Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ຟອມຂອງຜູ້ພັດທະນາຊອບແວ IObit ຖືກແຮັກ (Hack) ແລະ ຖືກໃຊ້ປະໂຫຍດຈາກການບຸກລຸກເພື່ອແຜ່ກະຈາຍ DeroHE Ransomware

ຟອມຂອງຜູ້ພັດທະນາຊອບແວ IObit ຖືກແຮັກ (Hack) ແລະ ຖືກໃຊ້ປະໂຫຍດຈາກການບຸກລຸກເພື່ອແຜ່ກະຈາຍ DeroHE Ransomware

IObit ຜູ້​ພັດທະນາຊອບແວ Utilities ທີ່​ຮູ້​ຈັກ​ກັນ​ດີ​ໃນ​ເລື່ອງ​ການ​ເພີ່ມ​ປະ​ສິດ​ທິ​ພາບ​ຂອງ​ລະບົບ​ Windows ແລະ ​ໂປຣ​ແກຣມ​ປ້ອງ​ກັນ​ມັນ​ແວ​ (Malware) ​ເຊັ່ນ:​ Advanced SystemCare ຖືກ​ແຮັກ​ໃນ​ທ້າຍອາທິດ​ທີ່​ຜ່ານມາ​ ຜູ້​ປະສົງ​ຮ້າຍ​ໄດ້​ໃຊ້​ປະໂຫຍດ​ຈາກ​ການ​ບຸກລຸກ​ນີ້ ​ເພື່ອ​​ໂຈມ​ຕີ​ຜູ້​ໃຊ້​ຢ່າງ​ກວ້າງ​ຂວາງ ​ໂດຍ​ການ​ແຈກ​ຢາຍຊອບແວ​ທີ່ແອບ​ແຝງ​ DeroHE ransomware ໄວ້​ໃຫ້​ກັບ​ສະມາຊິກ​ forum ​​ດາວ​ໂຫຼດ​.

ການ​ແຈກຢາຍ​ຊອບແວ​ທີ່ແອບ​ແຝງ​ DeroHE ransomware ໄວ້​ໃຫ້​ກັບ​ສະມາຊິກ forum ​ດາວ​ໂຫຼດ​ນັ້ນ​ເກີດ​ຂຶ້ນ​ໃນ​ທ້າຍ​ອາທິດ​ທີ່​ຜ່ານມາ​ ຊຶ່ງ​ສະມາຊິກ​​ IObit forums ຈະ​ໄດ້ຮັບ​ອີ​ເມວທີ່​ອ້າງ​ວ່າ​ມາ​ຈາກ​ IObit ໂດຍ​ລະ​ບຸ​ວ່າ​ສະມາຊິກ​ IObit forums ມີ​ສິດ​ໄດ້ຮັບ​ການ​ໃຊ້​ງານ​ຊອບແວ​ຟ​ຣີ​ 1 ປີ​ ຊຶ່ງ​ເປັນ​ສິດ​ທິ​ພິເສດ​ໃນ​ການ​ເປັນ​ສະມາຊິກ forum ​ເທົ່າ​ນັ້ນ​ ໂດຍ​ພາຍ​ໃນ​ອີ​ເມວ​ຈະ​ມີ​ລິ້ງ​​ຄື​ hxxps://forums.iobit[.]com/free-iobit-license-promo.zip (ໃນ​ຂະນະ​ນີ້​ໄດ້​ຖືກ​ລຶບ​​ແລ້ວ​) ຊຶ່ງ​ເປັນ​ໄຟ​ລ໌​ທີ່​ປະກອບ​​ດ້ວຍ​ Digital signed ຂອງ​ຊອບແວ IObit License Manager ທີ່​ຖືກ​ຕ້ອງ​ ແຕ່​ພາຍ​ໃນ​ໄຟ​ລ໌​ IObitUnlocker.dll ຈະ​ມີ​ໂຄດ (Code) ​ທີ່​ເປັນ​ອັນຕະລາຍ​ຢູ່​ ແລະ ​ເມື່ອ​ເອີ້ນ​ໃຊ້​ IObit License Manager.exe ແລ້ວ​ IObitUnlocker.dll ທີ່​ເປັນ​ອັນຕະລາຍ​ຈະ​ຖືກ​ເອີ້ນ​ໃຊ້​ງານ​ເພື່ອ​ຕິດ​ຕັ້ງ​ DeroHE ransomware.
DeroHE ransomware ເປັນ​ມັນ​ແວ​​ຮຽກ​ຄ່າ​ໄຖ່​ທີ່​ຈະ​ຕໍ່​ທ້າຍ​ໄຟ​ລ໌​ທີ່​ເຂົ້າລະ​ຫັດ​ດ້ວຍ​ນາມ​ສະ​ກຸນ​ .eroHE ຊຶ່ງ​ເມື່ອ​ເຂົ້າ​ລະຫັດ​ສຳເລັດ​ DeroHE ransomware ຈະ​ສ້າງ​ໄຟ​ລ໌​ສອງ​ໄຟ​ລ໌​ຊື່​ FILES_ENCRYPTED.html ຊຶ່ງ​ມີ​ລາຍ​ການ​ໄຟ​ລ໌​ທີ່​ເຂົ້າ​ລະ​ຫັດ​ທັງ​ໝົດ ​ແລະ​ ລາຍລະອຽດຄ່າ​ໄຖ່​ເພື່ອຖອດລະຫັດຄື​ READ_TO_DECRYPT.html ໂດຍ​ DeroHE ransomware ຈະ​ຮຽກ​ຄ່າ​ໄຖ່​ເປັນ​ສະ​ກຸນ​ເງິນ​ດິ​ຈິຕອນ​ DERO ແລະ​ ​ຮຽກ​ຄ່າ​ໄຖ່​ເຫຍື່ອປະ​ມານ​ 200 ຫຼຽນ​ DERO ຊຶ່ງ​ມີ​ມູນ​ຄ່າປະ​ມານ​ 100 ດອນ​ລາ​ ຫຼື ​ປະ​ມານ​ 1 ລ້ານກີບ ເພື່ອຂໍເອົາໂຕ​ຖອດ​ລະ​ຫັດ​ ຊຶ່ງ​ຜູ້​ທີ່ຕົກເປັນ​ເຫຍື່ອ​ຕ້ອງ​ຕິດ​ຕໍ່​ຊຳ​ລະ​ເງິນ​ທີ່​ເວັບ​ໄຊ​ Tor ຂອງ​ ransomware.
 
ຂໍ້ແນະນໍາໃນການປ້ອງກັນ ແລະ ແກ້ໄຂ
​ຜູ້​ໃຊ້​ງານ​ຟໍ​ຣັມ​ IObit forums ຄວນລະ​ມັດ​ລະ​ວັງ​ໃນ​ການ​ດາວ​​ໂຫຼດ​ໄຟ​ລ໌​ຈາກ​ເວັບ​ໄຊ​ ແລະ ​ຄວນ​ກວດ​ສອບ​ໄຟ​ລ໌​ທີ່​ດາວ​​ໂຫຼດມາ​ທຸກຄັ້ງ​ ເພື່ອ​ປ້ອງ​ກັນ​ການ​ຕົກ​ເປັນ​ເຫຍື່ອຂອງ​ DeroHE ransomware.
 
ເອກະສານອ້າງອີງ:
Meesaisak 25 January 2021 3,526 Print