Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ! ພົບແອັບເທິງ Android ຝັງມັນແວ (Malware) ສາມາດແຮັກບັນຊີ Facebook ໄດ້

ແຈ້ງເຕືອນ! ພົບແອັບເທິງ Android ຝັງມັນແວ (Malware) ສາມາດແຮັກບັນຊີ Facebook ໄດ້

ບໍລິສັດ​ ຄວາມ​ປອດ​ໄພທາງ​ໄຊ​ເບີ​ Trend Micro ຄົ້ນ​ພົບ​ມັນ​ແວ​ (Malware) ​ທີ່​ແຝງ​ມາ​ໃນ​ແອັບ​ພິ​ເຄ​ຊັ່ນ ​ເທິງ​ Play Store ໂດຍ​ແອັບ​ເຫຼົ່າ​ນີ້​ຖືກ​ຕິດ​ຕັ້ງ​ໄປ​ແລ້ວ​ເຖິງ 470,000 ຄັ້ງ ຊຶ່ງ​ Google ໄດ້​ລຶບ​ແອັບ​ເຫຼົ່າ​ນີ້​ອອກຈາກ​ Play Store ເປັນ​ທີ່​ຮຽບຮ້ອຍ​ແລ້ວ​ ແຕ່​ຖ້າຫາກ​ໃຜ​ຍັງໃຊ້ແອັບທີ່ມີ​ລາຍ​ຊື່​ແອັບ​ເຫຼົ່າ​ນີ້​ຢູ່ ​ກໍ່ຄວນຖອນ​ການ​ຕິດ​ຕັ້ງ​ອອກຈາກ​ມືຖື.

ມັ​ນແວ​​ທີ່​ Trend Micro ຄົ້ນ​ພົບ​ນັ້ນ​ ຈະ​ບໍ່​ສະແດງ​ຕົວ​ຕົນ​ໃດ​ໆ​ ໃຫ້​ຜູ້​ໃຊ້​ງານ​ຮູ້ວ່າ​ມືຖື​ຂອງ​ຕົນເອງ​ຕິດ​ມັນ​ແວ​​ແລ້ວ,​ ມັນ​ສາມາດ​ແຮັກ (Hack) ​ບັນ​ຊີ​ Google ແລະ​ Facebook ໄດ້​ ເຖິງແມ່ນວ່າ ຜູ້ໃຊ້​ງານຈະ​ຮູ້​ໂຕ ​ແລະ​ ຖອນ​ການ​ຕິດ​ຕັ້ງ​ແອັບ ​ກໍ່​ບໍ່​ແມ່ນ​ເລື່ອງ​ງ່າຍ​, ມັນ​ແວ​​ຍັງ​ສາມາດ​ຂໍ​ສິດທິ​ການ​ໃຊ້​ງານ​ ຫຼື​ Permission ລວມທັງ​ສາມາດ​ປິດ​ Google Play Protect ເພື່ອສະ​ແກນ (Scan) ​ໄວ​ຣັດ​ ກ່ອນ​ການ​ຕິດ​ຕັ້ງ​ແອັບ​ດ້ວຍ​.

ປ​ະ​ເທດ​ທີ່ ​ຢັ້ງຢືນວ່າ​ມີ​ມັນ​ແວ​​ຊະນິດ​ນີ້​ປະກົດ​ຕົວ​ຢູ່​ ມີຄື: ຍີ່​ປຸ່ນ,​ ອິດສະລາແອນ,​ ໄຕ້​ຫວັນ,​ ສະ​ຫາລັດ​ອາ​ເມ​ຣິ​ກາ​, ອິນ​ເດຍ​ ແລະ​ ໄທ.​ ລາຍ​ຊື່​ແອັບ​ພິ​ເຄ​ຊັ່ນ​ ທີ່​ມີ​ມັນ​ແວ​​ດັ່ງ​ກ່າວ​ ມີ​ທັງ​ໝົດ​ 9 ລາຍ​ການ​ ດັ່ງນີ້:

