Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

Blizzard Entertainment ຖືກເຈາະລະບົບ ຜູ້ໃຊ້ງານຄວນປຽ່ນລະຫັດຜ່ານໂດຍດ່ວນ

Blizzard Entertainment ຖືກເຈາະລະບົບ ຜູ້ໃຊ້ງານຄວນປຽ່ນລະຫັດຜ່ານໂດຍດ່ວນ

ປະ​ເພດ​ການ​ໄພ​ຂົ່ມ​ຂູ່​: Fraud

ຂໍ້​ມູນ​ທົ່ວໄປ 

Blizzard Entertainment ເປັນ​ບໍລິສັດ​ທີ່​ພັດທະນາ​ເກມ​ຄອມພິວເຕີ ໂດຍ​ມີ​ເກມ​ທີ່​ໄດ້ຮັບ​ຄວາມ​ນິຍົມ ເຊັ່ນ WarCraft, StarCraft, Diablo ເປັນ​ຕົ້ນ ດັ່ງ​ຮູບ​ທີ 1 ຊຶ່ງ​ຫລາຍ​ເກມ​ສາມາດ​ຫລິ້ນ​ອອນ​ໄລນ໌​ໄດ້​ຜ່ານ​ລະບົບ Battle. Net.

ເລື່ອງ​: Blizzard Entertainment ຖືກ​ເຈາະ​ລະບົບ ຜູ້​ໃຊ້​ງານ​ຄວນ​ປ່ຽນ​ລະ​ຫັດ​ຜ່ານ​ໂດຍ​ດ່ວນ

ປະ​ເພດ​ການ​ໄພ​ຂົ່ມ​ຂູ່​: Fraud

ຂໍ້​ມູນ​ທົ່ວໄປ 

Blizzard Entertainment ເປັນ​ບໍລິສັດ​ທີ່​ພັດທະນາ​ເກມ​ຄອມພິວເຕີ ໂດຍ​ມີ​ເກມ​ທີ່​ໄດ້ຮັບ​ຄວາມ​ນິຍົມ ເຊັ່ນ WarCraft, StarCraft, Diablo ເປັນ​ຕົ້ນ ດັ່ງ​ຮູບ​ທີ 1 ຊຶ່ງ​ຫລາຍ​ເກມ​ສາມາດ​ຫລິ້ນ​ອອນ​ໄລນ໌​ໄດ້​ຜ່ານ​ລະບົບ Battle. Net.

 

ຮູບ​ທີ 1 ຕົວ​ຢ່າງ​ເກມ​ຂອງ Blizzard Entertainment

 

ເມື່ອ​ວັນທີ 9 ສິງ​ຫາກ 2555 Blizzard Entertainment ໄດ້​ແຈ້ງ​ວ່າ​ລະບົບ​ພາຍ​ໃນ​ຂອງ Net ຖືກ​ເຂົ້າ​ເຖິງ​ໂດຍ​ບໍ່​ໄດ້ຮັບ​ອະນຸຍາດ ຈາກ​ການ​ກວດ​ສອບ​ພົບ​ວ່າ ຜູ້​ບໍ່​ຫວັງ​ດີ​ໄດ້​ຂໍ້​ມູນ​ອີ​ເມວ​ທີ່​ໃຊ້​ໃນ​ການ​ເຂົ້າ​ສູ່​ລະບົບ Battle. Net ໃນ​ທຸກ​ພູມິພາກ​ຂອງ​ໂລກ ຍົກ​ເວັ້ນ​ປະເທດ​ຈີນ ນອກ​ຈາກ​ນີ້​ຍັງ​ໄດ້​ຂໍ້​ມູນ​ບັນ​ຊີ​ຜູ້​ໃຊ້​ໃນ​ ເຊີບເວີ North America ຊຶ່ງ​ມີ​ຂໍ້​ມູນ​ຂອງ​ຜູ້​ຫລິ້ນ​ໃນ​ພູມິພາກ​ຕ່າງ ໆ ເຊັ່ນ North America, Latin America, Australia, New Zealand ແລະ Southeast Asia ລວມ​ຢູ່​ນຳ ໂດຍ​ຂໍ້​ມູນ​ທີ່​ຫລຸດ​ອອກ​ໄປ​ນັ້ນ​ປະກອບ​ດ້ວຍ​ລະ​ຫັດ​ຜ່ານ​ທີ່​ຖືກ​ເຂົ້າ​ລະ​ຫັດ​ລັບ​ໄວ້ ຄຳ​ຕອບ​ຂອງ​ຄຳ​ຖາມ​ທີ່​ໃຊ້​ໃນ​ການ​ກູ້​ຄືນ​ລະ​ຫັດ​ຜ່ານ ແລະ​ຂໍ້​ມູນ​ການ​ຢືນຢັນ​ຕົວ​ຕົນ​ຜ່ານ​ໂທລະ​ສັບ​ມື​ຖື ເປັນ​ຕົ້ນ [1]

