Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ກອງປະຊຸມສໍາມະນາ ສໍາລັບບັນດາປະເທດ CLMV

ຈຳນວນຮູບພາບ: 5
ຮູບພາບຫຼ້າສຸດ ເພີ່ມໂດຍ laocert on October 18 2022 15:31:40
ໃນລະຫວ່າງວັນທີ 31 ຕຸລາ ເຖິງ ວັນທີ 01 ພະຈິກ 2016 ນີ້, ທີ່ ໂຮງແຮມລາວພຣາຊ່າ ໄດ້ມີການຈັດກອງປະຊຸມສໍາມະນາສໍາລັບບັນດາປະເທດ CLMV ໃນຫົວຂໍ້ “ນະໂຍບາຍສາກົນ ດ້ານຄວາມປອດໄພທາງໄຊເບີ ແລະ ການປະສານງານ” (International Cyber Security Policy and Diplomacy) ຊຶ່ງໄດ້ຮັບການສະໜັບສະໜູນຈາກກອງທຶນ ICT4Peace ຂອງປະເທດສະວິດເຊີແລນ, ກອງປະຊຸມໃນຄັ້ງນີ້ແມ່ນຈັດຂຶ້ນສະເພາະ 4 ປະເທດຄື: ກໍາປູເຈຍ, ສປປ ລາວ, ພະມ້າ ແລະ ຫວຽດນາມ. ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ປທສ, ມີການເຂົ້າຮ່ວມຂອງທ່ານ Dr. Deniel Stauffacher ປະທານກອງທຶນ ICT4Peace ປະເທດສະວິດເຊີແລນ ແລະ ຜູ້ຕາງໜ້າຮັບຜິດຊອບວຽກງານດ້ານຄວາມປອດໄພທາງໄຊເບີຂອງບັນດາ 4 ປະເທດ ພ້ອມດ້ວຍຄະນະວິຊາການ ດ້ານຄວາມປອດໄພທາງໄຊເບີທີ່ກ່ຽວຂ້ອງ.