Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ວິທີການລາຍງານຫາ Facebook ເມື່ອມີຄົນປອມແປງບັນຊີ ເພື່ອໃຫ້ Faccebook ປິດໂປຣໄຟລ໌ນັ້ນ

ວິທີ​ການ​ລາຍ​ງານຫາ​ Facebook ເພື່ອ​ໃຫ້​ Faccebook ປິດ​ໂປຣ​ໄຟ​ລ໌​ນັ້ນ​ ເມື່ອມີຄົນປອມ​ແປງ​ບັນຊີ​ 

Article Images: fb_report.jpg

 

ກໍລະນີ​ຖືກ​ປອມແປງບັນຊີ​ໃນ Facebook ແຕ່​ຍັງບໍ່​ພົບເຫັນ​ຄວາມ​ເສັຍ​ຫາຍ​ ມີຂໍ້ແນະນໍາ ຕາມ​ຂັ້ນ​ຕອນ​ດັ່ງ​ນີ້​:

  1. ຜູ້​ຖືກ​ປອມ​ແປງບັນຊີ​ ຫຼື ​ພໍ່​ແມ່​ຜູ້ປົກ​ຄອງຂອງຜູ້ທີ່ຖືກປອມແປງ (ໃນກໍລະນີທີ່ຜູ້ເສຍຫາຍເປັນເດັກນ້ອຍ)​ ໃຫ້ເຂົ້າໄປ​ທີ່​ ລິ້ງ: www.facebook.com/help/contact/169486816475808;
  2. ປ້ອນ​ຂໍ້​ມູນ​ ແລະ ​ແນບ​ໄຟ​ລ໌​ເອກະສານ​ຢືນຢັນ​ຕົວ​ຕົນ​;
  3. ລໍຖ້າ​ Facebook ກວດ​ສອບ​ຂໍ້​ມູນ​;
  4. Facebook ຈະ​ແຈ້ງ​ທາງ​ອີ​ເມວ ​ຫຼື​ ກ່ອງ​ຮັບຂໍ້ຄວາມ​ຊ່ວຍເຫຼືອ​ (Support Inbox) ຖ້າຫາກ​ເປີດ​ໃນ​ເຄື່ອງ​ຄອມພິວເຕີ​ຈະ​ຢູ່ໃນ​ການຕັ້ງ​ຄ່າ​ ແຕ່ຖ້າເປີດ​ໃນ​ໂທລະສັບ​ຈະ​ຢູ່ໃນ​ການ​ຊ່ວຍ​ເຫຼືອ ​ແລະ ​ສະໜັບ​ສະໜູນ​.

ແຕ່​ຖ້າ​ຖືກ​ປອມແປງ​ ແລ້ວ​ພົບ​ຄວາມ​ເສັຍ​ຫາຍ​ ເຊັ່ນ​: ນໍາ​ໄປ​ຫຼອກລວງ​ຂໍ​ຂໍ້​ມູນ​, ຫຼອກລວງ​ໃຫ້​ໂອນ​ເງິນ​ ທີ່ຜິດຕໍ່ ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ ທ່ານ​ສາມາດ​ແຈ້ງ​ຄວາມ​ຮ້ອງ​ທຸກ​ໄດ້​ກັບເຈົ້າໜ້າທີ່ຂອງເມືອງທີ່ທ່ານອາໄສຢູ່​.

Porher 23 March 2020 2125 reads Print