Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

10 ແນວໂນ້ມຄວາມປອດໄພທາງໄຊເບີ ທີ່ຕ້ອງຕິດຕາມ ໃນ​ປີ 2019

Article Images: trend_001.jpg

ໃນປີ 2018 ທີ່ຜ່ານມາ ມີຫຼາຍເຫດການທີ່ເກີດຂຶ້ນໃນໂລກໄຊເບີ ເລີ່ມຕັ້ງແຕ່ອັດຕາການລະເມີດຂໍ້ມູນສ່ວນຕົວຜ່ານສື່ສັງຄົມອອນລາຍທີ່ເພີ່ມຫຼາຍຂຶ້ນ, ການກໍ່ອາຊະຍາກຳທາງລະບົບຄອມພິວເຕີ ແລະ ການໂຈມຕີທາງໂລກໄຊເບີທີ່ເກີດຂຶ້ນທຸກໆອາທິດ. ພ້ອມກັນນັ້ນ, ກໍ່ຍັງທະວີຄວາມຮຸນແຮງຂຶ້ນເລື້ອຍໆ ເຮັດໃຫ້ການຄົ້ນຄວ້າ ເພື່ອຊອກຫາວິທີການປ້ອງກັນໄພຄຸກຄາມທາງໄຊເບີ ກາຍມາເປັນປັດໄຈຫຼັກທີ່ສຳຄັນສຳລັບທຸລະກິດທີ່ຕິດພັນກັບລະ ບົບອອນລາຍ ແລະ ຜູ້ບໍລິຫານອົງກອນຂະໜາດນ້ອຍ-ໃຫຍ່ ທີ່ຕ້ອງໄດ້ຄຳນຶງເຖິງເລື່ອງຄວາມໝັ້ນຄົງປອດໄພທາງລະບົບຄອມພິວເຕີເປັນອັນດັບທຳອິດ.

ດັ່ງນັ້ນ, ເພື່ອກະກຽມຄວາມພ້ອມສຳລັບປີ 2019 ໃນດ້ານການຮັກສາຄວາມປອດໄພທາງລະບົບຄອມພິວເຕີ ພາກສ່ວນທີ່ກ່ຽວຂ້ອງຈຳເປັນຕ້ອງໄດ້ຕິດຕາມ 10 ແນວໂນ້ມຄວາມປອດໄພທາງໄຊເບີ ເພື່ອນຳໄປພິຈາລະນາ ແລະ ຫາທາງປ້ອງກັນ ພ້ອມທັງຮັບມືກັບອາຊະຍາກອນທາງໄຊເບີໃຫ້ໄດ້ຢ່າງມີປະສິດຕິພາບ.

 1.   ເທັກໂນໂລຊີບຣັອກເຊນ(Blockchain[1]ຈະໄດ້ຮັບຄວາມນິຍົມຫຼາຍຂຶ້ນ.

ເທັກໂນໄລຊີບຣັອກເຊນ (Blockchain) ເປັນລະບົບການເຮັດທຸລະກຳທີ່ບໍ່ອີງໃສ່ສູນກາງ ເຮັດໃຫ້ບໍ່ສາ ມາດປ່ຽນແປງ ຫຼື ດັດແກ້ຄວາມຖືກຕ້ອງຂອງຂໍ້ມູນໄດ້ ຊຶ່ງສາມາດປ້ອງກັນການລະເມີດ, ປ່ຽນແປງ ຫຼື ພະຍາຍາມ ຫຼອກລວງ ຜ່ານລະບົບບຣັອກເຊນໄດ້. ສະນັ້ນ,  ເທັກໂນໂລຊີນີ້ ຈຶ່ງເປັນທາງເລືອກໃຫມ່ທີ່ສາມາດເອົາມາຊ່ວຍແກ້ ໄຂປັນຫາຕ່າງໆດ້ານຄວາມປອດໄພໄດ້.

 2.   ແຮັກເກີ ມີຄວາມສາມາດທີ່ເກັ່ງຂຶ້ນ.

