ໃນກອງປະຊຸມດັ່ງກ່າວ, ທ່ານ ຄໍາຫຼ້າ ສຸນນະລັດ ໄດ້ມີຄໍາເຫັນວ່າ: ການສ້າງແຜນກໍານົດພະນັກງານເປັນວຽກງານໜຶ່ງທີ່ສໍາຄັນ ຊຶ່ງເປັນພື້ນຖານເພື່ອຮັບປະກັນການຫັນວຽກງານພະນັກງານ ດໍາເນີນໄປຕາມລະບຽບແບບແຜນ ແລະ ຕອບສະໜອງໜ້າທີ່ການເມືອງ ຂອງພັກ-ລັດ ໃນການສ້າງໂຄງລ່າງພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງ-ບໍາລຸງ, ຄາດຄະເນສັບຊ້ອນເປົ້າໝາຍພະນັກງານ ທີ່ຈະຈັດວາງເຂົ້າໃນຕໍາແໜ່ງ ນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ, ແຕ່ລະຂະແໜງການ ຢ່າງສົມເຫດສົມຜົນ, ສາມາດຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງ ແລະ ຍາວນານ. ພ້ອມນັ້ນ ທ່ານ ປະທານກອງປະຊຸມ ໄດ້ເຜີຍແຜ່ 03 ເອກະສານສຳຄັນຄື: 1. ມະຕິວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018, 2. ມະຕິວ່າດ້ວຍການຄຸ້ມຄອງພະນັກງານ ສະບັບເລກທີ 031/ກມສພ, ລົງວັນທີ 03 ມັງກອນ 2018, 3. ມະຕິວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ: 032/ກມສພ, ລົງວັນທີ 03 ມັງກອນ 2018.
ມາຮອດເວລາ 10:15 ໂມງ ກອງປະຊຸມ ໄດ້ສຳເລັດ ແລະ ກໍ່ໄດ້ກ່າວປິດກອງປະຊຸມ;
ພາບ+ຂ່າວໂດຍ: ພະແນກ ສັງລວມ.
» 10 ເຄັດ (ບໍ່ລັບ) ເພື່ອກວດສອບອີເມວຫຼອກລວງ (Phishing) ວ່ອງໄວທັນໃຈ
» ລາຍລະອຽດ ແລະ ປະຕິບັດການຂອງມັນແວຮຽກຄ່າໄຖ່ Maze RANSOMWARE
» ຮູ້ຈັກກັບ Business Email Compromise (BEC) ການໂຈມຕີຜ່ານອີເມວ ເພື່ອຫຼອກເອົາເງິນຈາກອົງກອນ
» ເຄັດລັບການນໍາໃຊ້ໂທລະສັບມືຖື ໃຫ້ມີອາຍຸການໃຊ້ງານດົນຂຶ້ນ