ໃນວັນທີ່ 26 ພຶດສະພາ 2022 ນີ້, ກົມຄວາມປອດໄພໄຊເບີ (ກຄຊ) ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມ ນິຕິກໍາ ກ່ຽວກັບ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ, ທີ່ຫ້ອງຝຶກອົບຮົມ ຊັ້ນ 6 ກຄຊ, ໂດຍການເປັນປະທານ ຂອງ ທ່ານ ນາງ ພິສິດໄພ ກອກມີລາ, ຮອງຫົວໜ້າກົມຄວາມປອດໄພໄຊເບີ, ມີບັນດາຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍ ພະນັກງານ-ລັດຖະກອນ ພາຍໃນກົມ ເຂົ້າຮ່ວມຈຳນວນ 23 ທ່ານ.
ໃນກອງປະຊຸມດັ່ງກ່າວ, ທ່ານ ນາງ ພິສິດໄພ ກອກມີລາ ໄດ້ກ່າວວ່າ: ການປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ ເປັນວຽກທີ່ສຳຄັນ ແລະ ຈຳເປັນ ເພື່ອພັດທະນາບຸກຄະລາກອນ ແລະ ການຈັດຕັ້ງ, ຜ່ານການຕີລາຄາ ແລະ ປະເມີນ ພວກເຮົາຈະຮູ້ໄດ້ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ຂອງ ພະນັກງານແຕ່ລະປະເພດ ເຮົາຈຶ່ງຈະຂື້ນແຜນບຳລຸງ ຍົກສູງລະດັບຄວາມຮູ້ຄວາມສາມາດ ໃຫ້ແທດເໝາະກັບສະພາບຕົວຈິງ, ພ້ອມນັ້ນ ທ່ານ ປະທານ ກໍ່ໄດ້ເຜີຍແຜ່ 02 ເອກະສານສຳຄັນຄື: ດຳເລັດ ວ່າດ້ວຍ: ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ແລະ ຄໍາແນະນຳການຈັດຕັ້ງປະຕິບັດດຳລັດວ່າດ້ວຍ: ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ, ສະບັບເລກທີ 06/ພນ, ລົງວັນທີ 02 ພຶດສະພາ 2018, ຈຸດປະສົງ ເພື່ອໃຫ້ພະນັກງານ ລັດຖະກອນທັງໝົດພາຍໃນກົມ ມີຄວາມເຂົ້າໃຈ ຈະແຈ້ງ ເລິກເຊິ່ງ ຕື່ມ ໃນດ້ານຫຼັກການ, ຂັ້ນຕອນ, ເນື້ອໃນມາດຕະຖານແຕ່ລະດ້ານ ໃນການວັດແທກປະເມີນ ແລະ ວິທີການດຳເນີນການປະເມີນ ເພື່ອເຮັດໃຫ້ວຽກງານດັ່ງກ່າວດໍາເນີນໄປຢ່າງເປັນລະບົບ ຖືກຕ້ອງ, ສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບ ໂປ່ງໃສ ແລະ ຖືກຕ້ອງຕາມສະພາບຄວາມເປັນຈິງ ເພື່ອໃຫ້ຜົນຂອງການປະເມີນສາມາດນຳໃຊ້ເປັນຂໍ້ມູນ ໃນວຽກງານຄຸ້ມຄອງກໍ່ຄືວຽກງານ ພັດທະນາ ແລະ ກໍ່ສ້າງ ພະນັກງານ - ລັດຖະກອນ ໃນປະຈຸບັນ ແລະ ຍາວນານ.
» 10 ເຄັດ (ບໍ່ລັບ) ເພື່ອກວດສອບອີເມວຫຼອກລວງ (Phishing) ວ່ອງໄວທັນໃຈ
» ລາຍລະອຽດ ແລະ ປະຕິບັດການຂອງມັນແວຮຽກຄ່າໄຖ່ Maze RANSOMWARE
» ຮູ້ຈັກກັບ Business Email Compromise (BEC) ການໂຈມຕີຜ່ານອີເມວ ເພື່ອຫຼອກເອົາເງິນຈາກອົງກອນ
» ເຄັດລັບການນໍາໃຊ້ໂທລະສັບມືຖື ໃຫ້ມີອາຍຸການໃຊ້ງານດົນຂຶ້ນ