Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

Google ແຈ້ງເຕືອນແພັດ (Patch) Android ຫຼ້າສຸດມີ Zero-day ທີ່ຖືກໃຊ້ໂຈມຕີຈິງແລ້ວ ແນະນໍາຜູ້ໃຊ້ອັບເດດໂດຍດ່ວນ

Google ແຈ້ງເຕືອນແພັດ (Patch) Android ຫຼ້າສຸດມີ Zero-day ທີ່ຖືກໃຊ້ໂຈມຕີຈິງແລ້ວ ແນະນໍາຜູ້ໃຊ້ອັບເດດໂດຍດ່ວນ
ໃນບໍ່ດົນມານີ້​ມີ​ການ​ປະ​ກາດ​ແພ​ັດ (Patch) ຊ່ອງ​ໂຫວ່​ໃນ Android ປະຈຳ​ເດືອນ ຊຶ່ງ​ພາຍ​ຫຼັງ​ທີມ​ງານ Google ໄດ້​ແຈ້ງ​ເຕືອນ​ເຖິງ​ຄວາມ​ສຳຄັນ​ວ່າ​ມີ​ການ​ແກ້​ໄຂ​ຊ່ອງ​ໂຫວ່ Zero-day ທີ່​ພົບເຫັນ​ການ​ໃຊ້​ງານ​ຈິງ​ມາ​ກ່ອນ​ແລ້ວ.

ຊ່ອງ​ໂຫວ່​ໃນສ່ວນ​ທໍາອິດ​ເກີດ​ຂຶ້ນ​ກັບ Qualcomm GPU ມີ 2 ລາຍ​ການ CVE-2021-1905 ແລະ CVE-2021-1906 ໂດຍ​ເກີດ​ການ​ຈັດການ​ຂໍ້​ຜິດ​ພາດ​ໄດ້​ບໍ່​ດີ​ ຈຶ່ງ​ນຳ​ໄປ​ສູ່​ການເຮັດ Use-after-free ໄດ້ ອີກ​ສ່ວນ​ຄື CVE-2021-28663 ແລະ CVE-2021-28664 ເກີດ​ຂຶ້ນ​ກັບ ARM Mali GPU ທີ່​ມີ​ບ​ັ​໊​ກ (Bug) ​ໃຫ້​ຜູ້ບໍ່ຫວັງດີ​ເຂົ້າໄປ​ຂຽນພາກ​ສ່ວນ Read Only ໃນ​ໜ່ວຍ​ຄວາມ​ຈຳ​ໄດ້ ສະນັ້ນແລ້ວ​ຫຼັງ​ຈາກມີ​ລາຍ​ງານ​ພົບ​ການ​ໂຈມ​ຕີ​ ທີມ​ງານ​ຈຶ່ງ​ໄດ້ແຈ້ງ​ເຕືອນ​ໃຫ້​ຜູ້​ໃຊ້​ງານ​ອັບ​ເດດ​ອຸປະກອນ.

ເອກະສານອ້າງອີງ:

  1. https://www.zdnet.com/article/google-warns-these-four-android-flaws-are-now-under-attack/
  2. https://www.techtalkthai.com/google-patches-4-exploited-android-zero-days-may-2021/

ລາຍການຮູບ

Porher 01 June 2021 4,624 Print