Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

Kaspersky ເປີດເຜີຍວ່າ ພົບມັນແວ (Malware) ໂຕໃໝ່ ໂຈມຕີປະເທດສະມາຊິກອາຊຽນ

Kaspersky ​ຄົ້ນ​ພົບ​ການແຜ່ລະບາດ​ຂອງ​ມັນ​ແວ ທີ່​ກຸ່ມ SilentFade ໃຊ້ ຊຶ່ງ​ເປັນ​ກຸ່ມ​ຜູ້ປະສົງຮ້າຍທາງໄຊ​ເບ​ີ ທີ່ຫຼອກລວງໃຫ້ຜູ້ໃຊ້ເຟສບຸກ ເຮັດໃຫ້ເກີດຄວາມເສຍຫາຍເຖິງ 4 ລ້ານໂດລາ ໃນປີ 2019. ໃນເດືອນ​ ມັງກອນ 2021 ຜູ້​ຊ່ຽວ​ຊານ​ຂອງ​ ​Kaspersky ໄດ້​ບັນ​ທຶກ ​ແລະ ​ວິ​ເຄາະ​ Frank rootkit ແລະ ​ພົ​ບວ່າ​ ມີ​ຄວາມ​ຄ້າຍ​ຄື​ກັນກັບ ​ແຄມເປນ (Campaign) ​ນີ້ ໂດຍ​ກວດ​ພົບ​ຈຳນວນ​ເຫດການ​ໂຈມ​ຕີ ​ເກີດ​ຂຶ້ນ​ຫຼາຍ​ທີ່ສຸດ​ໃນ​ເດືອນ​ ມັງກອນ ​ທີ່​ຜ່ານມາ ​ທີ່ ​ປະເທດ​ອິນ​ເດຍ, ບ​ຣາ​ຊິວ, ອິນ​ໂດ​ເນ​ເຊຍ, ອີຕາ​ລີ, ເຢຍລະມັນ, ແອວ​ຈີ​ເຣຍ, ມາເລເຊຍ, ຣັດເຊຍ, ຝຣັ່ງ ແລະ ອີຢິບ.​

10 ອັນດັບ ປະເທດທີ່ກວດພົບການໂຈມຕີຫຼາຍທີ່ສຸດໃນເດືອນ ມັງກອນ 2021

ອິນ​ເດຍ

603

ບ​ຣາ​ຊິວ

255

ອິນ​ໂດ​ເນ​ເຊຍ

221

ອິ​ຕາ​ລີ

209

ເຢຍລະມັນ

177

ແອວ​ຈີ​ເຣຍ

157

ມາເລເຊຍ

137

ຣັດເຊຍ

129

ຝຣັ່ງ

128

ອີຢິບ

117


ການ​ສົ່ງ​ຂໍ້​ມູນ​ທາງ​ໄກ​ຂອງ Kaspersky ​ໃນປີ​​ທີ່ຜ່ານມາ ແມ່ນບໍ່​ພົບ​ການ​ປະກົດ​ຕົວ​ຂອງກູ່ມ SilentFade ໃນ​ພາກພື້ນ​ອ​າຊີ​ຕາເວັນ​ອອກ​ສຽ່ງ​ໃຕ້ ແຕ່​ເມື່ອ​ມີ​ການ​ກວດ​ສອບໃນ​ເດືອນ​ ມັງກອນ 2021 ກໍ່​ພົ​ບວ່າ ມີ​ມັນ​ແວ​ນີ້​ແຜ່ກະ​ຈາຍ​ຢ່າງ​ໄວ​ ໂດຍ​ມີ​ເຫດການ​ໂຈມ​ຕີ ​ທັງ​ໝົດ 576 ລາຍ​ການ ​ຊຶ່ງມີ​ການ​ໂຈມ​ຕີ​ໃນ ​ອິນ​ໂດເ​ນເຊຍ 221 ລາຍ​ການ, ມາ​ເລ​ເຊຍ 137 ລາຍ​ການ, ຟິ​ລິບ​ປິນ​ 96 ລາຍ​ການ, ຫວຽດ​ນາມ 71 ລາຍ​ການ, ໄທ 27 ລາຍ​ການ ແລະ ​ສິງ​ກະໂປ 24 ລາຍ​ການ.