News Images: fb_mal.jpg

ນອກ​ຈາກ​ນີ້, ​ຍັງມີ​ລາຍ​ງານ​ຈາກ​ ArsTechnica ລະ​ບຸ​ເພີ່ມເຕີມ​ວ່າ ​ຍັງມີ​ມັນ​ແວ​​ຊື່​ Anibus ໂດຍ​ມັນ​ແວ​ດັ່ງ​ກ່າວ​ ຈະ​ສະ​ແກນ​ແອັບ​ພິ​ເຄ​ຊັ່ນ​ທັງ​ໝົດ​ໃນ​ມືຖື ​ເພື່ອ​ຄົ້ນຫາ​ວ່າ ​ມີ​ແອັບ​ພິ​ເຄ​ຊັ່ນ ​ທ​ະນາ​ຄານ​ຕິດ​ຕັ້ງ​ໃນ​ມືຖື​ຕາມ​ທີ່​ລະບົບ​ຮູ້​ຈັກ​ ຫຼື ​ບໍ່​ (ທັງ​ໝົດມີ​ 263 ແອັບ​ທ​ະນາ​ຄານ​ໃນທົ່ວ​ໂລກ​) ແລະ ຖ້າ​​ພົບ​ວ່າ​ມີ​ແອັບ​ Mobile banking ທີ່​ມັນ​ຮູ້​ຈັກ​ ມັນ​ຈະ​ສ້າງ​ໜ້າ​ຕ່າງ​ສຳລັບ​ Login ​ເຂົ້າ​ລະບົບ​ປອມ​ຂຶ້ນ​ມາ​ ເພື່ອ​ຫຼອກ​ລັກ​ຂໍ້​ມູນ​ຂອງ​ຜູ້​ໃຊ້​ງານ​.

ຄວາມ​ສາມາດ​ອື່ນ​ຂອງ​ມັນ​ແວ​​ Anibus ແມ່ນການ​ບັນທຶກ​ໜ້າຈໍ​, ປ່ຽນ​ການຕັ້ງ​ຄ່າ​, ສາມາດ​ເຂົ້າ​ເຖິງ​ເວັບ​ໄຊ​​ໃດ ກໍ​່ໄດ້​ດ້ວຍ​ຕົວ​ເອງ,​ ອັດ​ສຽງ​ໄດ້​, ໂທລະ​ສັບ​ເອງ​, ລັກ​ລາຍ​ຊື່​ຜູ້​ຕິດ​ຕໍ່,​ ສົ່ງ​ຂໍ້ຄວາມ,​ ອ່ານ​ຂໍ້ຄວາມ,​ ເບິ່ງ​ຕຳແໜ່ງ​ຂອງ​ເຄື່ອງ​ຜູ້​ໃຊ້​ງານ​ ລວມ​ເຖິງ​ສາມາດລັອກ​ຂໍ້ມູນ​ ຫຼື ​ລັອກ​ເຄື່ອງ​ຜູ້​ໃຊ້​ງານ​ໄດ້​ເຊັ່ນກັນ​ ທີ່​ສຳຄັນ​ຄື​ ມັນ​ສາມາດ​ມີຄວາມເຫັນ (Comment) ​ແອັບ​ພິ​ເຄ​ຊັ່ນ ​ທີ່​ຝັງ​ມັນ​ແວ​​ໃຫ້ເປັນແງ່​ບວກ​ ແລະ ​ຍັງ​ໃຫ້​ 5 ດາວ​ໄດ້​ອີກ​ ແຕ່​ກໍ່ຍັງ​ບໍ່​ສົມຈິງ​ເທົ່າໃດ.​

ຂໍ້ແນະນໍາໃນການປ້ອງກັນ ແລະ ແກ້ໄຂ 

        ເມື່ອພົບເຫັນແອັບພິເຄຊັ່ນທີ່ມີລາຍຊື່ຂ້າງເທິງ ຖືກຕິດຕັ້ງໃນມືຖືຂອງຕົນເອງ ຄວນຖອນການຕິດຕັ້ງແອັບພິເຄຊັ່ນດັ່ງກ່າວທັນທີ.

ເອກະສານອ້າງອີງ:

  1. https://www.phonearena.com/news/malicious-apps-can-log-in-to-your-facebook-account_id122093
  2. https://www.beartai.com/news/mobilenews/402861

ລາຍການຮູບ

Alexai 10 February 2020 3,556 Print