Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ ແອັບອັນຕະລາຍເທິງ Android ໃນການຕົວະເອົາລະຫັດຜ່ານທາງ Facebook

ແຈ້ງເຕືອນ ແອັບອັນຕະລາຍເທິງ Android ໃນການຕົວະເອົາລະຫັດຜ່ານທາງ Facebook

    ຜູ້​ຊ່ຽວ​ຊານ​ດ້ານ​ຄວາມປອດໄ​ພ​ເທິງ​ມື​ຖື Pradeo ໄດ້​ອອກແຈ້ງ​ເຕືອນ​ໃນການພົບເຫັນ​ ແອັບ​ພິ​ເຄ​ຊັນ​ອັນຕະລາຍ​ເທິງ Play Store ທີ່ໄດ້​ມີ​ການ​ດາວ​ໂຫຼດ​ໄປ​ແລ້ວຫຼາຍ​ກວ່າ​ແສນ​ຄັ້ງ.

    ແອບ​ພິ​ເຄ​ຊັນ ‘Craftsart Cartoon Photo Tools’ ໂຄສະນາ​ຕົວ​ເອງ​ວ່າ ​ແອັບນີ້ຈະນຳໃຊ້ເພື່ອ​​ແປງ​ຮູບ​ພາບ​ໃຫ້ເປັນ​ກາ​ຕູນ ຊຶ່ງ​ເຮົາ​ຈະ​ເຫັນ​ໄດ້​ວ່າ ​ຮູບ​ພາບ​ໂປຣ​ໄຟ​ລ​໌​ແບບ​ນີ້​ ໄດ້ຮັບ​ຄວາມ​ນິຍົມ​ຢ່າງ​ສູງ ແຕ່​ນັກ​ວິ​ໄຈ​ຈາກ Pradeo ພົ​ບວ່າ ​ແອັບ​ທີ່​ແຝງ​ມາ​ດ້ວຍ​ໂຕຣ​ຈັນ FaceStealer ໂດຍ​ທີ່​ຄົນ​ຮ້າຍ​ອາໄສ​ການ​ແກ້​ໄຂ​ແພັກ​ເກດ ​ແລະ inject ໂຄ້​ດ​ອັນຕະລາຍ​ ໄປ​ທີ່​ແອັບ​ອື່ນ​ໆ ອີກ​ດ້ວຍ ເພື່ອ​ໃຫ້ຫຼີກເວັ້ນຈາກ​ການ​ກວດສອບ​​ຂອງ Play Store.

    ເມື່ອ​ຕິດ​ຕັ້ງ​ແລ້ວ​ ແອັບ​ຈະ​ບໍ່​ເຮັດວຽກ​ຫຍັງ​ ​ຈົນ​ກວ່າ​ຜູ້​ນຳໃຊ້​ຈະເຂົ້າ​ຜ່ານ​ໜ້າ​ລັອກ​ອິນ​ຂອງ Facebook ຫາກ​ເຫຢື່ອ​​ເຊື່ອ​ ຄົນ​ຮ້າຍ​ກໍ​ຈະ​ໄດ້ Credentials ຂອງ​ເຮົາ​ໄປ​ ໂດຍ​ການ​ອັບ​ໂຫຼດ​ໄປ​ທີ່​ເ​ຊິ​​ເວີຄວບ​ຄຸມ ຫາກ​ລັອກ​ອິນ​ສຳເລັດ​ແລ້ວ ​ແອັບ​ກໍ​ຈະ​ມີ​ຄວາມ​ສາມາດ​ພຽງ​ແຕ່​ຮັບ​ຮູບ​ຜູ້​ໃຊ້​ສົ່ງ​ໄປທີ່
URL ‘http://color.photofuneditor.com/’ ຊຶ່ງ​ແປງ​ພາບ​ສົ່ງ​ກັບ​ມາ​ ສະແດງ​ໃນ​ແອັບ​ໃຫ້​ຜູ້​ໃຊ້​ດາວ​ໂຫຼດ​ ຫລື​ ສົ່ງ​ໃຫ້​ເພື່ອນ.

    ຈຸດ​ສັງເກດ​ຂອງ​ແອັບ​ມີ​ຫຼາຍ​ຈຸດ​ຄື​: ໂດຍ​ໜ້າທີ່ການເຮັດວຽກຂອງແອັບ​ແລ້ວ ​ບໍ່​ຈຳ​ເປັນ​ຕ້ອງ​ຂໍ​ໃຫ້​ລັອກ​ອິນ Facebook ກໍ​ໄດ້ ແຕ່​ແອັບ​ກັບ​ຢືນ​ຢັນ​ໃຫ້ລັອກອິນເປັນ​ຄັ້ງ​ທຳອິດ ຊຶ່ງ​ເຫຍື່ອ​ຫຼາຍ​ຄົນ​ຫຼົງ​ເຊື່ອ ສຸດ​ທ້າຍ​ແລ້ວ Pradeo ໄດ້​ແຈ້ງ​ໄປທີ່ Google Play ເພື່ອ​ໃຫ້​ຈັດການກັບ​ແອັບ​ນີ້​ແລ້ວ ໂດຍ​ຂ່າວ​ນີ້​ ເພື່ອເປັນ​ອຸ​ທາ​ຫ​ອນ​ເຕືອນ​ໃຫ້ຜູ້​ໃຊ້​ວ່າ ​ແອັບ​ໃນ Play Store ແມ່ນບໍ່​ໄດ້​ປອດໄ​ພ​ສະເໝີ​ໄປ.

ຂໍ້ແນະນຳ ແລະ ການປ້ອງກັນ

  • ​ຕ້ອງ​ສັງເກດ​ກ່ອນ​ດາວ​ໂຫຼດ ​ເຊັ່ນ: ການ​ປ້ອນ​ຂໍ້​ມູນ ​ແລະ ຂໍ້ມູນນັ້ນເບິ່ງແລ້ວ​ບໍ່​​ກ່ຽວ​ກັບການເຮັດວຽກຂອງແອັບ;
  • ກໍລະນີ​ທ່ານ​ໃດ ​ທີ່​ນຳໃຊ້ແອັບດັ່ງກ່າວໄປ​ແລ້ວ ​ຕ້ອງ​ປ່ຽນ​ລະ​ຫັດ​ຜ່ານ Facebook;
  • ເປີດ​ໃຊ້ເຂົ້າລະບົບດ້ວຍສອງຂັ້ນຕອນ 2-factor ຂອງ Facebook.

ເອກະສານອ້າງອີງ

https://www.bleepingcomputer.com/news/security/android-password-stealing-malware-infects-100-000-google-play-users/


ລາຍການຮູບ

laocert 01 April 2022 4,748 Print