Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ກະຊວງ ປທສ ເຂົ້າປ້ອງກັນ ຮ່າງກົດໝາຍ ວ່າດ້ວຍ ການປົກປ້ອງຂໍ້ມູນເອເລັກໂຕຣນິກ

ຈຳນວນຮູບພາບ: 3
ຮູບພາບຫຼ້າສຸດ ເພີ່ມໂດຍ Alexai on February 11 2020 11:23:48
ນຕອນເຊົ້າວັນທີ 12 ພຶດສະພາ 2017 ທີ່ຜ່ານມານີ້ ກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງ ສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນເປັນມື້ທີ 18 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ຊຶ່ງໃນມື້ດັ່ງກ່າວ ໄດ້ມີວາລະຜ່ານຮ່າງ ກົດໜາຍ ວ່າດ້ວຍ “ການປົກປ້ອງຂໍ້ມູນເອເລັກໂຕຣນິກ” ຂອງ ກະຊວງ ປທສ, ຊຶ່ງນໍາພາໂດຍ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ປທສ ພ້ອມຄະນະຮັບຜິດຊອບສ້າງຮ່າງກົດໝາຍ ຊຶ່ງໄລຍະທໍາອິດຂອງກອງປະຊຸມ ທ່ານ ລັດຖະມົນຕີ ກະຊວງ ປທສ ໄດ້ຂຶ້ນສະເໜີຮ່າງກົດໝາຍ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍດັ່ງກ່າວໃຫ້ມີເນື້ອໃນອຸດົມສົມບູນ ແລະ ຮັດກຸມຂຶ້ນ. ຈາກນັ້ນ, ປະທານ ກອງປະຊຸມໄດ້ເນັ້ນໃຫ້ ສະມາຊິກສະພາແຫ່ງຊາດ ປະກອບຄໍາເຫັນໃສ່ ມາດຕາ 2, ໝວດທີ 3, ມາດຕາ 26-29, ໝວດທີ 4 ເປັນຕົ້ນແມ່ນ ການແບ່ງສິດຄຸ້ມຄອງ, ຕິດຕາມກວດກາວຽກງານກ່ຽວກັບການປົກປ້ອງຂໍ້ມູນເອເລັກໂຕຣນິກ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງເຫັນວ່າຖືກຕ້ອງ, ເໝາະສົມ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ຕາມທິດ 3 ສ້າງ ແລ້ວ ຫຼື ບໍ່? ການກໍານົດກ່ຽວກັບ ມາດຕະການປັບໃໝໃນ ມາດຕາ 51 ຂອງຮ່າງກົດ ໝາຍສະບັບນີ້ ແມ່ນກໍານົດການປັບໃໝ່ທາງດ້ານບໍລິຫານຕໍ່ກັບການກໍານົດມູນຄ່າປັບໃໝດັ່ງກ່າວ ບັນດາທ່ານເຫັນວ່າມີຄວາມເໝາະສົມແລ້ວບໍ່ ກັບສະພາບຄວາມເປັນຈິງທາງດ້ານ ເສດຖະກິດ-ສັງຄົມ ຂອງປະເທດເຮົາ?. ຈາກນັ້ນ, ປະທານກອງປະຊຸມໄດ້ສະຫຼຸບລວມການປະກອບຄໍາເຫັນ ແລະ ສະເໜີໃຫ້ ສະມາຊິກສະພາແຫ່ງຊາດ ລົງຄະແນນຮັບຮອງເອົາ ກົດໝາຍ ດັ່ງກ່າວ ຊຶ່ງຜ່ານການລົງຄະແນນສຽງຜູ້ເຂົ້າຮ່ວມທັງໜົດທັງໜົດ 105 ທ່ານ, ເຫັນດີ 99 ສຽງ, ບໍ່ເຫັນດີ 04 ສຽງ ແລະ ບໍ່ອອກສຽງ 02 ສຽງ.