ທ່ານ ແອນ​ທອນ ຄຸ​ສ​ເມນ​ໂກ (Anton Kuzmenko) ຜູ້​ຊ່ຽວ​ຊານ​ດ້ານ​ຄວາມ​ປອດໄ​ພຂອງ Kaspersky ກ່າວ​ວ່າ “ການ​ຕິດ​ຕາມ ​ສະແດງ​ໃຫ້​ເຫັນ​ວ່າ ແຄມເປນ SilentFade ຍັງມີການເຄື່ອນໄຫວຢູ່ຕະຫຼອດເວລາ ຕອນ​ນີ້​ກຸ່ມ SilentFade ຍັງ​ແຜ່ກະ​ຈາຍໂຕ​ດາວ​ໂຫຼດ ​ຊຶ່ງ​ສາມາດ​ແຜ່ກະ​ຈາຍ ​ແລະ ​ດາວ​ໂຫຼດ​ມັນ​ແວ​​ອື່ນ​ໆ ທີ່​ອັນຕະລາຍ​ກວ່າໄຟ​ລ​໌​ທີ່​ກວດ​ພົບ​ນີ້ ​ຄ້າຍຄື​ກັບ​ເວ​​ີຊັ່ນ​ເກົ່າ​ ທີ່​ນັກ​ວິ​ໄຈ​​ຄວາມ​ປອດ​ໄພທາງໄຊ​ເບີ​​ ກວດພົບ​ຄວາມ​ເຊື່ອມ​ໂຍງ​ກັບ​ບໍລິສັດ​ສັນຊາດ​ຈີນ ໃນ​ແບບຂອງການ​ແຜ່ກະ​ຈາຍ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ​ມີ​ຄົນ​ຂາຍ​ Source Code ຂອງມັນແວ​ໂຕນີ້ ຫຼື ກຸ່ມ​ຄົນ​ຮ້າຍ ​ຂາຍ​​ Rootkit ເອງ ຫຼື Source Code ອາດຈະຮົ່ວໄຫຼ”.

SilentFade ເປັນແຄມເປນ ທີ່​ເລີ່ມ​ຕົ້ນ​ໃນ​ປີ 2016 ໂດຍ​ໃຊ້​ການ​ປະສົມ​ປະ​ສານ​ລະຫວ່າງ​ໂທຣຈັນ (Trojan) ຂອງ  Windows ການ​ໂຈມ​ຕີ​ບ​ຣາ​ວ​ເຊ​​ີແບບ injection, ການ​ຂຽນ​ Script ທີ່​ມີຄວາມສະຫຼາດ ແລະ​ ຂໍ້​ຜິດ​ພາດ​ໃນ​ Platform ຂອງ Facebook ຊຶ່ງ​ສະແດງ​ໃຫ້​ເຫັນ​ ເຖິງ​ຕົວ​ດຳ​ເນີນ​ການ​ທີ່​ຊັບ​ຊ້ອນ​ ທີ່​ເກືອບ​ຈະ​ບໍ່​ເຄີຍ​ເຫັນ​ໃນ​ມັນ​​​ແວ​ທີ່​ກຳນົດ​ເປົ້າ​ໝາຍ​ໄປ​ຍັງ​ບໍລິສັດ​ Social Media ຊື່​ຂອງ​ກຸ່ມ SilentFade ເປັນ​ຄຳ​ສັ້ນ​ໆທີ່ໃຊ້ເອີ້ນ ແທນ​ຊື່ “Silently running Facebook Ads with Exploits” ຫຼື ການ​ຫາ​ຜົນປະໂຫຍດ​ຈາກ​ງານ​ໂຄສະນາເທິງ Facebook ແບບ​  ງຽບ​ໆ”.

ຈຸດ​ປະສົງ​ການ​ດຳ​ເນີນ​ການ​ຂອງ SilentFade ​ເພື່ອ​ເຮັດໃຫ້​ຜູ້​ໃຊ້​ງານ​ຕິດ​ໂທຣ​ຈັນ ເຂົ້າຄວບຄຸມບ​ຣາວເຊີ​​​​ (Browser) ຂອງ​ຜູ້​ໃຊ້, ລັກລະ​​ຫັດ​ຜ່ານ ​ແລະ ຄຸກ​ກີ້ (cookie) ​ຂອງ​ບຣາວເຊີ ເພື່ອ​ໃຫ້​ສາມາດ​ເຂົ້າ​ເຖິງ​ບັນ​ຊີ Facebook ໄດ້.

