Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

10 ອັນດັບ ແນວໂນ້ມໄພຄຸກຄາມທາງໄຊເບີ ໃນ ປີ 2026

  1. AGI Threat Landscape: ເມື່ອ​ AI ສະຫຼາດ​ກວ່າ​ເຮົາ​

AGI (Artificial General Intelligence) ກຳ​ລັງ​ເຂົ້າໃກ້​ຄວາມ​ສາມາດ​ລະ​ດັບ​ມະນຸດຫຼາຍ​ຂຶ້ນ​ທຸກ​ມື້​ ເມື່ອ​ແຮັກ​ເກີ​ (Hacker) ​ສາມາດ​ໃຊ້​ AGI ວິ​ເຄາະ​ລະບົບ​, ສ້າງ​ Payload, ເຈາະ​ລະບົບ​ ທັງ​ໝົດນີ້ສາມາດເຮັດໄດ້​ພາຍ​ໃນ​ບໍ່​ພໍເທົ່າໃດ​ວິ​ນາ​ທີ​, ການ​ໂຈມ​ຕີ​ກໍ​່ຈະ​ເປັນ​ແບບ​ ອັດ​ໂນ​ມັ​ດ ແລະ​ ຄາດ​ເດົາ​ບໍ່​ໄດ້​.

 

ສິ່ງ​ທີ່​ອົງ​ກອນຕ້ອງ​ເຮັດ​: ວາງ​ນະໂຍບາຍ​ການ​ໃຊ້​ AI ຢ່າງ​ປອດ​ໄພ ແລະ​ ກະກຽມ​ເຄື່ອງ​ມື​ສຳລັບການ​ກວດ​ຈັບ​ພຶດຕິກຳ​ທີ່ຜິດ​ປົກກະຕິ​ແບບ​ Real-time.

  1. Deepfake-as-a-Service: ປອມ​ທຸກ​ຢ່າງ​ພຽງແຕ່ກົດເມົ້າສອງສາມຄັ້ງ​

ແຮັກ​ເກີ​​ບໍ່​ຕ້ອງ​ສ້າງ​ Deepfake ເອງ​ອີກ​ຕໍ່ໄປ​, ສາມາດ​ “ຊື້​” ໄດ້​ຈາກ​ຕະຫຼາດ​ໃຕ້​ດິນ​.

  • ປອມ​ສຽງ​ຜູ້​ບໍລິຫານ​ໂທ​ຫາ​ຝ່າຍ​ບັນຊີ​;
  • ສ້າງ​ວິ​ດີ​ໂອປະ​ຊຸມ​ປອມ​ເພື່ອ​ຫຼອກ​ຄູ່ຮ່ວມທຸລະກິດ;​
  • ປອມ​ເອກະສານທາງ​ການ​ເພື່ອ​ເຂົ້າ​ເຖິງ​ລະບົບ​.

 ນີ້​ຄື​ໄພຄຸກຄາມ​ໃໝ່​ທີ່​ໃຊ້​ “AI ບິດ​ເບືອນ​ຄວາມ​ຈິງ​ ຢ່າງ​ແນບນຽນທີ່ສຸດ​

 

  1. Cloud Takeover: ເມກ​ທີ່​ບໍ່​ປອດ​ໄພ​ອີກ​ຕໍ່ໄປ​

ເມື່ອ​ອົງກອນ​ໃຊ້​ Multi-Cloud ຫຼາຍ​ຂຶ້ນ​ ຊ່ອງ​ໂຫວ່​ໃນ​ການ​ກຳນົດ​ສິດ​ (Misconfiguration) ກໍ່​ເພີ່ມ​ຂຶ້ນ​ເຊັ່ນກັນ.

  • ໂຈມ​ຕີ​ໂດຍ​ແຊກ​ໂຕ​ເຂົ້າໄປ​ລະຫວ່າງ​ Cloud Account ທີ່​ເຊື່ອມ​ໂຍງ​ກັນ​;
  • ດຶງ​ຂໍ້​ມູນ​ຈາກ​ S3 ທີ່​ເປີດ​ໂດຍ​ບໍ່​ຕັ້ງ​ໃຈ​;
  • Hijack ລະບົບ​ CI/CD ທີ່​ຜູກຕິດ​ກັບ​ Cloud API.

