Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ ການແຮັກ Facebook ເພື່ອຫຼອກລວງຄົນໃກ້ຊິດ ເຕີມເງິນໂທລະສັບໃຫ້

ແຈ້ງເຕືອນ ການແຮັກ Facebook ເພື່ອຫຼອກລວງຄົນໃກ້ຊິດ ເຕີມເງິນໂທລະສັບໃຫ້
ຈາກການລາຍງານຂອງ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ ຫົວພັນ ໃນເດືອນທີ່ຜ່ານມາ ພົບວ່າມີການແຮັກບັນຊີ Facebook ຂອງຜູ້ໃຊ້

ເພື່ອສົ່ງຂໍ້ຄວາມຕົວະໃຫ້ຄົນໃນຄອບຄົວ ແລະ ໝູ່ເພື່ອນຄົນສະໜິດ ຂອງເຈົ້າຂອງບັນຊີເຕີມເງິນໂທລະສັບໃຫ້ ຜ່ານທາງ BCEL One ຂອງທະນາຄານການຄ້າຕ່າງປະເທດລາວ ໃຫ້ກັບເລກໝາຍ 020 9564 8505, 9823 1606 ແລະ 9774 6145 ພາຍຫຼັງໄດ້ມີການກວດສອບເບີໂທໝາຍເລກດັ່ງກ່າວແລ້ວ ເຫັນວ່າເບີທັງໝົດແມ່ນຍັງບໍ່ທັນໄດ້ລົງທະບຽນ ແລະ ໜຶ່ງໃນເບີໂທນັ້ນແມ່ນເລກໝາຍທີ່ຖືກແບ່ງປັນໄປໃຫ້ ແຂວງ ຈໍາປາສັກ.

ຖ້າທ່ານໄດ້ຕິດຕາມການແຈ້ງທາງເວັບໄຊຂອງ ລາວເຊີດ ທ່ານຈະເຫັນວ່າການຫຼອກລວງໃນປັດຈຸບັນແມ່ນມີຫຼາກຫຼາຍຮູບແບບ ແລະ ຫຼາຍທາງ ທີ່ເປັນສື່ທາງອີເລັກໂຕຣນິກ ບໍ່ວ່າຈະເປັນ ອີເມວ, ວອດແອັບ, Facebook ແລະ ອື່ນໆ. ສະນັ້ນ, ເຮົາທຸກຄົນຈະຕ້ອງມີສະຕິລະວັງຕົວໃນການນໍາໃຊ້ສື່ສັງຄົມອອນລາຍດັ່ງກ່າວ ເພື່ອບໍ່ໃຫ້ຕົນເອງຕົກເປັນເຫຍື່ອຂອງຜູ້ບໍ່ຫວັງດີທາງໄຊເບີ.

ຂໍ້ແນະນໍາໃນການປ້ອງກັນ ແລະ ແກ້ໄຂ

ຈາກເຫດການທີ່ກ່າວມາຂ້າງເທິງນັ້ນ ເຫັນໄດ້ວ່າ ສາເຫດຕົ້ນຕໍແມ່ນການຖືກແຮັກບັນຊີ Facebook. ດັ່ງນັ້ນ, ເຮົາຄວນຕ້ອງປ້ອງກັນຕັ້ງແຕ່ຕົ້ນເຫດ ກໍ່ຄືການປ້ອງກັນບັນຊີ Facebook ຂອງເຮົາບໍ່ໃຫ້ຖືກແຮັກນັ້ນເອງ ແລະ ວິທີ ທີ່ທາງສູນເຮົາຈະແນະນໍາໃນການປ້ອງກັນໃນເບື້ອງຕົ້ນມີດັ່ງນີ້:

