ໃນວັນທີ 24 ທັນວາ 2021, ໄດ້ມີພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຜ່ານລະບົບທາງໄກ ລະຫວ່າງ ກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ. ໃຫ້ກຽດເຂົ້າຮ່ວມ ແລະ ລົງນາມໃນບົດບັນທຶກຄວາມເຂົ້າໃຈສອງຝ່າຍ ໂດຍ ທ່ານ ສຸດສາຄອນ ພົມມະຈັນ, ຮອງຫົວໜ້າກົມຄວາມປອດໄພໄຊເບີແລະ ທ່ານ ສີສັນ ປອງນະທີ, ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ, ຊຶ່ງເປັນກຽດເປັນສັກຂີພະຍານ ຈາກບັນດາ ຄະນະກົມ/ທຽບເທົ່າ ອ້ອມຂ້າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ບົດບັນທຶກຄວາມເຂົ້າໃຈສະບັບນີ້, ໄດ້ຕົກລົງຮ່ວມມືກັນ ໃນການຄົ້ນຄວ້າ ສ້າງລະບຽບການຮັກສາຄວາມປອດໄພ ທາງໄຊເບີ, ພັດທະນາເວັບໄຊ, ອີເມວ ແລະ ຍົກລະດັບດ້ານວິຊາການກ່ຽວຂ້ອງໃຫ້ພະນັກງານ ຂອງບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ.
» 10 ເຄັດ (ບໍ່ລັບ) ເພື່ອກວດສອບອີເມວຫຼອກລວງ (Phishing) ວ່ອງໄວທັນໃຈ
» ລາຍລະອຽດ ແລະ ປະຕິບັດການຂອງມັນແວຮຽກຄ່າໄຖ່ Maze RANSOMWARE
» ຮູ້ຈັກກັບ Business Email Compromise (BEC) ການໂຈມຕີຜ່ານອີເມວ ເພື່ອຫຼອກເອົາເງິນຈາກອົງກອນ
» ເຄັດລັບການນໍາໃຊ້ໂທລະສັບມືຖື ໃຫ້ມີອາຍຸການໃຊ້ງານດົນຂຶ້ນ