ຈ່າຍອື່ນໆເຊັ່ນກັນ ເຊັ່ນ: ຄ່າທໍານຽມໃນການຕອບຮັບບໍລິການຕ່າງໆທີ່ຜິດປົກກະຕິ ຫຼື ຄ່າບໍລິການທີ່ໜ້າສົງໄສ ສາມາດເປັນຈຸດສັງເກດໄດ້ວ່າ ໂທລະສັບມືຖືເຄື່ອງໃດເຄື່ອງໜຶ່ງຂອງທ່ານ ອາດຈະມີໄວຣັດແອບແຝງຢູ່;

9. ໂປຣແກຣມ,  ແອັບຕ່າງໆ ຂັດຂ້ອງ ແລະ ດັບຫຼາຍເທື່ອ

ຖ້າຫາກວ່າ ເກມທີ່ທ່ານກໍາລັງຫຼິ້ນໃນໂທລະສັບມືຖືຢູ່ໆກໍ່ດັບໄປ ທ່ານຄວນເລີ່ມສົງໄສ ແລະ ຖ້າຫຼັງຈາກນັ້ນມັນດັບໄປເລື້ອຍໆ ເວລາທີ່ເປີດຫຼິ້ນຕ້ອງມີຫຍັງຜິດປົກກະຕິເກີດຂຶ້ນກັບໂທລະສັບມືຖືຂອງທ່ານ ແນ່ນອນ ໄວຣັດເກືອບທັງໝົດ ລ້ວນແຕ່ມີຜົນຕໍ່ໂທລະສັບມືຖືຂອງທ່ານ ເຮັດໃຫ້ໂປຣແກຣມເຮັດວຽກຜິດປົກກະຕິ ຫຼື ເກີດຄວາມຜິດພາດໃນການໃຊ້ງານຂຶ້ນໂດຍບໍ່ຄາດຄິດ ເຊັ່ນ: ສັນຍາລັກ ບລູທູດ (Bluetooth) ທີ່ຫາຍໄປ ຫຼື ໄອຄອນ (Icon) ອື່ນໆ ເທິງໜ້າຈໍ ສັນຍາລັກຕ່າງໆອາດຈະບໍ່ປະກົດຂຶ້ນເທິງໜ້າຈໍ ຫາກວ່າໂທລະສັບມືຖືຂອງທ່ານຕິດໄວຣັດເພື່ອປົກປ້ອງການເຮັດວຽກຂອງແອັບພິເຄຊັ່ນອື່ນໆ ບໍ່ໃຫ້ໄດ້ຮັບຜົນກະທົບຈາກການຕິດໄວຣັດ ແລະ ເຮັດວຽກໄດ້ຢ່າງເປັນປົກກະຕິ ໃຫ້ອັບເດດ (Update) ແອັບພິເຄຊັ່ນຂອງທ່ານ ໃນເວລາທີ່ເໝາະສົມ.

ໄວຣັດເທິງໂທລະສັບມືຖືທີ່ພົບເຫັນເປັນປະຈໍາ

 1. ໂທຣຈັນ (Trojan)

 ໄວຣັດໂທຣຈັນ ມັກຕິດມາກັບແອັບພິ່ເຄຊັ່ນທີ່ເບິ່ງແລ້ວບໍ່ມີໄພອັນຕະລາຍແຕ່ຢ່າງໃດ ແຕ່ທັນທີທ່ານດາວໂຫຼດແອັບພິເຄຊັ່ນນີ້ລົງໃສ່ໃນເຄື່ອງໂທລະສັບມືຖື ມັນແວຂອງມັນຈະເລີ່ມເຮັດວຽກ ແລະ ເຮັດໃຫ້ໂທລະສັບມືຖືຂອງທ່ານຕິດໄວຣັດ ຫຼັງຈາກນັ້ນຈະເຈາະເອົາຂໍ້ມູນສ່ວນຕົວ ທີ່ຢູ່ໃນໂທລະສັບມືຖື, ໄວຣັດໂທຣຈັນສາມາດຖອນການຕິດຕັ້ງແອັບພິເຄຊັ່ນໃນໂທລະສັບມືຖືຂອງທ່ານ ຫຼື ເຮັດໂທລະສັບມືຖືຂອງທ່ານສົ່ງຂໍ້ຄວາມອອກໄປເອງ ແລະ ທີ່ຮ້າຍໄປກວ່ານັ້ນ ຍັງສາມາດເຮັດໃຫ້ໂທລະສັບມືຖືຂອງທ່ານບໍ່ສາມາດໃຊ້ງານໄດ້;