ເມື່ອ​ເຂົ້າ​ເຖິງ​ບັນ​ຊີ Facebook ໄດ້​ແລ້ວ ກຸ່ມ​ຜູ້ປະສົງຮ້າຍທາງໄຊ​ເບ​​ີ ຈະ​ຄົ້ນ​ຫາ​ບັນ​ຊີ​ ທີ່​ມີ​ວິທີ​ການ​ຊຳ​ລະເງິນ​ປະ​ເພດ​ໃດ​ກໍ່​ໄດ້​ ທີ່​ແນບ​ມາ​ກັບ​ໂປຣ​ໄຟ​​ຣ໌ ສຳລັບ​ບັນ​ຊີ​ເຫຼົ່າ​ນີ້ SilentFade ຊື້​ໂຄສະນາ Facebook ດ້ວຍເງິນ​ຂອງຜູ້ທີ່ຕົກເປັນເຫຍື່ອ ມັນ​ແວ​ຈະ​ສັງລວມ​ຂໍ້​ມູນ​ກ່ຽວກັບ​ບັນຊີ​ຂອງ​ຜູ້​ໃຊ້ ເຊັ່ນ: ຍອດເງິນ​ຍັງ​ເຫຼືອ​ໃນ​ກະ​ເປົາ​ເງິນ​ ສຳລັບໂຄສະ​ນາ, ຈໍານວນ​ເງິນ ​ທີ່​ໃຊ້ໃນ​ການ​ໂຄສະນາ ​ກ່ອນ​ໜ້າ​ນີ້, ໂທ​ເຄັນ (Token) ​ທຸກ​ປະ​ເພດ ​ແລະ​ ຄຸກ​ກີ້ ຈາກ​ນັ້ນ​ຜູ້ປະສົງຮ້າຍ ​ຈະ​ເລີ່ມ​ເຜີຍແຜ່ໂຄສະນາ​ຂອງ​ຕົນເອງ​ຜ່ານ​ Platform ​ໂຄສະ​ນາ​ຂອງ​ສື່ສັງຄົມອອນລາຍ

ທ່ານ ຊຽງທຽງໂຢ (Yeo Siang Tiong) ຜູ້​ຈັດການ​ທົ່ວ​ໄປ​ ປະຈຳ​ພາກພື້ນອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້  ຂອງ Kaspersky ກ່າວ​ວ່າ “ ໄພ​ຄຸກ​ຄາມ​ເທິງ​ Platform ​ເຫຼົ່າ​ນີ້​ ຄວນ​ໄດ້ຮັບ​ການ​ດຳ​ເນີນ​ການ​ຢ່າງ​ຈິງ​ຈັງ​ ໃນ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ເນື່ອງ​ຈາກ​ມີ​ການ​ໃຊ້​ອິນ​​ເຕີເນັດ ​ແລະ​ ສື່ສັງຄົມອອນລາຍ ຢູ່ໃນລະ​ດັບ​ສູງ ປະເທດ​ໃນ​ພາກພື້ນ​ນີ້​ຈຳນວນ​ 5 ​ໃນ​ 6 ​ປະເທດ​ໃຊ້​ເວລາ​ອອນ​ລາຍຫຼາຍກວ່າ 7 ຊົ່ວ​ໂມງ​ໃນ​ປີ 2020 ແລະ 69% ຂອງ​ປະຊາກອນ​ທັງ​ໝົດ​ໃນພາກພື້ນ​ນີ້ ​ເປັນ​ຜູ້​ໃຊ້​ສື່ສັງຄົມອອນລາຍ ຊຶ່ງ​ເປັນ​ເປ​ີເຊັນ ທີ່​ສູງ​ທີ່ສຸດ​ໃນ​ບັນດາ​ພາກພື້ນ​ຍ່ອຍ​ທັງ​ໝົດ​ໃນອາ​ຊີ​ປາ​ຊີ​ຟິກ ການ​ເພີ່ມ​ຂຶ້ນ​ຂອງການໂຄສະນາ ກ່ຽວກັບ Platform ສື່ສັງຄົມອອນລາຍ ເຮັດ​ໃຫ້​ຂໍ້​ມູນ​ທາງ​ການເງິນ ​ເປັນຂຸມຊັບເປົ້າ​ໝາຍ ​ທີ່​ມີ​ກຳ​ໄລ​ສຳລັບ​ຜູ້ປະສົງຮ້າຍທາງໄຊ​ເບີ​ ເຊັ່ນດຽວກັບກຸ່ມ SilentFade, Kaspersky ​ຂໍ​ໃຫ້​ຜູ້​ໃຊ້​ທຸກ​ຄົນ ​ເພີ່ມ​ຄວາມ​ປອດ​ໄພ​ໃຫ້​ກັບ​ບັນ​ຊີ​ຂອງ​ຕົນ​ເອງດ້ວຍ​ການ​ໃຊ້​ຫຼາຍ​ປັດ​ໄຈໃນ​ການ​ກວດ​ສອບ​ສິດ (multi-factor authentication), ລະຫັດ​ຜ່ານ ​ທີ່​ຄາດ​ເດົາ​ໄດ້ຍາກ ​ແລະ ​ການ​ລະ​ມັດ​ລະ​ວັງ​ຫຼາຍຂື້ນ”

