Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ໄມ​ໂຄ​ຊ໋ອບ​ຢຸດ​ການ​ສະໜັບສະໜູນWindows 8, ເຖິງ​ເວລາ​ຍົກລະດັບ(upgrade)​ເປັນWindows 8.1 / Windows 10

ໄມ​ໂຄ​ຊ໋ອບ​ຢຸດ​ການ​ສະໜັບສະໜູນ Windows 8, ເຖິງ​ເວລາ​ຍົກລະດັບ (upgrade) ​ເປັນ Windows 8.1 / Windows 10
 

ໃນມື້​ນີ້​ລະບົບ​ປະຕິບັດການ Windows 8 ເຂົ້າ​ສູ່​ໄລ​ຍະ​ສິ້ນສຸດ​ການ​ສະໜັບສະໜູນ​ແລ້ວ ເຮັດໃຫ້​ແພັດ​ປະຈຳວັນ​ອັງ​ຄານ (Patch Tuesday) ທີ່​ໄມ​ໂຄ​ຊ໋ອບ​ປ່ອຍ​ອອກ​ມາ​​ນີ້​ກາຍ​ເປັນ​ອັບ​ເດດ​ດ້ານ​ຄວາມ​ປອດ​ໄພ​ຊຸດ​ສຸດ​ທ້າຍ ສຳລັບ Windows 8 ແລະ​ ຈາກ​ນີ້​ໄປ​ຜູ້​ທີ່​ຍັງ​ຄົງ​ໃຊ້​ງານ Windows 8 ຕໍ່ໄປ​ໂດຍ​ບໍ່​ຍົກລະດັບ (upgrade)​ຕ້ອງ​ພົບ​ກັບ​ຄວາມ​ສ່ຽງ​ທີ່​ອາດຈະ​ຖືກ​ເຈາະ​ລະບົບ​ຜ່ານ​ຊ່ອງໂຫ່ວ​ ຂອງລະບົບ​ປະຕິບັດການ​ທີ່​ຖືກ​ຄົ້ນ​ພົບ​ໃນ​ພາຍ​ຫຼັງ.

ໂດຍ​ທົ່ວ​ໄປ​ແລ້ວ​ໄລ​ຍະ​ການ​ສະໜັບສະໜູນ​ຂອງ Windows ເວີຊັ່ນ​ໜຶ່ງຈະ​ຍາວນານ​ເຖິງ 10 ປີ Windows 7 ຍັງ​ໄດ້ຮັບ​ການ​ສະໜັບສະໜູນ​ເຖິງ​ເດືອ​ນມັງກອນ ຄ.ສ. 2020 ຫຼື ​ Windows Vista ກໍ​ຍັງ​ໄດ້​ໄປ​ຕໍ່​ຈົນ​ເຖິງ​ເດືອນ​ເມ​ສາ ຄ.ສ. 2017 ແຕ່​ການ​ຄິດໄລ່​ໄລ​ຍະ​ການ​ສະໜັບສະໜູນ​ເທື່ອ​ນີ້​ກັບ​ຕ່າງ​ກັນ​ອອກ​ໄປ Windows 8 ມີ​ອາ​ຍຸ​ໄຂ​ທີ່​ສັ້ນ​ກວ່າ​ນັ້ນ​ຫຼາຍ.

ໂດຍ​ເປັນ​ເພາະ​ໄມ​ໂຄ​ຊ໋ອບ​ເລືອກ​ໃຊ້​ນະໂຍບາຍ​ຢຸດ​ການ​ສະໜັບສະໜູນ​ລະບົບປະຕິບັດການ ທີ່​ບໍ່​ໄດ້​ຕິດ​ຕັ້ງ service pack ພາຍ​ໃນ​ເວລາ 2 ປີ ​ພາຍຫຼັງຈາກມື້ທີ່​ມີ​ການ​ປ່ອຍ service pack ໃໝ່​ໃຫ້​ຕິດ​ຕັ້ງ ໂດຍ​ນັບ​ວ່າ Windows 8.1 ເປັນ service pack ສຳລັບ Windows 8 ນັ້ນ​ເອງ (ເຖິງວ່າ Windows 8.1 ຈະ​ມີ​ການ​ເພີ່ມຄຸນສົມບັດໃໝ່​ເຂົ້າ​ມາ​ນຳ ໃນ​ຂະນະ​ທີ່ service pack ຕາມ​ປົກກະຕິ​ແລ້ວ​ຈະ​ເປັນພຽງ​ຊຸດ​ລວມ​ປັບປຸງ​ທີ່​ແກ້​ໄຂ​ລະບົບ​ພຽງ​ເລັກໆ ນ້ອຍ​ ໆ ເທົ່າ​ນັ້ນ).

ຜູ້​ໃຊ້​ງານ Windows 8 ສາມາດ​ປັບປຸງ​ເປັນ Windows 8.1 ໄດ້​ຜ່ານ Windows Store ໂດຍ​ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ (ຍົກ​ເວັ້ນ​ອົງກອນ​ທີ່​ໃຊ້​ງານ​ແບບ Volume License ທີ່​ບໍ່​ມີ Software Assurance) ເມື່ອ​ຍົກລະດັບ (upgrade) ​ແລ້ວ ​ກໍ່​ຈະ​ໄດ້ຮັບ​ການ​ສະໜັບສະໜູນ​ໄປ​ຈົນ​ເຖິງ​ເດືອນມັງກອນ ຄ.ສ. 2023

ສຳລັບ​ຜູ້​ທີ່​ສົນ​ໃຈ​ຍົກລະດັບ (upgrade) ​ຕໍ່ໄປ​ເຖິງ Windows 10 ສາມາດ​ດາວໂຫຼດ​ຕົວ​ຕິດ​ຕັ້ງ​ຍົກລະດັບ (upgrade) ​ໄດ້​ທີ່້ໜ້າເວັບ​ຂອງ​ໄມ​ໂຄ​ຊ໋ອບ.

ເອກະສານອ້າງອີງ:  

  1. https://www.blognone.com/node/76643

ທີ່ມາ Windows CentralZDNet

laocert 03 March 2020 1017 reads Print