ຄວາມສາມາດຂອງແຮັກເກີໃນການຂຽນລະຫັດໂປຣແກຣມແບບສັບຊ້ອນ ເພື່ອນຳມາໃຊ້ໂຈມຕີລະບົບຄອມພິວເຕີເປັນໄພຄຸກຄາມອັນດັບຕົ້ນໆ ເມື່ອມີການກ່າວເຖິງໄພຄຸກຄາມທີ່ເກີດຂຶ້ນໃນໂລກໄຊເບີ ເນື່ອງຈາກວ່າພວກເຂົາມີການພັດທະນາຂີດຄວາມສາມາດ ແລະ ຮຽນຮູ້ຕາມການປ່ຽນແປງທີ່ເກີດຂຶ້ນຢູ່ຕະຫຼອດເວລາ ຊຶ່ງສະແດງໃຫ້ເຫັນວ່າບັນດາແຮັກເກີ  ອາດຈະກ້າວໜ້າໄວກວ່າລະບົບຮັກສາຄວາມປອດໄພທີ່ມີໃນປັດຈຸບັນນີ້ກ້າວໜຶ່ງສະເໝີ.

3.   ການປ້ອງກັນການໂຈມຕີທາງໄຊເບີ ຈະມີຄວາມຫຍຸ້ງຍາກຂຶ້ນ.

ອາຊະຍາກຳເທິງໂລກໄຊເບີ ກຳລັງເຕີບໃຫຍ່ຂະຫຍາຍຕົວ ແລະ ມີປະລິມານທີ່ສູງຂຶ້ນຢ່າງຫຼວງຫຼາຍ ສົ່ງຜົນໃຫ້ການປ້ອງກັນລະບົບກໍ່ເປັນເລື່ອງທີ່ເຮັດໄດ້ຫຍຸ້ງຍາກເຊັ່ນດຽວກັນ ເນື່ອງຈາກວ່າບັນດາແຮັກເກີມີຄວາມ ເຂົ້າໃຈໃນລະບົບ ແລະ ສາມາດເຂົ້າເຖິງລະບົບຄອມພິວເຕີ ເພື່ອເຈາະຂໍ້ມູນໄດ້ຢ່າງງ່າຍດາຍ ປຽບເໝືອນເປັນຜູ້ເບິ່ງ ແຍງລະບົບເອງ. ອີກປັດໄຈໜຶ່ງກໍ່ຄື ຮູບແບບຂອງອາຊະຍາກຳທາງໄຊເບີ ແມ່ນມີຫຼາກຫຼາຍຍິ່ງຂຶ້ນ ສົ່ງຜົນໃຫ້ ການກະກຽມ ຫຼື ກຽມພ້ອມເພື່ອຮັບມື ແລະ ຊອກຫາແນວທາງການປ້ອງກັນກໍ່ເປັນໄປໄດ້ຍາກຂຶ້ນຕື່ມ.

4.   ທຸລະກິດປະກັນໄພຄວາມສ່ຽງເທິງໂລກໄຊເບີ (Information assurance[2]ເປັນທີ່ຕ້ອງການຫຼາຍຂຶ້ນ.

ໃນປີ 2019 ນີ້ ອຸດສາຫະກຳດ້ານປະກັນໄພຈະມີການພັດທະນາໃນຮູບແບບໃໝ່ ແລະ ມີການນຳສະເໜີ ຜະລິດຕະພັນດ້ານການປະກັນໄພຂໍ້ມູນທາງໄຊເບີທີເພີ່ມຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງກຸ່ມລູກຄ້າ ໂດຍສະເພາະໃນກຸ່ມທຸລະກິດທີ່ກ່ຽວຂ້ອງກັບໂລກດິຈິຕອນ ແລະ ການບໍລິການອອນລາຍ ຕາມຍຸກສະໄໝທີ່ກຳລັງ ຫັນເປັນດິຈິຕອນແບບນີ້ ຊຶ່ງຈະເປັນຄວາມຫວັງໃນການປ້ອງກັນ ແລະ ຊ່ວຍຫຼຸດຜ່ອນຄວາມເສຍຫາຍທີ່ຈະເກີດຂຶ້ນ ຈາກການໂຈນລະກຳທາງໄຊເບີໄດ້.