 

ຕ້ອງ​ຍົກ​ລະດັບ​ Cloud Security Monitoring ເປັນ​ແບບຕໍ່​ວິ​ນາ​ທີ​ ບໍ່​ແມ່ນ​ຕໍ່​ມື້​.

  1. Shadow AI: AI ທີ່​ຝ່າຍ​ໄອ​ທີ​ບໍ່​ຮູ້​ວ່າ​ມີ​

ພ​ະນັກ​ງານ​ໃຊ້​ງານ​ເຄື່ອງ​ມື​ AI ເຊັ່ນ​: Copilot, Notion AI, ChatGPT ໂດຍ​ບໍ່​ຜ່ານ​ລະບົບ​ຂອງ​ອົງ​ກອນ​
ນັ້ນ​ຄື​ “ຊ​່ອງໂຫວ່​ເຊື່ອງຊ້ອນ​” ທີ່​ເຮັດໃຫ້​ຂໍ້​ມູນ​ສຳຄັນ​ຮົ່ວ​ໄຫຼ​ໂດຍ​ບໍ່​ຮູ້​ຕົວ​.

 

ຕ້ອງ​ມີ​ລະບົບ​ກວດ​ຈັບ​ການ​ໃຊ້​ AI ພາຍ​ໃນ​ອົງ​ກອນ​ ແລະ ​ສ້າງ​ Awareness ທັນ​ທີ​.

  1. Human Manipulation 3.0: AI ຊ່ວຍ​ຫຼອກລວງ​ເຮົາ​ເກັ່ງ​ຂຶ້ນ​

ຈາກ​ເແບບເກົ່າ​ຄື​ Phishing Email -> ກາຍ​ເປັນ​ AI-Powered Social Engineering

  • AI ວິ​ເຄາະ​ໂພສໃນສື່ສັງຄົມອອນລາຍເປົ້າໝາຍ​ ແລ້ວ​ສົ່ງ​ຂໍ້ຄວາມ​ທີ່​ເປົ້າໝາຍ​ “ເຊື່ອ​ວ່າ​ເປັນ​ເລື່ອງ​ຈິງ​”;
  • ບັອດ​ຕອບ​ແຊດ (Chatbot) ​ຢ່າງ​ມີ​ເຫດຜົນ​ຈົນ​ແຍກ​ບໍ່​ອອກ​ວ່າ​ບໍ່​ແມ່ນ​ມະນຸດ​.

 

AI ບໍ່ພຽງ​ແຕ່​ “ຫຼອກ​ລວງ” ແຕ່​ “ໂນ້ມ​ນ້າວ​” ໄດ້​ຢ່າງ​ຊໍານານ​

  1. Post-Quantum Threats: ລະຫັດ​ລັບ​ທີ່​ບໍ່​ມີ​ທາງ​ປອດໄ​ພອີກ​ຕໍ່ໄປ​

Quantum Computer ທີ່​ກຳ​ລັງ​ພັດທະນາ​ຢ່າງ​ວ່ອງໄວ​ ຈະ​ສາມາດ​ຖອດ​ລະ​ຫັດ​ RSA ຫຼື​ ECC ໄດ້​ພາຍໃນ​ບໍ່ເທົ່າໃດ​ນາ​ທີ​.

  • Certificate Digital ທີ່​ໃຊ້​ປັດຈຸບັນ​ອາດ​ຖືກ​ທຳລາຍ​ໝົດ​;
  • ອົງ​ກອນ​ຕ້ອງ​ເລີ່ມ​ພິຈາລະນາ​ເຕັກ​ໂນ​ໂລ​ຊີ Post-Quantum Cryptography (PQC);

 

  1. Cybercrime-as-a-Platform: ອາຊະຍາກໍາ​ທາງໄຊ​ເບີ​ແບບ​ສະໝັກ​ໃຊ້​ບໍລິການ​

ບໍ່​ຈຳ​ເປັນ​ຕ້ອງ​ມີ​ທັກ​ສະການ​ແຮັກ​ ກໍ​່ສາມາດ​ສະໝັກ​ບໍລິການ​ “ແຮັກ​ຕາມ​ສັ່ງ​” ໄດ້​ແລ້ວ​.

