Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ATM Skimming ໄພອັນຕະລາຍ!!! ເສຍຫາຍເຖິງຂັ້ນໝົດໂຕ

ATM Skimming ໄພອັນຕະລາຍ!!! ເສຍຫາຍເຖິງຂັ້ນໝົດໂຕ

ໃນໄລຍະ​ນີ້​ມີ​ຂ່າວ​ກ່ຽວກັບ​ການ​ລັກ​ຂໍ້​ມູນ​ຈາກ​ບັດ​​ ATM ດ້ວຍ​ການລັກ​ຖອນ​ເງິນ​ອອກຈາກ​ບັນ​ຊີ​ຜ່ານ​ຕູ້​ ATM ເປັນຈໍານວນຫຼາຍ​ໆລ້ານກີບ ຈົນເຮັດໃຫ້​ຜູ້ຕົກເປັນເຫຍື່ອໄດ້ຮັບຜົນເສຍຫາຍຢ່າງຫຼວງຫຼາຍ ລວມເຖິງທະນາຄານທີ່ໃຫ້ບໍລິການເອງ.

ໃນວັນທີ 10 ມີນາ 2023 ຜູ້ໃຊ້ເຟສບຸກທີ່ຊື່ວ່າ Viyalak Vongprachanh ໄດ້ອອກມາໂພສ ເຖິງເຫດການທີ່ຕົນເອງຕົກເປັນຜູ້ເສຍຫາຍຖືກລັກຖອນເງິນອອກຈາກບັນຊີໂດຍບໍ່ຮູ້ຕົວ ຫຼາຍກວ່າ 57 ລ້ານກີບ.



ຂໍ້ມູນອ້າງອີງຈາກຜູ້ໃຊ້ເຟສບຸກ: Viyalak Vongprachanh

ກ່ອນໜ້າເຫດການດັ່ງກ່າວນັ້ນ ທາງທະນາຄານການຄ້າຕ່າງປະເທດລາວ ກໍ່ໄດ້ອອກແຈ້ງການເຕືອນໄພກ່ຽວກັບກຸ່ມຄົນບໍ່ຫວັງດີພະຍາຍາມລັກລອບເອົາຂໍ້ມູນບັດ ໂດຍຜ່ານຕູ້ ATM  ແລະ ໄດ້ຮຽກຮ້ອງໃຫ້ລູກຄ້າຂອງທະນາຄານມີຄວາມລະມັດລະວັງໃນການນຳໃຊ້ຕູ້ ATM ຫຼາຍຂຶ້ນ ພ້ອມທັງເປັນຫູເປັນຕານໍາກັນໃນການແຈ້ງຄວາມຜິດປົກກະຕິທີ່ເກີດຂຶ້ນກັບຕູ້ ATM  ຜ່ານທາງສາຍດ່ວນ 1555 ຕະຫຼອດ 24 ຊົ່ວໂມງ.


 

ຂໍ້ມູນອ້າງອີງຈາກເຟສບຸກເພຈ: BCEL Bank

ເມືອມີເຫດການແບບນີ້ແລ້ວ ເຮົາມາຮູ້ຈັກກັບ​ "ATM Skimming" ແລະ ​ວິທີ​ປ້ອງ​ກັນ​ຕົນ​ເອງ​ຈາກ​ການ​ລັກ​ຂໍ້​ມູນບັດ​ໃນ​ລັກສະນະ​ນີ້​ໄດ້ແນວໃດ. ໃນບົດຄວາມນີ້ຈະໄດ້ອະທິບາຍກ່ຽວກັບໄພຄຸກຄາມດັ່ງກ່າວ ເພື່ອໃຫ້ເປັນຄວາມຮູ້ ແລະ ເປັນແນວທາງໃນການປ້ອງກັນຕົນເອງບໍ່ໃຫ້ຕົກເປັນເຫຍື່ອຂອງ  "ATM Skimming".

ATM Skimming ຄື​ຮູບ​ແບບ​ການ​ດັກ​ຂໍ້​ມູນ​ ແລະ ​ດັກ​ລະຫັດ​ບັດ​​ ໂດຍ​ໃຊ້​ວິທີ​ການເຮັດ​ປຸ່ມ​ກົດ​ປອມ​ ແລະ​ ເຄື່ອງ​ອ່ານ​ບັດ​ປ​ອມ​ຕິດ​ທັບ​ກັບ​ອຸປະກອນ​ຂອງແທ້​ເທິງ​ເຄື່ອງ​ ເຄື່ອງ​ອ່ານ​ບັດ​ປອມ​ນີ້​ຈະ​ອ່ານ​ຂໍ້​ມູນ​ຈາກ​ແຖບ​ແມ່​ເຫຼັກ​ເທິງ​ບັດ​​ແລ້ວ​ຄັດ​ລອກ​ລົງ​ໃນ​ໜ່ວຍ​ຄວາມ​ຈຳ​ ຊຶ່ງ​ອຸປະກອນ​ນີ້​ຖືກ​ດັດ​ແປງ​ໃຫ້​ມີ​ຂະໜາດ​ນ້ອຍ ​ແລະ​ ໃກ້​ຄຽງ​ກັບ​ເຄື່ອງ​ອ່ານ​ບັດ​ຕົວຈິງ.

