Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

Cisco ພົບຊ່ອງໂຫວ່ XSS Zero-day ໃນ server management tool

Cisco ພົບຊ່ອງໂຫວ່ XSS Zero-day ໃນ server management toolCisco ພົບ​ຊ່ອງ​ໂຫວ່​ Zero-day ໃນ​ຊ໋ອບແວ​​ Prime Collaboration Deployment (PCD) ຂອງ​ຕົນເອງ​ ຊຶ່ງ​ສາມາດ​ນຳ​ມາ​ໃຊ້​ໃນ​ການ​ໂຈມ​ຕີ​ແບບ​ cross-site scripting.

ໂດຍ utility ທີ່ສຳລັບ​ຈັດການ​ເ​ຊີເວີ​​ນີ້​ຊ່ວຍ​ໃຫ້​ admin ສາມາດ​ດຳ​ເນີນ​ການ​ຍ້າຍ​ຂໍ້​ມູນ​ ຫຼື ​ອັບ​ເກຣດ​ (upgrade) tasks ເທິງ​ເ​ຊີ​ເວີ​ຂອງ​ອົງ​ກອນ​ໄດ້​.

ໃນຊ່ອງ​ໂຫວ່​ໝາຍ​ເລກ​ CVE-2023-20060 ໃນ​ອິນ​ເຕີເຟສ (Interface) web-based ການ​ຈັດການ​ເຄືອ​ຂ່າຍ​ຂອງ​ Cisco PCD 14 ຖືກ​ພົບ​ໂດຍ​ Pierre Vivegnis ຈາກ​ NATO Cyber Security Center (NCSC) ​ການ​ໃຊ້​ປະໂຫຍດ​ຈາກ​ຊ່ອງ​ໂຫວ່​ນີ້ຈະ​ເຮັດໃຫ້​ຜູ້​ໂຈມ​ຕີ​ສາມາດ​ໂຈມ​ຕີ​ແບບ​ cross-site scripting ແຕ່​ຍັງມີ​ເງື່ອນ​ໄຂ​ທີ່​ຕ້ອງ​ການ​ ຄືການ​ດຳ​ເນີນ​ງານຈາກ​ຝັ່ງ​ຜູ້​ໃຊ້​ງານ​ເຊັ່ນດຽວກັນ.​

Cisco ລະ​ບຸ​ວ່າ​ ຊ່ອງ​ໂຫວ່​ນີ້​ເກີດ​ຂຶ້ນ​​ຈາກ​ອິນ​ເຕີ​ເຟ​ສ​ການ​ຈັດການ​ເທິງ​ເວັບ​ບໍ່​ສາມາດ​ກວດ​ສອບ​ການ​ປ້ອນ​ຂໍ້​ມູນ​ທີ່​ຜູ້​ໃຊ້​ລະ​ບຸ​ໄດ້​ຢ່າງ​ຖືກ​ຕ້ອງ​ ຈຶ່ງ​ເຮັດໃຫ້​ຜູ້​ໂຈມ​ຕີ​ສາມາດ​ໃຊ້​ປະໂຫຍດ​ຈາກ​ຊ່ອງ​ໂຫວ່​ນີ້​ໄດ້​ ໂດຍ​ການ​ຈູງໃຈ​ໃຫ້​ຜູ້​ໃຊ້​ງານກົດລິ້ງ.

ການ​ໃຊ້​ປະໂຫຍດ​ຈາກ​ຊ່ອງ​ໂຫວ່​ນີ້​ຊ່ວຍ​ໃຫ້​ຜູ້​ໂຈມ​ຕີ​ສາມາດ​ເອີ້ນ​ໃຊ້​ script ໄດ້​ຕາມ​ທີ່​ຕ້ອງ​ການ​ ໃນ​ເວັບ​ອິນ​ເຕີເຟສ​ທີ່​ມີ​ຊ່ອງ​ໂຫວ່​ ຫຼື ​ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ​ທີ່​ມີ​ຄວາມ​ສຳຄັນ​.​ Cisco ໄດ້ແບ່ງປັນຂໍ້​ມູນ​ກ່ຽວກັບ​ຜົນ​ກະທົບ​ຂອງ​ຊ່ອງ​ໂຫວ່​ ແລະ​ ລະ​ບຸ​ວ່າ​ຈະ​ອອກ​ແພັດ (Patch) ​​ອັບ​ເດດ​ຄວາມ​ປອດ​ໄພ ເພື່ອ​ແກ້​ໄຂ​ບັນຫາ​ນີ້​ໃນ​ເດືອນ​ໜ້າ​ ຊຶ່ງໃນ​ປັດຈຸບັນຍັງ​ບໍ່​ມີ​ວິທີ​​ການ​ແກ້​ໄຂ​ບັນຫາ​ ໂດຍ​ Cisco Product Security Event Response Group (PSIRT) ລະ​ບຸ​ວ່າ​ຍັງ​ບໍ່​ພົບ​ຫຼັກ​ຖານ​ວ່າ​ມີ​ການ​ໂຈມ​ຕີ​ເກີດ​ຂຶ້ນ​ໃນ​ປັດຈຸບັນ​.



ເອກະສານອ້າງອີງ:

  1. https://www.bleepingcomputer.com/news/security/cisco-discloses-xss-zero-day-flaw-in-server-management-tool/
  2. https://www.i-secure.co.th/2023/04/cisco-%e0%b9%80%e0%b8%9b%e0%b8%b4%e0%b8%94%e0%b9%80%e0%b8%9c%e0%b8%a2%e0%b8%8a%e0%b9%88%e0%b8%ad%e0%b8%87%e0%b9%82%e0%b8%ab%e0%b8%a7%e0%b9%88-xss-zero-day-%e0%b8%97%e0%b8%b5%e0%b9%88%e0%b8%9e%e0%b8%9a/

ລາຍການຮູບ

Meesaisak 08 May 2023 573 Print