Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ນັກວິໄຈ ສາທິດການແຮັກເຊິເວີ Oracle ເພື່ອສະແດງໃຫ້ເຫັນເຖິງຊ່ອງໂຫວ່ທີ່ຮ້າຍແຮງ

ນັກວິໄຈ ສາທິດການແຮັກເຊິເວີ Oracle ເພື່ອສະແດງໃຫ້ເຫັນເຖິງຊ່ອງໂຫວ່ທີ່ຮ້າຍແຮງ

ສືບ​ເນື່ອງ​ມາ​ຈາກ ການແກ້ໄຂບັນຫາກ່ຽວກັບ ຊ່ອງໂຫວ່ ມີຄວາມຊັກຊ້າ ແລະ ໄຊ້ເວລາເຖິງ 6 ເດືອນ, ​ນັກ​ວິໄ​ຈ​ຮຽກວ່າ “mega 0-day” ຊ່ອງ​ໂຫວ່​ ນີ້ ​ສາມາດ​ນຳໃຊ້​ໄດ້​ຈາກ​ທາງ​ໄກ​ ໂດຍ​ບໍ່​ຕ້ອງ​ຜ່ານ​ການ​ພິສູດ​ຕົວ​ຕົນ ໄດ້ຖືກ​ຄົ້ນ​ພົບ​ໂດຍ Jang ແລະ Peterjson ນັກ​ວິໄ​ຈ​ດ້ານ​ຄວາມ​ປອດໄ​ພ ທີ່ມີຊື່​​ວ່າ The Miracle Exploit ໂດຍ Oracle ໄດ້ກະທຳການແກ້​ໄຂ​ບັນຫາ​ນີ້​ໃນ​ຊຸດ​ອັບ​ເດດ​ຄວາມ​ປອດໄ​ພ 520 ແພັດ (Patch) ທີ່​ຖືກ​ເຜີຍແຜ່​ ເມື່ອ​ເດືອນ​ ເມ​ສາ 2022

ວິ​ດີ​ໂອ​ສາ​ທິດ​ການ​ແຮັກ​ເວັບ​ຂອງ Oracle

https://youtu.be/crXKjOyc1Lk

ສາຍເຫດ​ທີ່​ນັກ​ວິ​ໄຈລົງ​ມື​ສາ​ທິດ​ການແຮັກ​ໃນ​ບາງ​ລະບົບຂອງ Oracle ເພື່ອ​ສະແດງ​ໃຫ້​ເຫັນ​ເຖິງ​ຜົນ​ກະທົບ​ຕໍ່ Oracle ເອງ ແລະ ​ໃຫ້​ຮູ້​ວ່າ​ຊ່ອງ​ໂຫວ່​ນີ້​ຮ້າຍແຮງ​ຫຼາຍ​ພຽງ​ໃດ ນັ້ນ​ເປັນ​ເຫດຜົນ ​ທີ່​ນັກ​ວິໄ​ຈ​ຕ້ອງ​ການ​ໃຫ້ Oracle ເລັ່ງ​ດຳ​ເນີນ​ການ​ໂດຍ​ໄວ​ທີ່ສຸດ ເພາະ​ຖ້າ​ປ່ອຍ​ໄວ້​ອາດຈະ​ສົ່ງ​ຜົນ​ຕໍ່​ລະບົບ​ ແລະ ​ລູກ​ຄ້າ​ຂອງ Oracle ເອງ.

ໃນໄລຍະ 6 ເດືອນຜ່ານມາ ນັກ​ວິ​ໄຈ​ໄດ້ຕັ້ງ​ຄຳ​ຖາມ​​ໃນການ​ແກ້​ໄຂ ແລະ ​ກວດສອບ ເຫັນ​ວ່າ​ ຕົວ​ແກ້​ໄຂ​ທີ່​ອອກ​ມາ​ນັ້ນ ຄ້ອນ​ຂ້າງ​ງ່າຍ​​ເກີນ​ໄປ ສຳລັບ Oracle ມີການ​ປ່ຽນ​ແປງ​ໂຄ້​ດ​ (Code) ພຽງເລັກ​ນ້ອຍ ແລະ ​ນັ້ນ​​ຈຶ່ງເປັນ​ເຫດ​ຜົນໃຫ້ ນັກ​ວິ​ໄຈ​ສາ​ທິດ​ການ​ແຮັກ​ຄຸນສົມບັດ​ເວັບ​ຂອງ Oracle ເຊັ່ນ: login.oracle.com ​ເພື່ອເຂົ້າ​ເຖິງ​ບໍລິການ​ອອນ​ລາຍຂອງ Oracle.

Miracle Exploit ສົ່ງ​ຜົນ​ກະທົບ​ຕໍ່​ຜະລິດຕະພັນ​ຈຳນວນ​ຫຼາຍ​ທີ່​ໃຊ້ Oracle Fusion Middleware ການເຮັດ deserialization ໃນ ADF Faces ຂອງ​ຊອບແວ.

ຫຼັງ​ຈາກ Oracle ໄດ້​ອອກ Patch 520 ລາຍ​ການ​ອອກ​ມາ ນັກ​ວິ​ໄຈ​ໄດ້​ລາຍ​ງານ​ຊ່ອງ​ໂຫວ່​ໄປ​ທີ່ ບໍລິສັດ​ຫຼາຍ​ແຫ່ງ ເຊັ່ນ: NAB Group, BestBuy, Starbucks, Dell, Regions Bank ແລະ United States Automobile Association ຜ່ານ​ຊ່ອງ​ທາງ​ໂປຣ​ແກຣມ​ ຫາ​ຂໍ້ບົກຜ່ອງຂອງ​ບໍລິສັດ​ຕ່າງ​ໆ.

ເອກະສານອ້າງອີງ:

  1. https://www.itnews.com.au/news/researchers-hacked-oracle-servers-to-demo-serious-vulnerability-581792
  2. https://www.techtalkthai.com/researchers-hacked-oracle-to-demo-serious-vulnerability/
Porher 12 July 2022 4,176 Print