ໃນວັນທີ 11 ພຶດສະພາ 2022 ຜ່ານມາ ທ່ານ ສຸເນດໂຕ ຊາພັກດີ ຫົວໜ້າພະແນກ ຮ່ວມມືຄວາມປອດໄພໄຊເບີ ພ້ອມດ້ວຍຄະນະພະແນກພາຍໃນກົມຄວາມປອດໄຊເບີ ໄດ້ຕ້ອນຮັບ ອາຈານ ແລະ ນັກສຶກສາ ຈໍານວນ 19 ທ່ານ ຈາກ ຄະນະວິສະວະກໍາສາດ ມະຫາ ວິທະຍາໄລສຸພານຸວົງ ທີ່ມາທັດສະນະສຶກສາ-ແລກປ່ຽນບົດຮຽນທາງດ້ານວິຊາການ
ໃນການຕ້ອນຮັບ ແລະ ແລກປ່ຽນບົດຮຽນດັ່ງກ່າວນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ກ່ຽວກັບ ກົມຄວາມປອດໄພໄຊເບີ ຢູ່ 05 ຫົວຂໍ້ ຄື:
ພ້ອມກັນນັ້ນ ກໍ່ໄດ້ມີການປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນທາງດ້ານວິຊາການເຊິ່ງກັນ ແລະ ກັນ ຢ່າງເປັນກັນເອງ ທັງຜົນສຳເລັດ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ ຂອງ ກົມຄວາມປອດໄພໄຊເບີ ຊຶ່ງທັງໝົດ ແມ່ນເປັນບົດຮຽນ ແລະ ປະໂຫຍດ ໃຫ້ກັບຄະນະຄູອາຈານ ແລະ ນັກສຶກສາ ໃນການສິດສອນ, ການຄົ້ນຄວ້າ-ວິໄຈ ແລະ ການຜັນຂະຫຍາຍນໍາໄປໃຊ້ ສຳລັບວຽກງານຕົວຈິງດ້ານອື່ນໆ ໃນອະນາຄົດ.
» 10 ເຄັດ (ບໍ່ລັບ) ເພື່ອກວດສອບອີເມວຫຼອກລວງ (Phishing) ວ່ອງໄວທັນໃຈ
» ລາຍລະອຽດ ແລະ ປະຕິບັດການຂອງມັນແວຮຽກຄ່າໄຖ່ Maze RANSOMWARE
» ຮູ້ຈັກກັບ Business Email Compromise (BEC) ການໂຈມຕີຜ່ານອີເມວ ເພື່ອຫຼອກເອົາເງິນຈາກອົງກອນ
» ເຄັດລັບການນໍາໃຊ້ໂທລະສັບມືຖື ໃຫ້ມີອາຍຸການໃຊ້ງານດົນຂຶ້ນ