ສູນສະກັດກັ້ນ ແລະ ແກ້ໄຂເຫດການສຸກເສີນທາງຄອມພິວເຕີ (ສູນລາວເຊີດ) ໄດ້ເດີນທາງໄປຝຶກອົບຮົມ ຢູ່ ນະຄອນດານັງ, ປະເທດ ສສ ຫວຽດນາມ ໃນຫົວຂໍ້ : “ການວິເຄາະມັນແວຂັ້ນສູງ (Advanced Malware Analysis) ” ຊຶ່ງຫວຽດນາມເຊີດ (VNCERT) ເປັນເຈົ້າພາບຈັດຝຶກອົບຮົມ ໂດຍອີງຕາມບົດບັນທຶກຄວາມເຂົ້າໃຈສອງຝ່າຍ ໃນລະຫວ່າງວັນທີ 17 ຫາ 21 ກັນຍາ 2018 ທີ່ຜ່ານມາ.
ການເດີນທາງໄປຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອສືບຕໍ່ຈາກການຝຶກອົບຮົມຂັ້ນພື້ນຖານ ແນໃສ່ການເສີມສ້າງຄວາມຮູ້ຄວາມສາມາດຂອງບຸກຄະລາກອນ ໃຫ້ເຂົ້າໃຈເຖິງຫຼັກການວິເຄາະ, ການກວດຈັບ ແລະ ການກວດສອບມັນແວທີ່ແຜ່ກະຈາຍ ລວມໄປເຖິງແນວໂນ້ມການບຸກລຸກຂອງມັນແວ ທີ່ມີໃນປັດຈຸບັນ. ນອກຈາກການຝຶກອົບຮົມດ້ານວຽກງານວິຊາການແລ້ວ ກໍ່ຍັງໄດ້ມີໂອກາດປຶກສາຫາລືຖອດຖອນບົດຮຽນກັບ VNCERT ໃນຂອບເຂດວຽກງານຕົວຈິງ ທີ່ນຳໄປສູ່ການຊອກຫາວິທີການປ້ອງກັນ ແລະ ຈຳກັດການແຜ່ກະຈາຍຂອງມັນແວ ທີ່ເປັນໄພຄຸກຄາມຮ້າຍແຮງທີ່ເກີດຂຶ້ນ.
ນອກນັ້ນ, ກໍ່ຍັງເປັນໂອກາດອັນດີໃນການເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຂຶ້ນຕື່ມ ບົນພື້ນຖານຂອງການຮ່ວມມື ແລະ ການແລກປ່ຽນບົດຮຽນຂອງທັງສອງຝ່າຍ ພ້ອມທັງຜັນຂະຫຍາຍວຽກງານທີ່ກ່ຽວຂ້ອງ ເພື່ອເສີມສ້າງຄວາມເຂັ້ມແຂງໃນຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍ່ຄື ວຽກງານຄວາມປອດໄພທາງໄຊເບີ ເພື່ອນຳໄປພັດທະນາທັກສະໃນການຕ້ານ ແລະ ສະກັດກັ້ນເຫດການສຸກເສີນທາງຄອມພິວເຕີ ໃຫ້ທັນສະພາບການ.
» 10 ເຄັດ (ບໍ່ລັບ) ເພື່ອກວດສອບອີເມວຫຼອກລວງ (Phishing) ວ່ອງໄວທັນໃຈ
» ລາຍລະອຽດ ແລະ ປະຕິບັດການຂອງມັນແວຮຽກຄ່າໄຖ່ Maze RANSOMWARE
» ຮູ້ຈັກກັບ Business Email Compromise (BEC) ການໂຈມຕີຜ່ານອີເມວ ເພື່ອຫຼອກເອົາເງິນຈາກອົງກອນ
» ເຄັດລັບການນໍາໃຊ້ໂທລະສັບມືຖື ໃຫ້ມີອາຍຸການໃຊ້ງານດົນຂຶ້ນ