5.   ການຂາດແຄນບຸກຄະລາກອນທາງດ້ານໄອທີ.

ການຂາດແຄນບຸກຄະລາກອນທາງດ້ານໄອທີ ຫຼື ບຸກຄະລາກອນດ້ານການຮັກສາຄວາມປອດໄພທາງໄຊເບີ ນັ້ນ ຖືວ່າເປັນບັນຫາສຳຄັນທີ່ສຸດສຳລັບອົງກອນ ຫຼື ທຸລະກິດໃນໂລກອອນລາຍ ເພາະວ່າບຸກຄະລາກອນໃນສາຂານີ້ ມີຄວາມຮູ້ຄວາມສາມາດ ແລະ ເຂົ້າໃຈເຖິງບັນຫາອາຊະຍາກຳທາງໄຊເບີ, ພ້ອມທັງຮູ້ເຖິງແນວທາງໃນການປ້ອງກັນ ໄພຄຸກຄາມທາງໄຊເບີເປັນຢ່າງດີ. ກຸ່ມຄົນໃນສາຂາເຫຼົ່ານີ້ຍັງຖືວ່າມີຈຳນວນໜ້ອຍ ແລະ ສົ່ງຜົນໃຫ້ການປ້ອງກັນ ລະບົບບໍ່ມີປະສິດຕິພາບ ຊຶ່ງສົ່ງຜົນເສຍຫາຍໃນໄລຍະຍາວໃຫ້ແກ່ອົງກອນທີ່ກຳລັງເຕີບໃຫຍ່ໃນຍຸກສະໄໝດິຈິຕອນ.

6.   ກົດໝາຍທາງໄຊເບີຈະຖືກນຳມາບັງຄັບໃຊ້ຢ່າງເຄັ່ງຄັດ.

ການນຳໃຊ້ກົດໝາຍໃຫ້ໄດ້ຮັບໝາກຜົນຕາມທີ່ໄດ້ວາງອອກມານັ້ນ ຍັງເປັນເລື່ອງທີ່ຫຍຸ້ງຍາກ ເຖິງແມ່ນວ່າ ຈະມີກົດໝາຍ ແລະ ກົດລະບຽບທີ່ບັງຄັບໃຊ້ ເພື່ອແກ້ໄຂບັນຫາຄວາມປອດໄພທາງໄຊເບີຢູ່ແລ້ວກໍ່ຕາມ, ແຕ່ໃນປີ 2019 ນີ້ມີການຄາດກະວ່າຈະມີການບັງຄັບໃຊ້ກົດໝາຍທີ່ເຂັ້ມງວດຂຶ້ນ ຊຶ່ງລັດຖະບານທົ່ວໂລກກໍ່ກຳລັງດຳເນີນ ການຕາມກົດໝາຍ ເພື່ອກວດສອບກິດຈະກຳ ທີ່ມີແນວໂນ້ມໄປໃນທາງທີ່ບໍ່ຖືກຕ້ອງຕາມລະບຽບການ, ການລັກຂໍ້ ມູນ ລວມໄປເຖິງການເອົາຂໍ້ມູນຂອງລູກຄ້າໄປເປີດເຜີຍໂດຍບໍ່ໄດ້ຮັບອະນຸຍາດ ທີ່ເກີດຂຶ້ນເປັນປະຈຳໃນໂລກໄຊເບີ ຊຶ່ງກົດໝາຍກໍ່ເປັນອີກໜຶ່ງປັດໄຈທີ່ສຳຄັນ ທີ່ຈະກ້າວເຂົ້າມາມີບົດບາດຢ່ງຈິງຈັງໃນການຮັກສາຄວາມໝັ້ນຄົງປອດໄພ ໃນໂລກໄຊເບີ.

