Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ກອງປະຊຸມວິຊາການ ປຶກສາຫາລື ຖອດຖອນບົດຮຽນ ບັນຫາອາຊະຍາກໍາທີ່ເກີດຂຶ້ນທາງອິນເຕີເນັດຢູ່ ສປປ ລາວ

ຈຳນວນຮູບພາບ: 2
ຮູບພາບຫຼ້າສຸດ ເພີ່ມໂດຍ sayananh on July 01 2022 15:55:34
ໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2022 ນີ້, ກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມວິຊາການ ຮ່ວມກັບ ກົມຕໍາຫຼວດເສດຖະກິດ, ອົງການສືບສວນ-ສອບ ສວນ, ກົມຕໍາຫຼວດສາກົນ ແລະ ສູນຄຸ້ມຄອງອິນເຕີເນັດ ກະຊວງ ປ້ອງກັນຄວາມສະຫງົບ ພາຍໃຕ້ຫົວຂໍ້: ປຶກສາຫາລືຖອດຖອນບົດຮຽນ ບັນຫາອາຊະຍາກໍາທີ່ເກີດຂຶ້ນທາງອິນເຕີເນັດຢູ່ ສປປ ລາວ ທີ່ສູນອິນເຕີເນັດ ແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ສຸນນະລັດ, ຫົວໜ້າ ກົມຄວາມປອດໄພໄຊເບີ, ມີຜູ້ເຂົ້າຮ່ວມ 14 ທ່ານ ມີຜູ້ຕາງໜ້າຈາກ ກະຊວງ ປ້ອງກັນຄວາມສະຫງົບ ຈໍານວນ 08 ທ່ານ ແລະ ຈາກກົມຄວາມປອດໄພໄຊເບີ 06 ທ່ານ.

ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ລາຍງານ ສະພາບບັນຫາອາຊະຍາກໍາທີ່ເກິດຂຶ້ນຢູ່ ສປປ ລາວ ພ້ອມທັງ ສະເໜີແລກປ່ຽນຄວາມຄິດເຫັນເຖິງຄວາມສໍາຄັນໃນການແກ້ໄຂບັນຫາ ແລະ ແຜນການຮັບມື ປ້ອງກັນ ຮ່ວມກັນໃນຕໍ່ໜ້າ ໃຫ້ເກີດມີປະສິດຕິພາບປະສິດຕິຜົນສູງ ແລະ ທັງສາມາດຕີຕ້ານປະກົດການຫຍໍ້ຖໍ້ທາງສື່ສັງຄົມອອນລາຍໃຫ້ລຸດໜອ້ຍຖອ້ຍລົງເທື່ອລະກ້າວ.