Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ກວດດ່ວນ!!! ແອັບພີເຄຊັ່ນ ທີ່ເປັນອັນຕະລາຍຝັງມັລແວ (Joker) ດຶງເອົາຂໍ້ມູນທະນາຄານ

ກວດດ່ວນ!!! ແອັບພີເຄຊັ່ນ ທີ່ເປັນອັນຕະລາຍຝັງມັລແວ (Joker) ດຶງເອົາຂໍ້ມູນທະນາຄານ

    ທໍາຄວາມເຂົ້າໃຈກ່ຽວກັບ ໄວຣັດ ຫຼື ມັລແວ (Joker), ເປັນມັລແວທີ່ມີການຄົ້ນພົບໃນປີ 2017 ໂດຍແຝງ ໂຕນໍາແອັບໃຊ້ແຕ່ງຮູບພາບ, ແອັບສະແກນເອກະສານ ແລະ ອື່ນໆເປັນຈໍານວນຫຼາຍ, ຊຶ່ງສາມາດລວມໄດ້ 15 ແອັບ ແລະ ຄາດວ່າອາດມີຫຼາຍກ່ອນນີ້:






  1. Easy PDF Scanner;
  2. Now QRCode Scan;
  3. Super-VPN Now;
  4. Volume Booster Louder Sound Equalizar;
  5. Battery Charging Animation Bubble Effects;
  6. Smart TV Remote;
  7. Volume Booster Hearing Aid;
  8. Flishlight Flash Alert on Call;
  9. Halloween Coloring;
  10. Classic Emoji Keyboard;
  11. Super Hero-Effect;
  12. Dazzing Keyboard;
  13. Blender Photo Editor-Eazy Photo Background Editor;
  14. EmojiOne Keyboard;
  15. Battery Charging Animation Wallpaper…

    ເມື່ອທ່ານໃດທີ່ຕິດມັລແວໂຕນີ້ໄປແລ້ວ ຫຼັກໆແມ່ນຈະເຂົ້າເຖິງຂໍ້ມູນສ່ວນຕົວ ໂດຍສະເພາະ ຂໍ້ມູນທະນາຄານ ຂອງທ່ານ ຫາກມີການນໍາໃຊ້ແອັບຈະມີການສະແດງໂຄສະນາຂຶ້ນ, ໂຕມັລແວ Joker ຈະມີໂຄສະນາ ໃຫ້ທ່ານສະໝັກ ຫຼື ລົງທະບຽນ, ແຕ່ຄວາມຮຸນແຮງຂອງມັລແວ Joker ແມ່ນມັນຈະກົດເຂົ້າໄປສະໝັກ ຫຼື ລົງທະບຽນແທນທ່ານເອງ ໂດຍຜູກກັບຂໍ້ມູນບັນຊີທະນາຄານຂອງທ່ານ, ຊຶ່ງທະນາຄານຈະມີການສົ່ງເລກ OTP ເຂົ້າຂໍ້ຄວາມໃນມືຖືທ່ານ ໂຕມັລແວ Joker ທີ່ໄດ້ຮັບການເຂົ້າເຖິງ ຂໍ້ຄວາມໃນມືຖືທ່ານ ມັນກໍ່ສາມາດເຂົ້າຂໍ້ຄວາມໃນມືຖືທ່ານ ເອົາເລກ OTP ໄດ້ຢ່າງງ່າຍດາຍ.

ວິທີກວດສອບ ແລະ ປ້ອງກັນ

  • ກວດສອບຈໍານວນຜູ້ດາວໂຫລດແອັບ;
  • ເລື່ອນອ່ານລີວິວແອັບກ່ອນການຕິດຕັ້ງ;
  • ຕິດຕັ້ງໂປຣແກຣມປ້ອງກັນມັລແວໃນມືຖື (ແຕ່ໃຫ້ລະມັດລະວັງແອັບປ້ອງກັນມັລແວປອມ);
  • ກໍານົດຄ່າ Permission ຄ່າການເຂົ້າເຖິງຂອງແອັບ;
  • ຫາກຮູ້ສຶກວ່າຕິດມັລແວ ແລະ ຖືກດຶງຂໍ້ມູນໃຫ້ທ່ານ Reset Factory.

ເອກະສານອ້າງອີງ: ຮຽບຮຽງໂດຍ ພະແນກ ຄົ້ນຄວ້າ ແລະ ພັດທະນາ, ກົມຄວາມປອດໄພໄຊເບີ


ລາຍການຮູບ

Porher 21 December 2021 4,960 Print