Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ສຳມະນາ ການວິເຄາະລະບົບຄວາມປອດໄພເຄືອຂ່າຍ ແລະ ຂໍ້ມູນຂ່າວສານ ສຳລັບພາກລັດ ແລະ ເອກະຊົນ

ຈຳນວນຮູບພາບ: 5
ຮູບພາບຫຼ້າສຸດ ເພີ່ມໂດຍ Alexai on February 10 2020 16:49:34
ສູນລາວເຊີດ ຈັດກອງປະຊຸມສຳມະນາ ໃນຫົວຂໍ້: ການວິເຄາະລະບົບຄວາມປອດໄພເຄືອຂ່າຍ ແລະ ຂໍ້ມູນ ຂ່າວສານ ສຳລັບພາກລັດ ແລະ ເອກະຊົນ ເນັ້ນໜັກໃສ່ການສ້າງຄວາມເຂົ້າໃຈ ດ້ານເຕັກນິກ, ວິທີການປ້ອງກັນ ແລະ ບໍລິຫານຄວາມປອດໄພດ້ານເຄືອຂ່າຍ.
ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 16 ມີນາ 2017 ທີ່ຜ່ານມາ ທີ່ສະຖາບັນ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ຊຶ່ງໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມສຳມະນາໂດຍ ທ່ານ ວິໄລ ແກ້ວມະນີໄລ ຮອງ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ແລະ ທ່ານ ເຕີມພົງ ທະນາກູນ ໄພສານ ຜູ້ຈັດການຝ່າຍຜະລິດຕະພັນ ຂອງບໍລິສັດ ໄອທີ ກຣີນ ຈຳກັດ(ມະຫາຊົນ) ພ້ອມກັນນັ້ນກໍ່ຍັງມີພະນັກງານຂອງ ສກຄ ແລະ ແຂກຈາກບັນດາກະຊວງ, ISPs, Operators ແລະ ທະນາຄານ ເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວ. ກອງປະຊຸມສຳມະນາໃນຄັ້ງນີ້, ຄະນະປະທານ ໄດ້ກ່າວເຖິງຄວາມສຳຄັນຂອງວຽກງານປ້ອງກັນຂໍ້ມູນຂ່າວສານ ແລະ ບົດບາດຂອງເຕັກໂນໂລຊີ ຫຼື ICT ຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ໂດຍສະເພາະແມ່ນມີບົດບາດສໍາຄັນໃນຂະບວນການເຊື່ອມໂຍງບັນດາປະເທດ ທີ່ມີຄວາມເຕີບໃຫຍ່ທາງພາກທຸລະກິດ ແລະ ການລົງທຶນເຊື່ອມຈອດເຂົ້າຫາກັນ. ນອກຈາກນັ້ນ, ຍັງໄດ້ກ່າວເຖິງບັນຫາດ້ານຄວາມປອດໄພທາງໄຊເບີທີ່ມີແນວໂນ້ມເພີ່ມຂຶ້ນ.
ໃນໂອກາດດັ່ງກ່າວນີ້, ທ່ານ ຮອງ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ຍັງໄດ້ກ່າວເຖິງບົດບາດຄວາມສຳຄັນ ຂອງ ສູນ LaoCERT ໃນການຕໍ່ຕ້ານໄພຄຸກຄາມທາງໄຊເບີ ທັງຢູ່ພາຍໃນປະເທດ ແລະ ສາກົນ. ນອກຈາກນັ້ນ, ທ່ານຍັງໃຫ້ຮູ້ຕື່ມວ່າ ປັດຈຸບັນທາງ ສູນລາວເຊີດ ໄດ້ກະກຽມສະເໜີຜ່ານຮ່າງ ກົດໝາຍວ່າດ້ວຍ ການປົກປ້ອງຂໍ້ມູນເອເລັກໂຕຣນິກ ທີ່ກອງປະຊຸມ ສະພາ ແຫ່ງຊາດ ໃນທ້າຍເດືອນ ເມສາ 2017, ພ້ອມທັງກະກຽມສ້າງດຳລັດ ວ່າດ້ວຍ ນະໂຍບາຍຄວາມປອດໄພແຫ່ງຊາດທາງໄຊເບີ ເພື່ອສະເໜີຄະນະລັດຖະບານຮັບຮອງໃນ ເດືອນ ຕຸລາ ປີ 2017 ນີ້.