Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ພົບມັນແວ (Malware) ລັກຂໍ້ມູນໃນ macOS ໂຕໃໝ່ຊື່ ‘Atomic’ ທີ່ມີເປົ້າເປັນ crypto wallets ເຖິງ 50 ລາຍການ

ພົບມັນແວ (Malware) ລັກຂໍ້ມູນໃນ macOS ໂຕໃໝ່ຊື່ ‘Atomic’ ທີ່ມີເປົ້າເປັນ crypto wallets ເຖິງ 50 ລາຍການນັກ​ວິ​ໄຈ​ຂອງ​ Trellix ແລະ​ Cyble labs ພົບ​ມັນ​ແວ​ (Malware) ​ລັກ​ຂໍ້​ມູນ​ເທິງ​ macOS ໂຕໃໝ່​ຊື່​ 'Atomic' (ຫຼື ​ເອີ້ນວ່າ​ 'AMOS') ກຳ​ລັງ​​ຂາຍ​ໃຫ້​ກັບ​ Hacker ຜ່ານ​ຊ່ອງ​ທາງ​ Telegram ສ່ວນ​ຕົວ​ ໂດຍ​ມີ​ຄ່າບ​ໍລິ​ການ​ $1,000 ຕໍ່​ເດືອນ​.

ຜູ້​ຊື້​ຈະ​ໄດ້ຮັບ​ຟາຍ DMG ທີ່​ມີ​ມັນ​ແວ​​ພາສາ​ Go-based ແບບ​ 64 ບິດ​ ຊຶ່ງ​ອອກ​ແບບ​ມາ​ເພື່ອ​ກໍານົດເປົ້າໝາຍ​ລະບົບ​ macOS ໂດຍ​ສະເພາະ​ ເພື່ອລັກ​ keychain password ຈາກ​ຟາຍ​ local filesystem ໃນ​ເຄື່ອງ​ ລວມ​ເຖິງ​ ລະຫັດ​ຜ່ານ,​ ຄຸກ​ກີ້​ ແລະ​ ບັດ​​ເຄຣ​ດິດ​ ທີ່​​ຖືກ​ຈັດເກັບ​ໄວ້​ໃນ​ບ​ຣາ​ວ​ເຊີ​ (Browser)​ ນອກ​ຈາກ​ນີ້​ຍັງ​ສາມາດ​ລັກ​ຂໍ້ມູນ​ຈາກ​ cryptocurrency extension ເຖິງ​ 50 ລາຍ​ການ ພ້ອມທັງ​ໄດ້ຮັບ​ໜ້າ​ເວັບ​ panel ສຳລັບ​ການ​ຈັດການ​ເຄື່ອງ​ຂອງເຫຍື່ອ​ (ready-to-use web panel), MetaMask brute-forcer, ໂຕ​ກວດ​ສອບ​ສະ​ກຸນ​ເງິນ​ດິ​ຈິຕ໋ອນ​, ໂຕຕິດ​ຕັ້ງ​ dmg installer ລວມ​ເຖິງ​ຄວາມ​ສາມາດ​ໃນ​ການ​ຮັບ​ບັນ​ທຶກ​ທີ່​ຖືກ​ລັກ​ຜ່ານ​ທາງ​ Telegram.




Atomic ເປີດໂຕເວີ​​ຊັ່ນ​ໃໝ່​ໃນ​ ວັນທີ​ 25 ເມ​ສາ​ 2023 ສະແດງ​ໃຫ້​ເຫັນ​ເຖິງ​ການ​ພັດທະນາ​ມັນ​ແວ​​ດັ່ງ​ກ່າວ​ຢ່າງ​ຕໍ່​ເນື່ອງ​ ຊຶ່ງ​ນັກ​ວິໄ​ຈ​ພົບ​ວ່າ​ dmg file ທີ່ເປັນ​ອັນຕະລາຍ​ ໄດ້​ຖືກ​ລາຍ​ງານ​ໃນ​ VirusTotal ແລ້ວ​ພົບ​ວ່າ​ ຈາກ​ 26 ໃນ​ 59 ຂອງ​ AV engines ທີ່​ລະ​ບຸ​ວ່າ​ເປັນ​ຟາຍ​ອັນຕະລາຍ​.



ຄວາມ​ສາມາດ​ຂອງ​ Atomic

Atomic Stealer ປະກອບ​​ດ້ວຍ​ຄວາມສາມາດ​ໃນ​ການ​ລັກ​ຂໍ້​ມູນ​ທີ່​ຄົບ​ຊຸດ​ ເຮັດໃຫ້​ແຮັກເກີ (Hacker) ມີ​ໂອ​ກາດ​ຫຼາຍ​ຂຶ້ນ​ໃນ​ການ​ໂຈມ​ຕີ​​ລະບົບ​ເປົ້າ​ໝາຍ​. ​ເມື່ອ​ຣັນ​ (Run) ຟາຍ​ dmg ມັນ​ແວ​ຈະ​ສະແດງ​ໜ້າ​ຕ່າງ​ prompt ສຳລັບ​ປ້ອນລະ​ຫັດ​ຜ່ານ​ປອມ​ ເພື່ອ​ໃຫ້​ເຫຍື່ອປ້ອນລະ​ຫັດ​ຜ່ານ​ເທິງ​ລະບົບ​ ຊຶ່ງ​ຈະ​ເຮັດໃຫ້​ແຮັກເກີ ໄດ້ຮັບ​ສິດ​ຂັ້ນ​ສູງ​ໃນ​ເຄື່ອງ​ຂອງ​ເປົ້າ​ໝາຍ​.



