ເຕືອນໄພ ! ກົນໂກງຫຼອກໃຫ້ຕິດຕັ້ງ “ແອບພິເຄຊັ່ນ ອັນຕະລາຍ” ເທິງ Android ເຖິງ 2.5 ລ້ານເຄື່ອງຕໍ່ເດືອນ
IAS (Integral Ad Science) Threat Lab ໜ່ວຍງານກວດຈັບໄພຄຸກຄາມ ແລະ ການສໍ້ໂກງທາງໄຊເບີ ໄດ້ເປີດເຜີຍກົນໂກງຫຼ້າສຸດຂອງຜູ້ບໍ່ປະສົງດີທີ່ມີຊື່ວ່າ ‘Kaleidoscope’ ຊຶ່ງຫຼອກໃຫ້ຜູ້ໃຊ້ຕິດຕັ້ງແອັບພິເຄຊັ່ນ ທີ່ເບິ່ງຄືວ່າຜ່ານການຮັບຮອງຢ່າງຖືກຕ້ອງເທິງ Google Play Store ແຕ່ມາມາພ້ອມກັບມັນແວ (Malware) ແບບດຽວກັບແອັບພິເຄຊັ່ນ ຈາກຮ້ານຄ້າໃຫຍ່ Third Party ຊຶ່ງຈະສົ່ງຜົນຮ້າຍຕໍ່ຜູ້ໃຊ້ອຸປະກອນລະບົບ Android ໃນທັນທີ.
IAS Threat Lab ເອີ້ນວິທີນີ້ວ່າ Kaleidoscope ຊຶ່ງແປວ່າ ກ້ອງສະຫຼັບລາຍ ເພາະມັກຖືກປັບປ່ຽນຢູ່ສະເໝີເພື່ອປ້ອງກັນການຖືກກວດຈັບ IAS Threat Lab ໄດ້ລາຍງານຂໍ້ມູນຫຼ້າສຸດ ລະບຸວ່າ ມີອຸປະກອນໃໝ່ຈຳນວນ 2.5 ລ້ານເຄື່ອງ ຖືກໂຈມຕີດ້ວຍວິທີລັກສະນະນີ້ໃນແຕ່ລະເດືອນ ໂດຍ 20% ຖືກພົບເຫັນໃນປະເທດອິນເດຍ ນອກຈາກນັ້ນກໍ່ຍັງພົບເຫັນໃນປະເທດອິນໂດເນເຊຍ, ຟິລິບປິນ ແລະ ບຣາຊິນ.
Kaleidoscope ນັ້ນ ຈະໃຫ້ຜູ້ໃຊ້ອຸປະກອນລະບົບ Android ຕິດຕັ້ງແອັບພິເຄຊັ່ນ ຈາກ Play Store ຊຶ່ງເບິ່ງຄືວ່າໄດ້ຜ່ານການຮັບຮອງຄວາມປອດໄພແລ້ວ ແຕ່ຄວາມເປັນຈິງເປັນການເຊື່ອມໂຍງໄປຕິດຕັ້ງແອັບພິເຄຊັ່ນ ທີ່ຖືກໂຄນ (Clone) ຂຶ້ນມາ ໃຫ້ມີຮູບລັກສະນະຄືກັນຈາກຮ້ານຄ້າ Third Party ແຕ່ມາພ້ອມມັນແວ ໃນຂະນະທີ່ຜູ້ໃຊ້ເຊື່ອວ່າຕົນເອງໄດ້ດາວໂຫຼດແອັບພິເຄຊັ່ນ ທີ່ປອດໄພ.
ເມື່ອໄດ້ຮັບການຕິດຕັ້ງແລ້ວ ແອັບພິເຄຊັ່ນ ເວີຊັ່ນມັນແວຈະສະແດງໂຄສະນາໃຫ້ຜູ້ໃຊ້ຮູ້ສຶກລໍາຄານ ທັງແບບຮູບພາບ ແລະ ວິດີໂອຂະໜາດເຕັມຈໍ ແຕ່ແທ້ຈິງແລ້ວມັນແວຈະເຮັດໃຫ້ອຸປະກອນເຮັດວຽກຢ່າງໜັກຈົນເຄື່ອງມີຄວາມຮ້ອນສູງເກີນໄປ, ແບັດເຕີລີ່ໝົດຢ່າງວ່ອງໄວ, ປະສິດທິພາບການເຮັດວຽກຫຼຸດລົງຢ່າງເຫັນໄດ້ຊັດເຈນ ຈົນໄປເຖິງຂັ້ນຖືກລັກຂໍ້ມູນສ່ວນບຸກຄົນ ລວມເຖິງປິດກັ້ນບໍ່ໃຫ້ຜູ້ໃຊ້ເບິ່ງເຫັນການສະແດງຜົນເທິງໜ້າຈໍໄດ້ອີກດ້ວຍ.
ຕອນນີ້ ແອັບພິເຄຊັ່ນ ທີ່ຖືກລະບຸວ່າໃຊ້ວິທີດັ່ງກ່າວໄດ້ຖືກລຶຈາກ Play Store ແລ້ວ ແລະ Google ໄດ້ກ່າວເພີ່ມຕື່ມວ່າ ຈະປົກປ້ອງຜູ້ໃຊ້ Android ຈາກແອັບພິເຄຊັ່ນ ເວີຊັ່ນ Kaleidoscope ດັ່ງກ່າວ ຢ່າງຈິງຈັງ.
ຢ່າງໃດກໍ່ຕາມ, ຍ້ອນມີອຸປະກອນໃໝ່ທີ່ໄດ້ຮັບການຕິດຕັ້ງແອັບພິເຄຊັ່ນ ໃນລັກສະນະ Kaleidoscope ຈຳນວນຫຼາຍເຖິງ 2.5 ລ້ານເຄື່ອງໃນແຕ່ລະເດືອນ ເຮັດໃຫ້ Kaleidoscope ກາຍເປັນບັນຫາທີ່ສ້າງຄວາມກັງວົນຕໍ່ຜູ້ໃຊ້ອຸປະກອນລະບົບ Android ໃນວົງກວ້າງຢ່າງຫຼີກລ້ຽງບໍ່ໄດ້.
ເອກະສານອ້າງອີງ: