Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ ໃຫ້ລະວັງການຫຼອກລວງ (Scam) ມາໃນຮູບແບບໃໝ່ ຕົວະໃຫ້ກົດລິ້ງເພື່ອສຸ່ມຂອງລາງວັນ

ແຈ້ງເຕືອນ ໃຫ້ລະວັງການຫຼອກລວງ (Scam) ມາໃນຮູບແບບໃໝ່ ຕົວະໃຫ້ກົດລິ້ງເພື່ອສຸ່ມຂອງລາງວັນ

ໃນທ້າຍປີທີ່ຜ່ານມາທາງ ສູນລາວເຊີດ ໄດ້ມີການແຈ້ງເຕືອນເລື່ອງ ກ່ຽວກັບ ການຫຼອກລວງທາງ WhatsApp ແລະ Email, ໂດຍອ້າງວ່າຈະໄດ້ຮັບຂອງຂວັນຈາກບໍລິສັດ ໂທລະສັບມືຖື ຄັ້ງໜຶ່ງ ແລະ ໃນຕອນນີ້ການຫຼອກລວງ (Scam) ໃນລັກສະນະດັ່ງກ່າວກຳລັງກັບມາແຜ່ລະບາດອີກຄັ້ງໜຶ່ງ.

ໃນປັດຈຸບັນໄດ້ມີການຫຼອກລວງສົ່ງຕໍ່ ທີ່ເປັນຂ່າວປອມພ້ອມກັບແນບລິ້ງຜ່ານທາງ WhatsApp ຊຶ່ງຂໍ້ຄວາມເປັນຂໍ້ມູນປອມທີ່ອ້າງວ່າບໍລິສັດ Toyota ກໍາລັງສະເຫຼີມສະຫຼອງຄົບຮອບ 100 ປີ ຂອງການກໍ່ຕັ້ງບໍລິສັດ ແລະ ໄດ້ມີການສຸ່ມແຈກລາງວັນໃຫ້ຜູ້ທີ່ຮ່ວມກິດຈະກໍາ ແຕ່ໃນຄວາມເປັນຈິງ ບໍລິສັດ Toyota ຫາກໍ່ສ້າງຕັ້ງໄດ້ 83 ປີ ເທົ່ານັ້ນ ບໍ່ແມ່ນ 100 ປີ ດັ່ງທີ່ຂໍ້ຄວາມຫຼອກລວງຜ່ານທາງ WhatsApp ທີ່ມີການແຜ່ລະບາດໃນຕອນນີ້.


 

 

ນອກຈາກຂໍ້ມູນປອມທີ່ອ້າງເຖິງການຄົບຮອບ 100 ປີ ຂອງ Toyota ແລ້ວ ຍັງມີຂໍ້ມູນປອມທີ່ອ້າງເຖິງການສະເຫຼີມສະຫຼອງຄົບຮອບ 80 ຂອງ Nestle ອີກດ້ວຍ ຊຶ່ງທັງສອງຈະມາໃນຮູບແບບຄ້າຍໆກັນຄື ໃຫ້ຜູ້ທີ່ຕ້ອງການຢາກຮ່ວມຫຼິ້ນເກມກົດເຂົ້າເວັບໄຊຫຼອກລວງ (Phishing site) ແລະ ຫຼັງຈາກກົດເຂົ້າໄປໃນເວັບໄຊດັ່ງກ່າວ ກໍ່ຈະໃຫ້ເຫຍື່ອກົດເລືອກກ່ອງສຸ່ມເລືອກຂອງຂວັນ ທີ່ຕົວະວ່າໃນກ່ອງຂອງຂວັນດັ່ງກ່າວຈະມີ smart watches ແລະ ໂທລະສັບມືຖື smartphone.


ເວັບໄຊຫຼອກລວງດັ່ງກ່າວຈະຮ້ອງຂໍໃຫ້ເຫຍື່ອສົ່ງຕໍ່ລິ້ງໃຫ້ກັບໝູ່ຄົນອື່ນໆ ແລະ ຖາມຫາລາຍລະອຽດຂໍ້ມູນສ່ວນຕົວ ແລະ ຈ່າຍເງິນເພື່ອຮັບຂອງລາງວັນ.