7.   ການຕິດຕາມຜູ້ກະທຳຜິດທາງໄຊເບີຈະເຮັດໄດ້ຍາກຂຶ້ນ.

ກຸ່ມຄົນທີ່ກໍ່ອາຊະຍາກຳທາງໄຊເບີ ເປັນກຸ່ມຄົນທີ່ມີຄວາມເຂົ້າໃຈກ່ຽວກັບໂລກໄຊເບີຢ່າງເລິກເຊິ່ງ ຊຶ່ງເຮັດ ໃຫ້ການຕິດຕາມການກະທຳຜິດທາງໄຊເບີ ເປັນເລື່ອງທີ່ຍາກຂຶ້ນກວ່າເກົ່າ ເນື່ອງຈາກກຸ່ມຄົນເຫຼົ່ານີ້ຮູ້ຈັກການຊອກ ຫາຊ່ອງທາງໃນການປົກປິດຕົວຕົນ ຫຼື ຫຼີກລ້ຽງການຕິດຕາມຈາກເຈົ້າໜ້າທີ່. ດັ່ງນັ້ນ, ໃນປີ 2019 ນີ້ອາຊະຍາກອນ ທາງໄຊເບີ ອາດຈະມີຄວາມສາມາດທີ່ “ກ້າວໜ້າ” ກວ່າລະບົບການປ້ອງກັນ ຫຼື ເຈົ້າໜ້າທີ່ຕໍ່ຕ້ານການກໍ່ອາຊະຍາກຳ ທາງໄຊເບີ.

8.   ຜູ້ເບິ່ງແຍງລະບົບໄອທີຕ້ອງເຂົ້າໃຈລະບົບຢ່າງເລິກເຊິ່ງ.

ຜູ້ທີ່ຮັບຜິດຊອບວຽກງານດ້ານການຮັກສາຄວາມປອດໄພທາງໄຊເບີ (Cyber Security) ພາຍໃນອົງກອນ ຫຼື ການຈັດຕັ້ງໃດໜຶ່ງ ຕ້ອງມີຄວາມເຂົ້າໃຈໃນລະບົບພື້ນຖານໂຄງລ່າງດ້ານໄອຊີທີ ທີ່ຕົນເອງຮັບຜິດຊອບຢ່າງເລິກ ເຊິ່ງ ແລະ ມີການກວດສອບລະບົບຢ່າງສະໝ່ຳສະເໝີ ເພາະບາງຄັ້ງຄວາມຜິດພາດກໍ່ເກີດຂຶ້ນຈາກບຸກຄະລາກອນ ພາຍໃນອົງກອນເອງ ຫຼື ເກີດຂຶ້ນຍ້ອນບຸກຄົນພາຍໃນເອງທີ່ເປັນຜູ້ກໍ່ອາຊະຍາກຳ ໃນການໂຈລະກຳຂໍ້ມູນຂອງ ອົງກອນ ເພື່ອຫາຜົນປະໂຫຍດສ່ວນຕົວຈາກຊ່ອງໂຫວ່ທີ່ເກີດຂຶ້ນໃນລະບົບທີ່ມີການຕິດຕັ້ງພາຍໃນອົງກອນ.

9.   ການເພີ່ມລະບົບປ້ອງກັນການໂຈມຕີທາງໄຊເບີ.

ປັນຍາປະດິດ ຫຼື AI (Artificial Intelligence[3]) ຈະເປັນສິ່ງທີ່ຖືກເອົາມານຳໃຊ້ ເພື່ອປ້ອງກັນການ ໂຈມຕີທາງໄຊເບີ ເພາະເປັນສິ່ງທີ່ມີປະສິດຕິພາບທີ່ສາມາດແຈ້ງເຕືອນລ່ວງໜ້າວ່າມີການບຸກລຸກລະບົບ ແລະ ການ ໂຈມຕີທີ່ເກີດຂຶ້ນນັ້ນ AI ຍັງສາມາດລະບຸໄດ້ວ່າ ຜູ້ທີ່ໂຈມຕີມີວັດຖຸປະສົງ ຫຼື ເປົ້າໝາຍແນວໃດ ໄດ້ອີກດ້ວຍ.

