Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ Ryuk ransomware ຮູບແບບໃໝ່ ທີ່ມີຄວາມສາມາດໃນການແຜ່ກະຈາຍຕົວ ທີ່ມີລັກສະນະແບບ Worm ໄປຫາອຸປະກອນຕ່າງໆ ເທິງ LAN ໄດ້

ແຈ້ງເຕືອນ Ryuk ransomware ຮູບແບບໃໝ່ ທີ່ມີຄວາມສາມາດໃນການແຜ່ກະຈາຍຕົວ ທີ່ມີລັກສະນະແບບ Worm ໄປຫາອຸປະກອນຕ່າງໆ ເທິງ LAN ໄດ້

ໜ່ວຍ​ງານ​ຄວາມ​ປອດ​ໄພ​ທາງ​ໄຊ​ເບ​​ີແຫ່ງ​ຊາດ​ ຂອງ​ປະເທດ ຝ​ຣັ່ງ​ ຫຼື ANSSI (Agence Nationale de la Sécurité des Systèmes d'Information) ໄດ້​ເປີດ​ເຜີຍ​ເຖິງ​ການ​ຄົ້ນ​ພົບ Ryuk ransomware ຮູບ​ແບບ​ໃໝ່​ທີ່​ມີ​ຄວາມ​ສາມາດ​ໃນ​ກາ​ນ​ແຜ່ກະ​ຈາຍ​ຕົວ​ທີ່​ມີ​ລັກສະນະ​ແບບ Worm ຊຶ່ງ​ຈະ​ສາມາດ​​ແຜ່​ກະ​ຈາຍ​ໄປ​ຫາອຸປະກອນ​ອື່ນໆ ເທິງ Local network ຂອງ​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ​ໄດ້.

ຄວາມ​ສາມາດ​ໃໝ່​ຂອງ Ryuk ransomware ທີ່​ຫນ່ວຍ​ງານ​ຄວາມ​ປອດ​ໄພ​ທາງ​ໄຊ​ເບ​​ີແຫ່ງ​ຊາດ​ຂອງ​ຝ​ຣັ່ງ​​ ພົບ​ຈາກ​ການ​ກວດ​ສອບ​ການ​ໂຈມ​ຕີ​ໃນ​ຕົ້ນ​ປີ 2021 ຄື Ryuk ransomware ທີ່​ມີ ​ກາ​ນ​ແຜ່ກະ​ຈາຍ​ຕົວ​ເອງ​ໄປທີ່ Local network ໂດຍ​ການ​ໃຊ້ ARP cache ແລະ Ryuk ຍັງມີ​ແພັກ​ເກດ (packet) ​ທີ່​ສາມາດ​ສົ່ງ Wake-on-LAN (WOL) ໄປ​ຫາ​ອຸປະກອນ​ທີ່​ຄົ້ນ​ພົບ ​ແລະ ​ເມື່ອ​ ransomware ​ເຊື່ອມ​ຕໍ່​ກັບ​ອຸປະກອນ​ທີ່​ພົບ​ໃນ​ເຄືອ​ຂ່າຍ​ ransomware ຈະ​ສາມາດ​ເຂົ້າ​ລະ​ຫັດ​ເນື້ອໃນ​ທັງ​ໝົດ​ເທິງ​ເຄື່ອງ.

ນອກ​ຈາກ ​ຄວາມ​ສາມາດ​ໃນ​ກາ​ນ​ເແຜ່​ກະ​ຈາຍ​ຕົວ​ໄປຫາເຄືອ​ຂ່າຍ​ໃນ​ລັກສະນະ​ແບບ Worm ແລ້ວ Ryuk ransomware ຍັງ​ສາມາດ​ດຳ​ເນີນ​ການ​ເອງ​ໄດ້​ຈາກ​ໄລຍະ​ໄກໂດຍ​ໃຊ້ Scheduled tasks ທີ່​ສ້າງ​ຂຶ້ນ​ໃນ​ແຕ່​ລະ​ host​ ທີ່​ຖຶກ​ໂຈມຕີ​ພາຍ​ໃນ​ເຄືອ​ຂ່າຍ​ ດ້ວຍ​ເຄື່ອງ​ມື schtasks.exe ຂອງ Windows.

ຂໍ້ແນະນໍາ ໃນການປ້ອງກັນ ແລະ ແກ້ໄຂ

ANSSI ໄດ້​ມີ​ຄຳ​ແນະ​ນຳ​ໃນ​ການ​ແກ້​ໄຂ​ບັນຫາ​ ຖ້າຫາກ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ໂຈມ​ຕີ Ryuk ransomware ໃນ​ຮູບ​ແບບ​ໃໝ່ ຊຶ່ງ ANSSI ໄດ້​ແນະ​ນຳ​ໃຫ້​ຜູ້​ເບິ່ງ​ແຍງ​ລະບົບ​ປ່ຽນ​ລະ​ຫັດ​ຜ່ານ​ ຫຼື ປິດ​ການ​ໃຊ້​ງານ​ບັນຊີ​ຜູ້​ໃຊ້​ທີ່​ຖືກ​ກວດ​ພ​ົບວ່າ​ເປັນ​ເຫຍື່ອ ຈາກ​ນັ້ນ​ດຳ​ເນີນ​ການ​ປ່ຽນ​ລະ​ຫັດ​ຜ່ານ​ໂດ​ເມນ (Domain) KRBTGT ສອງ​ເທື່ອ (ການ​ປ່ຽນ​ລະ​ຫັດ​ຜ່ານ​ໂດ​ເມນ KRBTGT ສອງ​ເທື່ອ​ເນື່ອງ​ຈາກ​ການ​ປ່ຽນລະ​ຫັດ​ຜ່ານ​ເທື່ອ​ທຳອິດ​ຄື​ການ​ Reset​ ລະ​ຫັດ​ຜ່ານ ​ແລະ​ ການ​ປ່ຽ​ນ​ເທື່ອ​ທີ່​ສອງ​ຄືລຶບປະຫວັດ(Clear History)ເທິງ​ໂດ​ເມນ.

 

ເອກະສານອ້າງອິງ:

  1. https://www.bleepingcomputer.com/news/security/ryuk-ransomware-now-self-spreads-to-other-windows-lan-devices/
  2. https://www.i-secure.co.th/2021/03/%e0%b9%81%e0%b8%88%e0%b9%89%e0%b8%87%e0%b9%80%e0%b8%95%e0%b8%b7%e0%b8%ad%e0%b8%99-ryuk-ransomware-%e0%b8%a3%e0%b8%b9%e0%b8%9b%e0%b9%81%e0%b8%9a%e0%b8%9a%e0%b9%83%e0%b8%ab%e0%b8%a1%e0%b9%88%e0%b8%97/

ລາຍການຮູບ

Meesaisak 11 March 2021 4,713 Print