Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ລະວັງ ການຫຼອກລວງທາງ WhatsApp ແລະ Email, ໂດຍອ້າງວ່າຈະໄດ້ຮັບຂອງຂວັນຈາກບໍລິສັດ ໂທລະສັບມືຖື

ລະວັງ ການຫຼອກລວງທາງ WhatsApp ແລະ Email, ໂດຍອ້າງວ່າຈະໄດ້ຮັບຂອງຂວັນຈາກບໍລິສັດ ໂທລະສັບມືຖື
ພົບເຫັນຫຼາຍຄົນໄດ້ມີການແຊຣ໌ເວັບໄຊ ໂດຍມີເນື້ອໃນເພື່ອລຸ້ນຮັບຂອງລາງວັນສົ່ງທ້າຍປີເກົ່າ, ຖ້າຫາກວ່າທ່ານໄດ້ຮັບຂໍ້ຄວາມໃນລັກສະນະດັ່ງກ່າວ ບໍ່ວ່າຈະຜ່ານທາງອີເມວ ຫຼື WhatsApp ຫ້າມແຊຣ໌ຕໍ່ເດັດຂາດ ເພາະຂໍ້ຄວາມດັ່ງກ່າວມີຈຸດປະສົງໃນການລັກຂໍ້ມູນ ຫຼັງຈາກທີ່ທ່ານໄດ້ກົດເຂົ້າລິ້ງເວັບໄຊໃນຂໍ້ຄວາມນັ້ນ ແລະ ກົດດໍາເນີນການຕໍ່.


ທ່ານອາດຈະສົ່ງຕໍ່ຂໍ້ຄວາມດັ່ງກ່າວຫາຄອບຄົວ ຫຼື ຄົນທີ່ຮູ້ຈັກໂດຍບໍ່ຮູ້ໂຕ, ທາງທີ່ດີບໍ່ຄວນແຊຣ໌ ຫຼື ສົ່ງຕໍ່ຂໍ້ຄວາມດັ່ງທີ່ກ່າວມານັ້ນ ເພື່ອປ້ອງກັນບໍ່ໃຫ້ຕົນເອງຕົກເປັນເຫຍື່ອຂອງຜູ້ບໍ່ຫວັງດີ.

ວິທີສັງເກດຄວາມຜິດປົກກະຕິພື້ນຖານ ໃຫ້ກວດເບິ່ງທີ່ຢູ່ເວັບໄຊ (URL) ທີ່ມີລັກສະນະເປັນເວັບໄຊແບບສຸ່ມ ຊຶ່ງອາດມີທີ່ຢູ່ເວັບໄຊແຕ່ລະຂໍ້ຄວາມແຕກຕ່າງກັນ ດັ່ງຕົວຢ່າງດ້ານລຸ່ມ.



ນອກຈາກຂໍໍ້ຄວາມທີ່ເປັນພາສາລາວ ແລະ ພາສາອັງກິດ ແລ້ວ ຍັງມີຫຼາຍໆພາສາອີກເຊັ່ນກັນ.



ຫຼື ຍັງມີລິ້ງຫຼາຍໆແບບຕື່ມອີກ.



ຄວນລະມັດລະວັງ ແລະ ກວດສອບຂໍ້ຄວາມທີ່ໄດ້ຮັບທຸກໆຄັ້ງ ກ່ອນທີ່ຈະກົດລິ້ງ, ແຊຣ໌ ຫຼື ສົ່ງຕໍ່, ເພາະຂໍ້ຄວາມເຫຼົ່ານັ້ນອາດຈະເປັນ ໄວຣັສ, ການລອກລວງໃນຮູບແບບຕ່າງໆຜ່ານທາງອີເມວ, ອີເມວປອມ ຫຼື ເວັບໄຊປອມ ເພື່ອຫຼອກເອົາຂໍ້ມູນ ແລະ ອື່ນໆ.

ເອກະສານອ້າງອີງ: 

  1. https://www.telecomhall.net/t/huawei-is-not-giving-gifts-to-anyone-this-year/10061

ລາຍການຮູບ

Porher 29 December 2020 3,900 Print