10. ອິນເຕີເນັດເພື່ອທຸກສິ່ງ (Internet of Things[4]) ຍັງເປັນຈຸດອ່ອນ.

Internet of Things ເປັນອຸປະກອນເຄື່ອງໃຊ້ຕ່າງໆໃນຊີວິດປະຈຳວັນ ທີ່ມີການເຊື່ອມຕໍ່ກັບອິນເຕີເນັດ ໄດ້ ຊຶ່ງອຸປະກອນເຫຼົ່ານີ້ມີອັດຕາການຖືກໂຈມຕີເພີ່ມຂຶ້ນຕະຫຼອດເວລາ ນັ້ນຈຶ່ງເປັນສາເຫດທີ່ຜູ້ຊ່ຽວຊານດ້ານ ຄວາມປອດໄພທາງໄຊເບີຄົ້ນພົບວ່າອຸປະກອນເຫຼົ່ານີ້ເປັນຈຸດອ່ອນ ທີ່ເຮັດໃຫ້ຜູ້ໃຊ້ງານສ່ຽງຕໍ່ການຖືກແຮັກ ເພື່ອໃຊ້ ສະແຫວງຫາຜົນປະໂຫຍດໃນທາງທີ່ຜິດໄດ້. ໃນປີ 2019 ຈະມີການໂຈນລະກຳຂໍ້ມູນຜ່ານອຸປະກອນເຫຼົ່ານີ້ເພີ່ມຂຶ້ນ ຜູ້ໃຊ້ງານຈຶ່ງຄວນເພີ່ມຄວາມປອດໄພໃຫ້ກັບການນຳໃຊ້ໂດຍວິທີການປ້ອງກັນຂັ້ນພື້ນຖານຄື ການຕັ້ງຄ່າລະຫັດຜ່ານ ຂອງລະບົບອິນເຕີເນັດພາຍໃນບ້ານໃຫ້ປອດໄພ ເພື່ອໃຫ້ຍາກຕໍ່ການໂຈມຕີ.

 

ການປ່ຽນແປງທີ່ເກີດຂຶ້ນເທິງໂລກໄຊເບີ ຈະເພີ່ມທະວີຄວາມຮຸນແຮງ ແລະ ວ່ອງໄວຂຶ້ນຕາມສະພາບຕົວຈິງ. ດັ່ງນັ້ນ, ການຮຽນຮູ້ປັບຕົວ ເພື່ອຮັບມື, ແກ້ໄຂ ແລະ ປ້ອງກັນ ຈຶ່ງເປັນປັດໄຈຫຼັກທີ່ຈະເຮັດໃຫ້ອົງກອນ ຫຼື ກຸ່ມທຸລະກິດ ມີຄວາມປອດໄພຈາກການໂຈມຕີໃນໂລກໄຊເບີໄດ້ ຫຼື ຢ່າງໜ້ອຍກໍ່ຊ່ວຍຫຼຸດຜ່ອນຄວາມຄວາມສູນເສຍທີ່ມີຕໍ່ຊັບສິນດິຈິຕອນໃຫ້ເກີດຄວາມເສຍຫາຍໜ້ອຍທີ່ສຸດ.

 

ເອກະສານອ້າງອີງ:

  1. https://www.laocert.gov.la/Article-97-
  2. https://en.wikipedia.org/wiki/Information_assurance
  3. https://en.wikipedia.org/wiki/A.I._Artificial_Intelligence
  4. https://laocert.gov.la/ftp_upload/Internet%20of%20Things.pdf
  5. https://en.wikipedia.org/wiki/Internet_of_things
  6. https://www.information-age.com/10-cyber-security-trends-look-2019-123463680/
  7. https://www.topteny.com/top-10-cyber-security-trends-to-look-for-in-2019/

Palivath 06 July 2020 1957 reads Print