2. ຟິສຊິ່ງ (Phishing)

 ມັນແວປະເພດນີ້ ຄ້າຍຄືກັບໜ້າເວັບທີ່ເຮົາເຂົ້ານໍາໃຊ້ທົ່ວໄປ ແຕ່ທັນທີທີ່ທ່ານປ້ອນຂໍ້ມູນບັນຊີ ແລະ ລະຫັດຜ່ານ ບຸກຄົນທີສາມຈະສວຍໃຊ້ໂອກາດນີ້ ໃນການລັກຂໍ້ມູນທີ່ທ່ານປ້ອນລົງ ແລະ ໃຊ້ຂໍ້ມູນເຫຼົ່ານັ້ນຕາມຄວາມຕ້ອງການຂອງເຂົາເຈົ້າ;

3. ໜອນໄວຣັດ (Worm)

 ໂດຍທົ່ວໄປໄວຣັດປະເພດນີ້ ຈະແຜ່ກະຈາຍ ແລະ ສົ່ງຜ່ານຂໍ້ຄວາມຕົວອັກສອນ ຍິ່ງໄປກວ່ານັ້ນມັນບໍ່ຕ້ອງເພິ່ງພາອາໄສຜູ້ໃຊ້ງານ ຫຼື ເຈົ້າຂອງເຄື່ອງ ໃນການເຮັດວຽກຂອງມັນ, ເປົ້າໝາຍຫຼັກຂອງໄວຣັດຊະນິດນີ້ຄື ການແຜ່ກະຈາຍ ແລະ ເພີ່ມຈໍານວນຕົວມັນເອງຂຶ້ນເລື້ອຍໆ ແຕ່ວ່າໄວຣັດປະເພດນີ້ກໍ່ສາມາດບັນຈຸຂໍ້ມູນ ແລະ ຊຸດຄໍາສັ່ງທີ່ເປັນອັນຕະລາຍໄດ້ເຊັ່ນກັນ;

4. ແອັດແວ (Adware) ຫຼື ສະປາຍແວ (Spyware)

ທ່ານອາດຈະບໍ່ຮູ້ຕົວວ່າທ່ານຕິດມັນແວປະເພດນີ້ ເພາະມັນແວປະເພດນີ້ຈະສ້າງຕົວເອງໃຫ້ເປັນຄ້າຍຄືກັບແອັບທົ່ວໄປ ທີ່ຖືກຕ້ອງເໝາະສົມທຸກຢ່າງ ແຕ່ທັນທີທີ່ໂທລະສັບມືຖືຂອງທ່ານຕິດໄວຣັດຊະນິດນີ້ ມັນຈະເລີ່ມສັງລວມຂໍ້ມູນຂອງທ່ານ ບໍ່ວ່າຈະເປັນລາຍຊື່ຕິດຕໍ່, ທີ່ຢູ່, ປະຫວັດການເຂົ້າໃຊ້ອິນເຕີເນັດ ແລະ ຄວາມມັກສ່ວນຕົວ ແລ້ວຫຼັງຈາກນັ້ນຂໍ້ມູນທີ່ຖືກສັງລວມໄວ້ແລ້ວນັ້ນ ສົ່ງໄປຫາບຸກຄົນທີສາມ ຊຶ່ງສ່ວນຫຼາຍຈະເປັນບໍລິສັດໂຄສະນາ ແລະ ຈະສົ່ງໂຄສະນາມາຫາທ່ານ;