ຂໍ້ແນະນໍາໃນການປ້ອງກັນ ແລະ ແກ້ໄຂ

ການຫຼອກລວງໃນຮູບແບບນີ້ຍັງພົບເຫັນໄດ້ຢູ່ເລື້ອຍໆ ແລະ ໄດ້ມີການປ່ຽນຂໍ້ມູນປອມໄປຕ່າງໆນາໆ ເພື່ອໃຫ້ເຫຍື່ອຫຼົງເຊື່ອ ໂດຍອາໄສຄວາມໂລບຂອງຄົນມາເປັນເຄື່ອງມືໃນການຫຼອກລວງ, ໃນຊ່ວງທີ່ມີການລະບາດຂອງພະຍາດ Covid-19 ທີ່ເຮັດໃຫ້ປະຊາຊົນພົບກັບບັນຫາດ້ານການເງິນ ຍິ່ງເປັນຊ່ອງໂຫວ່ໃຫ້ຜູ້ບໍ່ຫວັງດີສວຍໃຊ້ໂອກາດນີ້ ໃນການຫາຜົນປະໂຫຍດໃຫ້ແກ່ຕົນເອງ ທຸກຄົນຈະຕ້ອງມີສະຕິລະວັງຕົວ.

ເມື່ອພົບເຫັນຂໍ້ມູນໃນລັກສະນະດັ່ງກ່າວ ຄວນສັງເກດ ແລະ ພິຈາລະນາໃຫ້ດີໆ ຢ່າພະຍາຍາມເຮັດຕາມການແນະນໍາຂອງຜູ້ບໍ່ຫວັງດີທີ່ຈະພາໄປຍັງເວັບໄຊຫຼອກລວງດັ່ງກ່າວ ພຽງແຕ່ທ່ານລຶບຂໍ້ຄວາມນັ້ນຖິ້ມ ແລະ ຊ່ວຍແບ່ງບັນບົດຄວາມແຈ້ງເຕືອນນີ້ໃຫ້ກັບຄົນອື່ນໆ ເພື່ອໃຫ້ໝູ່ເພື່ອນ ແລະ ຄົນອ້ອມຂ້າງຮັບຮູ້ນຳກັນ ກໍ່ຈະເຮັດໃຫ້ຕົວທ່ານ ແລະ ບຸກຄົນທີ່ທ່ານຫວັງດີປອດໄພຈາກການຕົກເປັນເຫຍື່ອຂອງຄົນບໍ່ດີໄດ້.

*ບໍ່ຄວນດາວໂຫຼດໂປຣແກຣມ ຫຼື ປະຕິບັດຕາມ ເວັບໄຊໃນລິ້ງນັ້ນແນະນໍາໃຫ້ເຮົາເຮັດຢ່າງເດັດຂາດ;

*ຖ້າທ່ານໝັ້ນໃຈ ແລະ ເຫັນວ່າອຸປະກອນຂອງທ່ານມີຄວາມສ່ຽງສູງທີ່ຈະຖືກແຮັກຂໍ້ມູນສ່ວນຕົວ ທາງສູນແນະນໍາໃຫ້ທ່ານ ຕັ້ງຄ່າຄືນເປັນຄ່າເລີ່ມຕົ້ນຈາກໂຮງງານ (Factory reset) ເພາະການຕັ້ງຄ່າເລີ່ມຕົ້ນຈາກໂຮງງານແມ່ນການລົບລ້າງການຕັ້ງຄ່າທັງໝົດຂອງເຄື່ອງເຮົາທີ່ເຄີຍເຮັດມາ. ສະນັ້ນ, ທ່ານຈະຕ້ອງມີຄວາມໝັ້ນໃຈທີ່ຈະຕັ້ງຄ່າດັ່ງກ່າວ.

ເອກະສານອ້າງອີງ:

  1. https://www.onlinethreatalerts.com/article/2021/4/4/toyota-100th-anniversary-scam/
  2. FALSE: Toyota is not giving out gifts for its 100th anniversary | by PesaCheck | Apr, 2021 | PesaCheck
  3. https://www.nestlepounou.mu/update-april-2021-fake-news-nestle-80th-anniversary

ລາຍການຮູບ

Porher 06 May 2021 1,674 Print