ຫຼັງ​ຈາກ​ນັ້ນ​ມັນ​ແວ​ຈະ​ພະຍາຍາມ​ແຍກ​ລະຫັດ​ຜ່ານ​ Keychain ຊຶ່ງ​ເປັນ​ໂຕຈັດການ​ລະ​ຫັດ​ຜ່ານ​ໃນ​ຕົວ​ຂອງ​ macOS ທີ່​ເກັບ​ລະ​ຫັດ​ຜ່ານ​ WiFi, ການ​ເຂົ້າ​ສູ່​ລະບົບ​ເວັບ​ໄຊ​​, ຂໍ້​ມູນ​ບັດ​ເຄຣ​ດິດ​ ແລະ​ ຂໍ້​ມູນ​ເຂົ້າ​ລະ​ຫັດ​ອື່ນ​ໆ​.



ຫຼັງ​ຈາກ​ດຳ​ເນີນ​ການ​ຂ້າງ​ຕົ້ນ​ແລ້ວ​ Atomic ຈະ​ດຳ​ເນີນ​ການ​ລັກ​ຂໍ້​ມູນ​ຈາກຊ໋ອບ​ແວ​​ທີ່​ເຮັດວຽກ​ເທິງ​ເຄື່ອງ​ macOS ທີ່​ຖືກ​ໂຈມ​ຕີ ລວມ​ເຖິງ​ຂໍ້​ມູນ​ດັ່ງ​ຕໍ່ໄປ​ນີ້​:

  • ຂໍ້​ມູນ​ cryptocurrency wallet : Electrum, Binance, Exodus, Atomic
  • ຂໍ້​ມູນ​ Cryptocurrency wallet extension : extension ທັງໝົດ 50 ລາຍການ ຊຶ່ງລວມທັງ  Trust Wallet, Exodus Web3 Wallet, Jaxx Liberty, Coinbase, Guarda, TronLink, Trezor Password Manager, Metamask, Yoroi ແລະ BinanceChain.
  • ຂໍ້ມູນ Web browser : auto-fill ລະ​ຫັດ​ຜ່ານ​ ຄຸກ​ກີ້​ ແລະ ​ບັດ​ຣ​ເຄຣ​ດິດ​ ຈາກ​ Google Chrome, Mozilla Firefox, Microsoft Edge, Yandex, Opera ແລະ Vivaldi.
  • ຂໍ້ມູນ System information : ຊື່ຮຸ່ນ, UUID ຂອງຮາດແວ, ຂະໜາດ RAM, ຈໍານວນຄໍ (Core count) , ໝາຍເລກຊີຣຽວ (Serial number) ແລະ ອື່ນໆ.
ນອກຈາກນີ້ຍັງພົບວ່າ  Atomic ສາມາດລັກຟາຍໄດ້ໂດຍກົງຈາກ directory  'Desktop' ແລະ 'Documents' ຂອງ​ເຫຍື່ອ​ ແຕ່​ຍັງ​ຈຳ​ເປັນ​ຕ້ອງ​ຂໍ​.



ເມື່ອ​ລັກ​ຂໍ້​ມູນ​ສຳເລັດ​ແລ້ວ​ ມັນ​ແວ​​ຈະ​ບັນ​ທຶກ​ຂໍ້​ມູນ​ທັງ​ໝົດ​ລົງ​ໃນ​ຟາຍ ZIP ແລ້ວ​ສົ່ງ​ອອກ​ໄປ​ຫາ​ command and control (C2) Server ຂອງ​ແຮັກເກີ ຊຶ່ງ​ຢູ່​ທີ່​ "amos-malware[.]ru/sendlog" ນອກ​ຈາກ​ນີ້​ຍັງ​ພົບ​ວ່າ​ IP address ທີ່​ເຊື່ອມ​ໂຍງ​ກັບ​ C2 Server ໄດ້​ຖືກ​ໃຊ້​ໂດຍ​ກຸ່ມ​ Raccoon Stealer ຊຶ່ງ​ອາດຈະ​ມີ​ຄວາມ​ເຊື່ອມ​ໂຍງ​ກັນ​.



ເຖິງວ່າ​ macOS ຈະ​ບໍ່​ແມ່ນ​ເປົ້າ​ໝາຍ​ຫຼັກ​ໃນ​ການ​ໂຈມ​ຕີ​ຂອງ​ກຸ່ມ​ແຮັກເກີ ແຕ່​ກໍ່​ພົບ​ວ່າ​ປັດຈຸບັນ​ macOS ໄດ້​ເລີ່ມ​ຕົກ​ເປັນ​ເປົ້າ​ໝາຍ​ການ​ໂຈມ​ຕີ​ຂອງ​ກຸ່ມ​ແຮັກເກີຕ່າງ​ໆ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ ເຊັ່ນ​: ການ​ໂຈມ​ຕີ​ 3CX supply chain attack ຈາກ​ກຸ່ມ​ APT ຂອງ​ເກົາ​ຫຼີ​ເໜືອ​ ທີ່ມີ​ເປົ້າ​ໝາຍໄປທີ່​ macOS ອີກ​ດ້ວຍ​.

ເອກະສານອ້າງອີງ:

  1. https://www.bleepingcomputer.com/news/security/new-atomic-macos-info-stealing-malware-targets-50-crypto-wallets/
  2. https://www.i-secure.co.th/2023/05/%e0%b8%9e%e0%b8%9a%e0%b8%a1%e0%b8%b1%e0%b8%a5%e0%b9%81%e0%b8%a7%e0%b8%a3%e0%b9%8c%e0%b8%82%e0%b9%82%e0%b8%a1%e0%b8%a2%e0%b8%82%e0%b9%89%e0%b8%ad%e0%b8%a1%e0%b8%b9%e0%b8%a5%e0%b9%83%e0%b8%99-macos/

ລາຍການຮູບ

Meesaisak 04 May 2023 489 Print