ຫຼັງ​ຈາກ​ທີ່​ອ່ານ​ຂໍ້​ມູນ​ໃນ​ບັດ​​ຊຶ່ງ​ເປັນ​ຂໍ້​ມູນ​ເລກ​ປະຈຳ​ຕົວ​ຂອງ​ບັດ​​ໄດ້​ແລ້ວ​ ກໍ​່ຈະ​ນຳ​ມາ​ເຮັດ​ບັດ​​ ATM ປອມ​ ຂັ້ນຕອນ​ຕໍ່ໄປ​ກໍ​່ຈະ​ເປັນ​ການ​ລັກ​ລະ​ຫັດຜ່ານ​ ໂດຍ​ການ​ໃຊ້​ກ້ອງ​ຮູ​ເຂັມ​ເພື່ອ​ລັກເບິ່ງລະ​ຫັດ​ຜ່ານ ຊຶ່ງ​ຈະ​ຕິດ​ຕັ້ງ​ໄວ້​ບໍລິເວນ​ໃກ້​ໆ​ ແປ້ນ​ໃສ່​ລະ​ຫັດ​ ເພື່ອ​ເບິ່ງ​ວ່າ​ເລກ​ລະຫັດ​ 6 ຕົວ​ ແມ່ນ​ຫຍັງ​. ວິທີ​ນີ້​ອາດຈະ​ບໍ່​ປະ​ສົບ​ຜົນສຳ​ເລັດ​ເນື່ອງ​ຈາກ​ຄົນ​ກົດ​ອາດ​ຈະເອົາ​ມື​ບັງ​ ຫຼື ​ມີ​ແສງ​ສະ​ທ້ອນ​ກໍ່​ຈະ​ເຮັດໃຫ້​ພາບ​ທີ່​ໄດ້​ບໍ່​ຊັດເຈນ​.

ດັ່ງ​ນັ້ນ​, ຈຶ່ງ​ມີ​ການ​ດັດ​ແປງ​ ຫຼື ​ພັດທະນາ​ຂຶ້ນ​ມາ​ອີກ​ ດ້ວຍ​ວິທີ​ການ​ດັກ​ຂໍ້​ມູນ​ການ​ກົດ​ລະ​ຫັດ​ ຫຼື ​ທີ່​ເອີ້ນວ່າ​ Key logger ຊຶ່ງ​ຈະຈື່​ການ​ກົດ​ແປ້ນ​ພິມ​ ແລະ​ ບັນ​ທຶກ​ໄວ້​ ໂດຍຜູ້ບໍ່ຫວັງດີ​​ຈະ​ນຳເອົາຊ໋ອບແວ​​ຕໍ່​ເຂົ້າ​ກັບ​ແປ້ນ​ຄີ​ບ​ອ​ດ​ປອມ​ ແລ້ວ​ນຳ​ມາ​ປິດທັບ​ຂອງແທ້​ ວິທີ​ນີ້​ຈະມີຄວາມ​ແມ່ນ​ຢຳ​ກວ່າ​ການ​ຕິດ​ກ້ອງ​ຮູເຂັມ (ສາມາດເບິ່ງຕົວຢ່າງ ແລະ ວິທີການປ້ອງກັນໄດ້ຈາກການແຈ້ງການເຕືອນໄພ ຂອງທະນາຄານການຄ້າຕ່າງປະເທດລາວ ຈາກຮູບຂ້າງເທິງ). ເມື່ອ​ຜູ້ບໍ່ຫວັງດີ​ໄດ້​ທັງ​ບັດ​ປອມ​ ແລະ ລະ​ຫັດ​ຜ່ານ​ ກໍ່​ຈະ​ນຳ​ໄປ​ກົດ​ເງິນ​ອອກຈາກ​ບັນຊີ​ໄດ້​ຢ່າງ​ສະດວກສະບາຍ​.

 

ທ່ານສາມາດອ່ານວິທີການປ້ອງກັນໄພຄຸກຄາມຂອງ ATM Skimming, ການນຳໃຊ້ລະບົບ Payment, E-Money ແລະ E-Banking ໃຫ້ມີຄວາມປອດໄພ ແລະ ການນຳໃຊ້ແອັບພິເຄຊັ່ນທ​ະນາ​ຄານ​ຜ່ານທາງອອນ​ລາຍ​ ໃຫ້​ປອດ​ໄພຈາກ​ການ​ຖືກ​ແຮັກ​ (Hack) ລັກ​ເງິນ​ ທີ່ເວັບໄຊ ລາວເຊີດ.

ເອກະສານອ້າງອີງ:

  1. https://www.facebook.com/viyalak.vongphachanh?eav=Afb83rWwWa1gBH_0J1G_xSZbiPA2vrLJ3WYgSyw7OCd6WNbI7kYcsYDCkahii8S8N3Q&paipv=0
  2. https://www.facebook.com/BCEL.Bank
  3. https://www.checkraka.com/money/article/111303

ລາຍການຮູບ

Meesaisak 10 March 2023 1,491 Print