Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

CISA ແຈ້ງເຕືອນຊ່ອງໂຫວ່ລະດັບ critical ໃນ Citrix ShareFile ກຳລັງຖືກໃຊ້ໃນການໂຈມຕີຢ່າງແຜ່ຫຼາຍ

CISA ແຈ້ງເຕືອນຊ່ອງໂຫວ່ລະດັບ critical ໃນ Citrix ShareFile ກຳລັງຖືກໃຊ້ໃນການໂຈມຕີຢ່າງແຜ່ຫຼາຍCISA ໜ່ວຍ​ງານ​ດ້ານ​ການ​ຮັກສາ​ຄວາມປອດໄພ ​ທາງ​ໄຊ​ເບີ​ ຂອງ​ສ​ະຫະລັດອາເມລິກາ​ ໄດ້​ແຈ້ງ​ເຕືອນ​ການ​ພົບ​ຊ່ອງ​ໂຫວ່​ຄວາມ​ຮຸນແຮງ​ລະ​ດັບ​ critical ໃນ​ Citrix ShareFile secure file transfer ຊຶ່ງ​ມີ​ໝາຍ​ເລກ​ CVE-2023-24489 ກຳ​ລັງ​ຕົກ​ເປັນ​ເປົ້າ​ໝາຍ​ການ​ໂຈມ​ຕີ​ ຊຶ່ງ​ CISA ໄດ້​ເພີ່ມ​ຊ່ອງ​ໂຫວ່​ດັ່ງ​ກ່າວ​​ໃນໝວດໝູ່​ຂອງ​ known security exploited vulnerability (KEV) ຮຽບຮ້ອຍ​ແລ້ວ​.

Citrix ShareFile (ຫຼື​ ເອີ້ນວ່າ​ Citrix Content Collaboration) ເປັນ​ໂຊ​ລູ​ຊັ່ນ​ (Solution) ການ​ຈັດ​ເກັບ​ຟາຍເທິງຄລາວ (Cloud)​ SaaS ທີ່​ມີ​ການ​ຈັດການ​ ຊຶ່ງ​ຊ່ວຍ​ໃຫ້​ຜູ້​ໃຊ້​ງານ​ ສາມາດ​ອັບ​ໂຫຼດ​ ແລະ ​ດາວ​​ໂຫຼດ​ຟາຍ​ໄດ້​ຢ່າງ​ປອດໄ​ພ​ ລວມ​ທັງ​ຍັງມີ​ໂຊ​ລູ​ຊັ່ນ​ 'Storage zones controller' ທີ່​ຊ່ວຍ​ໃຫ້​ລູກ​ຄ້າ​ອົງກອນ ສາມາດ​ກຳນົດ​ຄ່າ​ພື້ນ​ທີ່​ຈັດ​ເກັບ​ຂໍ້​ມູນ​ສ່ວນ​ຕົວ​ ຂອງ​ຕົນ​ເປັນ​ໂຮດຟາຍ (host files) ​ໄດ້​ ບໍ່​ວ່າ​ຈະ​ເປັນ​ໃນ​ອົງກອນ​ ຫຼື ​ເທິງ​ແພັດຟອມ​ຄລາວ (cloud platforms) ​ທີ່​ຮອງ​ຮັບ​ ເຊັ່ນ:​ Amazon S3 ແລະ​ Windows Azure.

ໃນ​ວັນທີ​ 13 ມິ​ຖຸ​​ 2023 Citrix ໄດ້​ເຜີຍແຜ່​ຄຳ​ແນະ​ນຳ​ດ້ານ​ຄວາມ​ປອດໄ​ພ​ ກ່ຽວກັບ​ຊ່ອງ​ໂຫວ່​ ShareFile storage zones ທີ່​ມີ​ໝາຍ​ເລກ​ CVE-2023-24489 (ຄະ​ແນນ​ CVSS 9.8/10 ຄວາມ​ຮຸນແຮງ​ລະ​ດັບ​ critical) ທີ່​ເກີດ​ຈາກ​ຂໍ້​ຜິດ​ພາດ​ໃນ​ການ​ເຂົ້າ​ລະ​ຫັດ​ AES ຂອງ​ ShareFile ເຮັດໃຫ້​ Hacker ສາມາດຫຼົບ​ຫຼີກ​ການ​ກວດ​ສອບ​ສິດ​ ແລະ ​ໂຈມ​ຕີຊ່ອງ​ໂຫວ່​ ShareFile storage zones ຂອງ​ລູກ​ຄ້າ​ໄດ້​ຈາກ​ພາຍນອກ​ ຊຶ່ງ​ Hacker ສາມາດ​ອັບ​ໂຫຼດ​ web shell ໄປຫາອຸປະກອນ​ ເພື່ອ​ໃຫ້​ເຂົ້າ​ເຖິງ​ພື້ນ​ທີ່​ເກັບ​ຂໍ້​ມູນ​ ແລະ ​ຟາຍທັງ​ໝົດ​ໄດ້​.