ທາງ Blizzard Entertainment ໃຫ້​ຂໍ້​ມູນ​ເພີ່ມເຕີມ​ວ່າ ໄດ້​ກວດ​ສອບ​ພົບ​ວ່າ​ມີ​ການ​ການ​ເຈາະ​ລະບົບ​ໄດ້​ຕັ້ງ​ແຕ່​ວັນທີ່ 4 ສິງ​ຫາ 2555 ແລ້ວ ແຕ່​ຕ້ອງ​ການ​ກວດ​ສອບ​ຂໍ້​ມູນ​ໃຫ້​ຊັດເຈນ​ກ່ອນ​ຈຶ່ງ​ໄດ້​ປະ​ກາດ​ແຈ້ງ​ເຕືອນ​ໃນ​ວັນທີ່ 9 ສິງ​ຫາ [2] ຢ່າງໃດ​ກໍ​ຕາມ ທາງ Blizzard Entertainment ໄດ້​ແຈ້ງ​ວ່າ ຂໍ້​ມູນ​ບັດ​ລະ​ເຄ​ດິດ​ ແລະ​ ຂໍ້​ມູນ​ການ​ຊື້​ສິນ​ຄ້າ​ນັ້ນ​ບໍ່​ໄດ້ຮັບ​ຜົນ​ກະທົບ​ຈາກ​ການ​ຖືກ​ເຈາະ ລະບົບ​ເທື່ອນີ້.

ຜົນ​ກະທົບ

ເນື່ອງ​ຈາ​ກລະຫັດ​ຜ່ານ​ທີ່​ຫລຸດ​ອອກ​ໄປ​ນັ້ນ​ເປັນ​ລະ​ຫັດ​ຜ່ານ​ທີ່​ຖືກ​ເຂົ້າ​ລະ​ຫັດ​ລັບ​ໄວ້ ແຕ່​ຜູ້​ບໍ່​ຫວັງ​ດີ​ໄດ້​ຂໍ້​ມູນ​ຄຳ​ຕອບ​ຂອງ​ຄຳ​ຖາມ​ທີ່​ໃຊ້​ໃນ​ການ​ກູ້​ຄືນ​ລະ​ຫັດ​ຜ່ານ​ໄປ​ນຳ ດັ່ງ​ນັ້ນ​ຜູ້​ໃຊ້​ງານ​ລະບົບ Battle. Net ມີ​ໂອ​ກາດ​ທີ່​ຈະ​ຖືກ​ລັກ​ບັນ​ຊີ​ຜູ້​ໃຊ້ ຈາກ​ການ​ຕອບ​ຄຳ​ຖາມ​ທີ່​ໃຊ້​ໃນ​ການ​ກູ້​ຄືນ​ລະ​ຫັດ​ຜ່ານໄດ້.

ລະບົບ​ທີ່​ມີ​ຜົນ​ກະທົບ

ລະບົບ Battle. Net

ຂໍ້​ແນະ​ນຳ​ໃນ​ການ​ປ້ອງ​ກັນ ​ແລະ​ ແກ້​ໄຂ

ບໍລິສັດ Blizzard Entertainment ໄດ້​ແນະ​ນຳ​ໃຫ້​ຜູ້​ທີ່​ໃຊ້​ງານ​ລະບົບ Battle. Net ປ່ຽນ​ລະ​ຫັດ​ຜ່ານໂດຍ​ດ່ວນ ພ້ອມ​ກັນ​ນີ້ ໄດ້​ໃຫ້​ຂໍ້​ມູນ​ເພີ່ມເຕີມ​ວ່າ ຈະ​ພັດທະນາ​ລະບົບ​ເພື່ອ​ອຳ​ນວຍ​ຄວາມສະດວກ​ໃນ​ການ​ປຽ່ນລະຫັດ​ຜ່ານ ​ແລະ​ ຄຳ​ຖາມ​ທີ່​ໃຊ້​ໃນ​ການ​ກູ້​ຄືນ​ລະ​ຫັດ​ຜ່ານ ລວມ​ເຖິງ​ຈະ​ອັບ​ເດດຊອບ​ແວລ໌​ທີ່​ໃຊ້​ໃນ​ການ​ຢືນຢັນ​ຕົວ​ຕົນ​ຜ່ານ​ໂຊ​ສັບ​ມື​ຖື​ໃນ​ໄວ​ໆ ນີ້ ຢ່າງໃດ​ກໍ​ຕາມ ທາງ​ບໍລິສັດ​ຍັງ​ຄົງ​ເປີດ​ໃຊ້​ງານ​ລະບົບ​ການ​ຢືນຢັນ​ຕົວ​ຕົນ​ຜ່ານ​ໂຊ​ສັບ​ມື​ຖື ແລະ ​ລະບົບ​ກູ້​ຄືນ​ລະ​ຫັດ​ຜ່ານ​ໂດຍ​ວິທີ​ການ​ຕອບ​ຄຳ​ຖາມ​ທີ່​ໃຊ້​ໃນ​ການ​ກູ້​ຄືນ​ລະ​ຫັດ​ຜ່ານ​ຕາມ​ປົກກະຕິ ເຖິງແມ່ນ​ຂໍ້​ມູນ​ດັ່ງ​ກ່າວ​ຈະ​ຖືກ​ຜູ້​ບໍ່​ຫວັງ​ດີ​ເຂົ້າ​ເຖິງ​ໄດ້​ແລ້ວ​ກໍ​ຕາມ

ອ້າງ​ອິງ

  1. http://us.blizzard.com/en-us/company/press/pressreleases.html?id=6940026
  2. http://us.battle.net/support/en/article/important-security-update-faq

ລາຍການຮູບ

laocert 04 February 2020 1,060 Print