5. ມັນແວຮຽກຄ່າໄຖ່ (Ransomware)

ມັນແວປະເພດນີ້ຈະປິດການໃຊ້ງານໂທລະສັບມືຖື ບໍ່ໃຫ້ສາມາດໃຊ້ງານໄດ້ ແລະ ບັງຄັບໃຫ້ຜູ້ໃຊ້ງານຈ່າຍຄ່າໄຖ່ ເພື່ອໃຫ້ສາມາດກັບມາໃຊ້ງານໄດ້ອີກຄັ້ງ ມັນແວປະເພດນີ້ຮຸ່ນໃໝ່ໆບາງຕົວ ສາມາດເຂົ້າຍຶດໃຊ້ສິດຜູ້ເບິ່ງແຍງລະບົບ ເພື່ອແກ້ໄຂລະຫັດຄວາມປອດໄພ ຫຼື PIN ໄດ້ເຊັ່ນກັນ ໂທລະສັບມືຖືຂອງທ່ານຈະຕິດມັນແວປະເພດນີ້ ມາຈາກການເຂົ້າຢ້ຽມຊົມເວັບໄຊທີ່ບໍ່ປອດໄພ ຫຼື ຈາກການດາວໂຫຼດແອັບພິເຄຊັ່ນຕ່າງໆ ທີ່ບໍ່ໜ້າເຊື່ອຖື.

ວິທີການປ້ອງກັນ ໂທລະສັບມືຖືຈາກໄວຣັດ 

  1. ອັບເດດໂທລະສັບມືຖືເປັນປະຈໍາ ເພາະການອັບເດດທຸກຄັ້ງຈະມີການປັບປຸງຂໍ້ບົກຜ່ອງໃໝ່ໆ;
  2. ບໍ່ຄວນຕິດຕັ້ງແອັບພິເຄຊັ່ນຈາກແຫຼ່ງທີ່ມາ ທີ່ບໍ່ໜ້າເຊື່ອຖືເທິງໂທລະສັບມືຖື ໃນລະບົບ Android;
  3. ເລືອກການຕັ້ງຄ່າຄວາມປອດໄພຄົ້ນຫາອຸປະກອນໂທລະສັບມືຖື;
  4. ບໍ່ຄວນໃຫ້ໂທລະສັບມືຖືດາວໂຫຼດແອັບພິເຄຊັ່ນແບບອັດຕະໂນມັດ;
  5. ກ່ອນຈະຕິດຕັ້ງແອັບພິເຄຊັ່ນໃດໜຶ່ງ ຄວນກວດສອບຂໍ້ມູນຂອງແອັບ, ແຫຼ່ງທີ່ມາ ແລະ ສິດທິການເຂົ້າເຖິງອຸປະກອນໃຫ້ເໝາະສົມ;
  6. ຕິດຕັ້ງແອັບພິເຄຊັ່ນປ້ອງກັນໄວຣັດທີ່ມີປະສິດທິພາບ;
  7. ບໍ່ຄວນເປີດ ຫຼື ດາວໂຫຼດໄຟລ໌ທີ່ແນບມານໍາອີເມວ ກ່ອນທີ່ຈະສະແກນໃຫ້ແນ່ໃຈ, ເຖິງແມ່ນວ່າອີເມວນັ້ນຈະມາຈາກໝູ່ສະໜິດກໍ່ຕາມ;
  8. ສໍາຮອງຂໍ້ມູນໄວ້ເປັນປະຈໍາ ເພື່ອໃຫ້ສາມາດນໍາກັບມາໃຊ້ຄືນໄດ້ ໃນກໍລະນີຖືກໄວຣັດທໍາລາຍຂໍ້ມູນ;
  9. ອ່ານຂໍ້ມູນເທິງໜ້າຈໍ ກ່ອນທີ່ຈະກົດຢືນຢັນ.
ເອກະສານອ້າງອີງ:  

          https://www.youtube.com/watch?v=l6PW_m9DjN8&feature=youtu.be 

Palivath 06 July 2020 1620 reads Print