  • ບໍລິການ​ຂາຍ​ Zero-day;
  • ແພັດ​ຟອມ (Platform) ​ແຈກ​ Ransomware + Dashboard ຈັດການ​ເຫຢື່ອ​;
  • ບໍລິການ​ຫຼົບ​ຫຼີກລະບົບ​ກວດ​ຈັບ​ແບບ​ Subscription.

 

ອົງ​ກອນຕ້ອງ​ຮູ້​ເທົ່າ​ທັນ​ຮູບ​ແບບ​ “ເສດຖະກິດ​ໃຕ້​ດິນ​” ເຫຼົ່າ​ນີ້​.

  1. AI Forensics: ສືບ​ສວນແນວໃດ​ເມື່ອ​ຄົນຮ້າຍ​ຄື​ AI

ເມື່ອ​ລະບົບ​ຖືກ​ເຈາະ​ໂດຍ​ AI  ຫຼັກ​ຖານ​ທີ່​ໄດ້​ອາດ​ຈະບໍ່​ແມ່ນ​ Log ປົກກະຕິ​ ອົງ​ກອນຕ້ອງ​ພັດທະນາ​ເຄື່ອງ​ມື​ AI Forensics ສຳລັບ​ກວດ​ສອບ​ການ​ກະທຳ​ທີ່​ “AI ສ້າງ​ຂຶ້ນ​ເອງ​” ແລະ​ “ບໍ່​ຖິ້ມ​ຮ່ອງ​ຮອຍ​ແບບ​ມະນຸດ​”.

 

  1. Zero Trust Architecture: ຈາກ​ແນວ​ຄິດ​ສູ່​ການ​ປະຕິບັດ​ຕົວຈິງ​

ບໍ່​ແມ່ນພຽງແຕ່​ “Zero Trust” ທີ່​ຢູ່​ເທິງ​ບົດນໍາສະເໜີ​ ແຕ່​ຕ້ອງ​ລົງ​ມື​ເຮັດຕົວ​ຈິງ​.

  • ການ​ພິສູດ​ຕົວ​ຕົນ​ທຸກ​ເທື່ອ​ທີ່​ເຂົ້າ​ໃຊ້​ງານ​;
  • ບໍ່​ເຊື່ອມ​ຕໍ່​ໂດຍ​ອັດຕະ​ໂນ​ມັດ ເຖິງ​ແມ່ນວ່າຈະຢູ່​ໃນ​ເຄືອ​ຂ່າຍ​ພາຍ​ໃນ​;
  • ມີ​ການ​ປະ​ເມີນ​ພຶດຕິກຳ​ຂອງ​ຜູ້​ໃຊ້​ຢ່າງ​ຕໍ່​ເນື່ອງ​ (Behavioral Baseline).

 

  1. Cyber Resilience Strategy: ປັບ​ຕົວ​ໃຫ້​ໄວ​ ແລະ​ ຟື້ນ​ຕົວ​ໃຫ້​ໄວ​

ຈາກ​ Security ໄປ​ສູ່​ Resilience ເຈົ້າ​ອາດ​ຈະບໍ່​ສາມາດ​ປ້ອງ​ກັນ​ການ​ໂຈມ​ຕີ​ໄດ້​ 100% ແຕ່​ຕ້ອງ​ຟື້ນ​ຕົວ​ໄດ້​ໄວ​ທີ່ສຸດ​.

  • ມີ​ Playbook ສຳລັບ​ຮັບ​ມື​ Ransomware;
  • ຊ້ອມ​ Attack Simulation ເປັນ​ປະຈຳ​;
  • ມີ​ Cyber Insurance ທີ່​ເຂົ້າໃຈ​ຄວາມ​ສ່ຽງ​ຍຸກ​ໃໝ່​.

 

ເອກະສານອ້າງອີງ:

  1. https://www.techtalkthai.com/top-10-cyber-trends-2026-cdic-2025-guest-post/

Meesaisak 24 September 2025 518 reads Print