Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

Kaspersky ຄົ້ນພົບມັນແວຊະນິດໃໝ່ ລັກຂໍ້ມູນຄອມພິວເຕີໃນລະບົບ Air-gap ຜ່ານ USB

Kaspersky ຄົ້ນພົບມັນແວຊະນິດໃໝ່ ລັກຂໍ້ມູນຄອມພິວເຕີໃນລະບົບ Air-gap ຜ່ານ USB
ນັກ​ວິໄຈ​ຈາກ​ Kaspersky ໄດ້​ເປີດ​ເຜີຍ​ການ​ຄົ້ນ​ພົບ​ມັນ​ເ​ເວ​ (Malware) ​ຊະນິດ​ໃໝ່​ທີ່​ມີ​ຄວາມ​ສາມາດ​ລັກ​ຂໍ້​ມູນ​ຄອມພິວເຕີ​​ໃນລະບົບ Air-gap ໂດຍ​ການ​ໃຊ້​ USB, ມັນ​ເ​ເວ​​ຊະນິດ​ໃໝ່​ນີ້​ຖືກ​ພັດທະນາ​ມາຈາກ​ກຸ່ມ​ APT ຂອງ​ຈີນ​ທີ່​ຊື່ວ່າ​ Cycldek ( ຫຼື ​ຮູ້​ຈັກ​ກັນ​ໃນ​ຊື່​ Goblin Panda ແລະ​ Conimes) ຊຶ່ງ​ເປັນ​ກຸ່ມ​ເ​ເຮັກ​ເກີ​ (Hacker) ມີເປົ້າໝາຍໂຈມ​ຕີ​ທາງ​ໄຊ​ເບີ​ໃນ​ບັນດາປະເທດ​ແຖບ​ອາຊີ​ຕາເວັນ​ອອກ​ສຽງ​ໃຕ້ ​ຕັ້ງ​ແຕ່​ປີ​ 2013 ໂດຍສະເພາະ​ແມ່ນ​ປະເທດຫ​ວຽດ​ນາມ​ເປັນ​ຫຼັກ​.

ນັກ​ວິໄ​ຈຈາກ​ Kaspersky ກ່າວ​ວ່າ ​ເຄື່ອງ​ມື​ທີ່ກຸ່ມ​ເ​ເຮັກ​ເກີ​​ໃຊ້​ໃນ​ການ​ປະຕິບັດການ​ນັ້ນແມ່ນ NewCore RAT ຊຶ່ງ​ມີ​ 02 ປະ​ເພດ​ຄື:​ BlueCore ແລະ​ RedCore ​ແຕ່​ລະ​ປະ​ເພດ​ນັ້ນ​ຈະ​ມີ​ເຄື່ອງ​ມື​ທີ່​ໃຊ້​ເ​ເຕກ​ຕ່າງ​ກັນ​ອອກ​ໄປຕື່ມອີກ​ ໂດຍ​ເຄື່ອງ​ມື​ທີ່​ໃຊ້​ໃນ​ການ​ໂຈມ​ຕີ​ໃນຄັ້ງນີ້​ຄື​ມັນ​ເ​ເວ​​ “USBCulprit”.

"USBCulprit" ເປັນ​ມັນ​ເ​ເວ​​ທີ່​ໄດ້ຮັບ​ການ​ພັດທະນາ​ຂຶ້ນ​ ເພື່ອ​ໃຫ້​ສາມາດ​​ລັກ​ຂໍ້​ມູນ​ຈາກ​ຄອມພິວເຕີ​ໃນ​ລະບົບ​ Air-gap ຜ່ານ​ການ​ເຊື່ອມ​ຕໍ່​ USB ຊຶ່ງເມື່ອ​ມີການ​ເຊື່ອມ​ຕໍ່​ USB ມັນ​ເ​ເວ​​ຈະ​ສະ​ແກນ​ຄອມພິວເຕີ​ທີ່​ເຊື່ອມ​ຕໍ່​ ແລະ ​ຄົ້ນ​ຫາ​ໄຟ​ລ໌​ທີ່​ມີ​ນາມ​ສະ​ກຸນ​ .pdf; *. doc; *. wps; * docx; * ppt; *. xls; *. xlsx; *. pptx; * .rtf  ຫຼັງ​ຈາກ​ຄົ້ນ​ພົບ​ໄຟ​ລ໌​ ມັນ​ເ​ເວ​ຈະສໍາເນົາ​ຂໍ້​ມູນ​ທີ່ພົບລົງໄວ້ໃນ​ USB ທີ່​ເຊື່ອມ​ຕໍ່​ຢູ່.



ນັ​ກ​ວິ​ໄຈຈາກ​ Kaspersky ຍັງ​ກ່າວ​ຕື່ມອີກ​ວ່າ​ USBCulprit ຖືກຄົ້ນ​ພົບ​ເທື່ອ​ທໍາອິດໃນ​ປີ​ 2014 ແລະ​ ໄດ້ມີການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ຈົນ​ຖືກ​ກວດ​ພົບ​ອີກ​ຄັ້ງໃນ​ປີ​ 2019 ຊຶ່ງ​ປັດຈຸບັນ ​ກຸ່ມ​ Cycldek ໄດ້​ກຳນົດ​ເປົ້າ​    ໝາຍ​ຜູ້​ໃຊ້​ໃນ​ 03 ປະເທດ​ ໄດ້​ແກ່​ ຫວຽດ​ນາມ​, ໄທ ​ແລະ ​ລາວ​.

 

ເອກະສານອ້າງອີງ:

  1. https://www.hackread.com/malware-tool-steal-files-from-airgapped-pcs-with-usbs/
  2. https://securityaffairs.co/wordpress/104301/apt/cycldek-usb-malware.html  
  3. https://www.facebook.com/isecure.mssp/photos/a.190303607647065/3347960538548007/?type=3  

ລາຍການຮູບ

Porher 09 June 2020 3,558 Print