CISA ໄດ້​ແຈ້ງ​ເຕືອນ​ວ່າ​ Hacker ມັກມີ​ເປົ້າ​ໝາຍ​ການ​ໂຈມ​ຕີ ​ໄປທີ່ຊ່ອງ​ໂຫວ່ງປະ​ເພດ​ດັ່ງ​ກ່າວ​ ຊຶ່ງ​ເຮັດ​ໃຫ້​ເກີດ​ຄວາມ​ສ່ຽງ ​ທີ່​ສຳຄັນ​ຕໍ່​ອົງ​ກອນ ຂອງ​ລັດຖະບານ​ກາງ​ ເນື່ອງ​ຈາກ​ຊ່ອງ​ໂຫວ່​ ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ໂຊ​ລູ​ຊັ່ນ​ Managed File Transfer (MFT) ເຮັດໃຫ້​ Hacker ສາມາດ​ລັກ​ຂໍ້​ມູນ​ຈາກ​ບໍລິສັດ​ຕ່າງ​ໆ​.

​ກຸ່ມ​ “Clop ransomware” ກໍ່​ຖື​ເປັນ​ໜຶ່ງ​ໃນ​ກຸ່ມ​ Hacker ທີ່ມີເປົ້າ​ໝາຍ​ການ​ໂຈມ​ຕີ​ໂດຍ​ໃຊ້​ຊ່ອງ​ໂຫວ່ປະ​ເພດ​ນີ້​ເຊັ່ນ​ກັນ​ ຊຶ່ງ​ໃຊ້​ຊ່ອງ​ໂຫວ່​ເຫຼົ່າ​ນີ້​ໃນ​ການ​ໂຈມ​ຕີຢ່າງ​ແຜ່​ຫຼາຍ ​ມາ​ຕັ້ງ​ແຕ່​ປີ​ 2021 ໂດຍ​ໃຊ້​ຊ່ອງ​ໂຫວ່​ Zero-day ຕ່າງ​ໆ​ ໃນ​ການ​ໂຈມ​ຕີ​ ເຊັ່ນ:​ Accellion FTA solution, SolarWinds Serv-U, GoAnywhere MFT ແລະ​ ຫຼ້າ​ສຸດ ​ຄື​ MOVEit Transfer Server.

ການ​ໂຈມ​ຕີ​ຍັງ​ມີ​ຢ່າງ​ຕໍ່​ເນື່ອງ​

ນັກ​ວິໄ​ຈ​ຈາກ​ AssetNote ໄດ້​ແບ່ງ​ປັນ​ຂໍ້​ມູນ​ການ​ວິ​ໄຈ​ຊ່ອງ​ໂຫວ່​ດັ່ງ​ກ່າວ​ ເພື່ອ​ພັດທະນາ​ exploits ສຳລັບ​ຊ່ອງ​ໂຫວ່​ Citrix ShareFile CVE-2023-24489 ຫຼັງ​ຈາກ​ນັ້ນ​ບໍ່​ດົນ​ ນັກ​ວິ​ໄຈ​ຄົນ​ອື່ນ​ໆ​ ກໍ່​ປ່ອຍ​ exploits  ຂອງ​ຕົວ​ເອງ​ເທິງ​ GitHub ລວມທັງ​ GreyNoise ໄດ້​ພົບ​ການ​ພະຍາຍາມ​ໂຈມ​ຕີ​ ShareFile Server ທີ່​ມີ​ຄວາມ​ສ່ຽງ​ຈາກ​ຊ່ອງ​ໂຫວ່​ດັ່ງ​ກ່າວ ຫຼາຍ​ກວ່າ​ 72 IP addresses ໂດຍ​ສ່ວນ​ຫຼາຍ ມາ​ຈາກ​ເກົາ​ຫຼີ​ໃຕ້​, ໃນ​ຟິນ​ແລນ​,​ ອັງກິດ, ສະ​ຫະລັດ​ອາ​ເມ​ລິ​ກາ ແລະ ​ປະເທດ ​ອື່ນໆ​.



ນອກ​ຈາກ​ນີ້​ ທາງ​ CISA ໄດ້​ກຳນົດ​ໃຫ້​ໜ່ວຍ​ງານ​ Federal Civilian Executive Branch ( FCEB ) ​ຮີບ​ອັບ​ເດດ​ຊ່ອງ​ໂຫວ່​ດັ່ງ​ກ່າວ ​ພາຍ​ໃນ​ວັນທີ​ 6 ກັນຍາ​ 2023 ພ້ອມທັງ​ແຈ້ງ​ເຕືອນ​ໃຫ້​ອົງ​ກອນ​ຕ່າງ​ໆ​ ຮີບ​ອັບ​ເດດ​ໂດຍ​ໄວ​.

ເອກະສານອ້າງອີງ:

  1. https://www.bleepingcomputer.com/news/security/cisa-warns-of-critical-citrix-sharefile-flaw-exploited-in-the-wild/
  2. https://www.i-secure.co.th/2023/08/cisa-%e0%b9%80%e0%b8%95%e0%b8%b7%e0%b8%ad%e0%b8%99%e0%b8%8a%e0%b9%88%e0%b8%ad%e0%b8%87%e0%b9%82%e0%b8%ab%e0%b8%a7%e0%b9%88%e0%b8%a3%e0%b8%b0%e0%b8%94%e0%b8%b1%e0%b8%9a-critical-%e0%b9%83%e0%b8%99-citr/

ລາຍການຮູບ

Meesaisak 24 August 2023 738 Print