  1. ຕັ້ງລະຫັດຜ່ານເຂົ້ານໍາໃຊ້ Facebook ໃຫ້ຄາດເດົາໄດ້ຍາກ ແລະ ປະສົມປະສານລະຫວ່າງຕົວເລກ, ຕົວອັກສອນ ແລະ ສັນຍາລັກຕ່າງໆ ທີ່ມີຄວາມຍາວຢ່າງໜ້ອຍ 8 ຫຼັກ ຍິ່ງຫຼາຍເທົ່າໃດ ຍິ່ງດີ;
  2. ໝັ່ນປ່ຽນລະຫັດຜ່ານບັນຊີໃນທຸກໆເດືອນ;
  3. ບໍ່ຄວນບັນທຶກລະຫັດຜ່ານໄວ້ກັບບຣາວເຊີ (Browser) ເພາະອາດຈະມີຄົນສວມຮອຍໃຊ້ເຄື່ອງຄອມພິວເຕີດຽວກັນກັບເຮົາໄດ້;
  4. ຕັ້ງຄ່າການເຂົ້າລະບົບສອງຂັ້ນຕອນ (Two-Factor Authentication);
  5. ເພີ່ມເບີໂທລະສັບບຸກຄົນອື່ນທີ່ເຮົາໄວ້ໃຈໄດ້ ໃນບັນຊີ Facebook ເພື່ອໄວ້ໃຊ້ໃນກໍລະນີລືມລະຫັດຜ່ານ;
  6. ໃນກໍລະນີມືຖືສູນຫາຍ ໃຫ້ຮີບເຂົ້າບັນຊີ Facebook ຂອງຕົນເອງຈາກເຄື່ອງອື່ນ ເພື່ອອອກຈາກລະບົບບັນຊີ Facebook ຂອງມືຖືທີ່ສູນຫາຍນັ້ນ;
  7. ບໍ່ຄວນແບ່ງປັນບັນຊີ Facebook ຂອງຕົນເອງໃຫ້ກັບບຸກຄົນອື່ນນໍາໃຊ້ ບໍ່ວ່າຈະສະໜິດສະໜົມກັນພຽງໃດກໍ່ຕາມ;

ຂໍ້ແນະນໍາຂ້າງເທິງເປັນພຽງສ່ວນໜຶ່ງ ທີ່ສາມາດປ້ອງກັນໂຕທ່ານຈາກການຖືກແຮັກໄດ້ເທົ່ານັ້ນ ແຕ່ກໍ່ເປັນວິທີປ້ອງກັນທີ່ດີທີ່ຄວນຕ້ອງໄດ້ປະຕິບັດ ເພາະໃນປັດຈຸບັນການຫຼອກລວງເພື່ອຫວັງແຮັກບັນຊີ Facebook ແມ່ນມີຫຼາຍຮູບແບບ ຖ້າເຮົາມີສະຕິລະວັງຕົວຫຼາຍພຽງພໍ ວິທີການຂ້ງເທິງນັ້ນກໍ່ຈະຊ່ວຍໃຫ້ທ່ານບໍ່ຕົກເປັນເຫຍື່ອຂອງຜູ້ບໍ່ຫວັງດີໄດ້. ສໍາລັບໝູ່ເພື່ອນ ແລະ ຄົນໃກ້ຊິດ ຂອງຜູ້ທີ່ຖືກແຮັກນັ້ນ ກໍ່ຕ້ອງໄດ້ມີສະຕິໃນເວລາທີ່ໄດ້ຮັບຂໍ້ຄວາມ ຄວນພິຈາລະນາເຖິງພຶດຕິກຳ ຫຼື ລັກສະນະຂອງຂໍ້ຄວາມ ວ່າມີຄວາມຜິດປົກກະຕິ ຫຼື ບໍ່, ຖ້າບໍ່ແນ່ໃຈ ແມ່ນໃຫ້ໂທຖາມກັບຜູ້ກ່ຽວໂດຍກົງ ເພື່ອຢືນຢັນຄວາມຖືກຕ້ອງ.


ລາຍການຮູບ

Meesaisak 08 June 2021 5,305 Print