ຂໍ້ແນະນໍາໃນການປ້ອງກັນ ແລະ ແກ້ໄຂ

ຜູ້​ຊ່ຽວ​ຊານ​ຂອງ Kaspersky ຍັງໄດ້​ແນະ​ນຳ​ຂັ້ນ​ຕອນ​ການປ້ອງ​ກັນ​ບັນ​ຊີ​ໃຫ້​ປອດ​ໄພ​ ຈາກ​ມັນ​ແວ SilentFade ດັ່ງ​ນີ້:

  1. ຮັກສາ​ຄວາມ​ປອດ​ໄພ ​ຄອມພິວເຕີ​, ອຸປະກອນ​ມື​ຖື ​ແລະ​ ຂໍ້​ມູນ

ຕິດຕັ້ງ ຊ໋ອບແວ ປ້ອງກັນມັນ​ແວ ​​ເທິງ​ຄອມພິວເຕີ, ສ​ະມາດ​ໂຟນ ແລະ ແທັບເລັດ ຂອງທ່ານ ເພື່ອ​ປ້ອງກັນ ​ອຸປະກອນ​ຈາກ​ໄວ​ຣັດ​ຄອມພິວເຕີ Worms, viruses, trojans ແລະ ​ໄພ​ຄຸກ​ຄາມ​ອື່ນໆ;

  1. ໃຊ້​ບັດ​​ເຄ​ດິດ​ຊົ່ວ​ຄາວ

ບໍລິສັດ​ບັດ​​ເຄດິດ​ບາງ​ແຫ່ງ​ ຈະ​ອອກ​ໝາຍ​ເລກ​ບັດ​​ເຄ​ດິດ​ຊົ່ວ​ຄາວໃຫ້​ ກັບ​ລູກ​ຄ້າ​ ຂອງ​ຕົນ ໝາຍ​ເລກ​ຊົ່ວ​ຄາວ​ເຫຼົ່າ​ນີ້ ​ມີ​ປະໂຫຍດ​ສຳລັບ​ການ​ຊື້​ເທື່ອ​ດຽວ ຢ່າງໃດ​ກໍ່​ຕາມ​ ຄວນ​ຫຼີກ​ເວັ້ນການ​ໃຊ້​ສຳລັບ​ການ​ຊື້​ເຄື່ອງຕ່າງໆ ທີ່​ຕ້ອງ​ຕໍ່​ອາ​ຍຸ​ອັດ​ຕະໂນ​ມ​ັ​ດ ​ຫຼື ​ຊຳ​ລະ​​ເງິນເປັນ​ປະຈຳ;

  1. ໃຊ້​ຄອມພິວເຕີ​ທີ່ ສະ​ອາດ ເພື່ອ​ຄວາມ​ປອດ​ໄພ ​ທີ່​ເພີ່ມ​ຂຶ້ນ

ມີ​ເຄື່ອງ​ຄອມພິວເຕີ ໂດຍ​ສະເພາະ ທີ່ໃຊ້ສຳລັບເຮັດ​ທຸລະ​ກຳ​ທາງ​ການ​ເງິນ​ອອນລາຍ ທັງ​ໝົດ​ ຊຶ່ງຈະຕ້ອງ​ບໍ່ມີໄວ​ຣັດ​ຄອມພິວເຕີ ​ແລະ ​​ມັນແວອື່ນ​ໆ, ບໍ່​ຄວນ​ໃຊ້​ຄອມພິວເຕີນີ້​ໃນການ​ເຂົ້າຢ້ຽມຊົມເວັບໄຊອື່ນໆ, ສື່​ສັງຄົມ​ອອນ​ລ​າຍ ຫຼື ອີ​ເມວ​ຕ່າງໆ;

  1. ຈັດການ ແລະ ​ປົກ​ປ້ອງ​ ລະ​ຫັດ​ຜ່ານ​ອອນລາຍ

ນຳໃຊ້ຊ໋ອບແວ ບໍລິຫານ​ຈັດການ ​ລະ​ຫັດ​ຜ່ານ (password manager) ທີ່​ສາມາດ​ຊ່ວຍ​ຈັດການ​ກັບ​ບັນຊີ ​ແລະ ​ລະ​ຫັດ​ຜ່ານ​ ຫຼາຍ​ບັນ​ຊີ ທີ່ຮັກສາ​ຄວາມ​ປອດ​ໄພ​ດ້ວຍ​ລະ​ຫັດ​ຜ່ານ.

ເອກະສານອ້າງອິງ:

https://www.techtalkthai.com/guest-post-kaspersky-silentfade/


ລາຍການຮູບ

Meesaisak 01 March 2021 949 Print