Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

Cisco Talos ລາຍ​ງານ​ມັນ​ແວ ​(Malware) VPNFilter ລະ​ບາດ​ໃນ​ອຸປະກອນ​ລະບົບເຄືອຂ່າຍ

Cisco Talos ລາຍ​ງານ​ມັນ​ແວ ​(Malware) VPNFilter ລະ​ບາດ​ໃນ​ອຸປະກອນ​ລະບົບເຄືອຂ່າຍ

ຂໍ້ມູນທົ່ວໄປ

Cisco Talos ເປີດ​ເຜີຍ​ລາຍ​ງານ​ວິໄ​ຈ​ທີ່​ຢູ່​ລະຫວ່າງ​ການສຶກສາ​ເຖິງ​ມັນ​ແວ​​ (Malware) ທີ່​ຊື່​ວ່າ​ VPNFilter ແຜ່ລະບາດ​ໃນ​ອຸປະກອນ​ລະບົບເຄືອຂ່າຍ (Network) ​ສຳລັບ​ສຳ​ນັກ​ງານ​ຂະໜາດ​ນ້ອຍ​ ເຊັ່ນ​: ​ Linksys, Mikrotik, NETGEAR, TP-Link ໄປ​ຈົນ​ເຖິງ​ Storage ​ເຊັ່ນ: QNAP ການ​ແຜ່ກ​ະ​ຈາຍ​ເປັນ​ວົງ​ກວ້າງ​ກະທົບ​ອຸປະກອນ​ແລ້ວ​ກວ່າ​ 500,000 ເຄື່ອງ ​ໃນ​ 54 ປະເທດ​ ໂດຍ​ຍັງ​ບໍ່​ຊັດເຈນ​ວ່າ​​ມັນ​ແວ​​ໃຊ້​ຊ່ອງ​ໂຫວ່​ຫຍັງ​ເຈາະ​ເຂົ້າ​ເຄື່ອງຂອງ​ເຫຍື່ອ​ ແຕ່​ເຄື່ອງ​ທີ່ຕົ​ກ​ເປັນ​ເຫຍື່ອ​ມັກ​ໃຊ້​ຊ໋ອບ​ແວ​​ເກົ່າ​ທີ່​ມີ​ຊ່ອງ​ໂຫວ່​ ທີ່​ຮູ້​ຈັກກັນໂດຍ​ທົ່ວ​ໄປຢູ່​ແລ້ວ​.



1. 
ຜົນກະທົບ

VPNFilter ເປັນ​ມັນ​ແວ​​ທີ່​ເຮັດວຽກ​ສອງ​ຂັ້ນ​ຕອນ​ ຂັ້ນ​ຕອນທຳອິດ​ຄື​ການ​ຝັງ​ມັນ​ແວ​​ຫຼັກ​ ທີ່ຍັງ​ເຮັດວຽກໄດ້ ​ເຖິງແມ່ນ​ວ່າ​ເຄື່ອງຈະຣີ​ບູດ (Reboot) ແລ້ວ​ກໍ່ຕາມ​ ເມື່ອ​ຝັງ​ມັນ​ແວ​​ໄດ້​ກໍ່ຈະ​ຕິດ​ຕໍ່​ເ​ຊີ​​ເວີ​​ສັ່ງ​ການ ​ເພື່ອຂໍມັນ​ແວ​​ຂັ້ນ​ທີສອງ​ມາ​ຣັນ (Run)  ​ຕໍ່ໄປ.​

ມັນ​ແວ​​ຂັ້ນ​ທີສອງ​ ຈະ​ບໍ່​ຝັງ​ໂຕ​ຖາວອນ​ແຕ່​ຈະຫາຍ​ໄປ​ເມື່ອ​ຣີ​ບູດ​ເຄື່ອງ​ ຢ່າງໃດ​ຕາມ​ ການດຳເນີນ​ການ​ເຮັດ​ວຽກ​ຂອງ​ມັນແວມີ​ຫຼາກ​ຫຼາຍ ​ແລ້ວ​ແຕ່​ເ​ຊິ​ີເວີ​​ຈະ​ສັ່ງ​ການ​ ຕັ້ງ​ແຕ່​ການ​ເກັບ​ຂໍ້​ມູນ​ເຄື່ອງ​ຂອງ​ເຫຍື່ອ​, ດາວໂຫຼດ​ໄຟ​ລ໌​, ສັ່ງ​ຣັນ​ຄຳ​ສັ່ງ​, ຈັດການ​ອຸປະກອນ​, ໄປ​ຈົນ​ເຖິງ​ການທຳລາຍ​ອຸປະກອນ​ໃຫ້​ເຮັດວຽກ​ຕໍ່ໄປ​ບໍ່​ໄດ້​ (ຂຽນ​ຂໍ້​ມູນ​ 0 ລົງ​ 5000 Byte ​ທຳອິດຂອງ​ດິສ “Disk”​​) ໂດຍ​ຂັ້ນ​ທີ​ສອງ​ຈະ​ເຊື່ອມ​ຕໍ່ ​ແລະ ​ດາວ​​ໂຫຼດ​ໄຟ​ລ໌​ຜ່ານ​ Tor.

ເຄື່ອງ​ຂອງ​ເຫຍື່ອ​ບາງ​ເຄື່ອງ​ຍັງ​ໄດ້ຮັບ​ມັນ​ແວ​​ຂັ້ນ​ທີ​ສາມ​ ເຮັດ​ໜ້າທີ່​ດັກ​ຟັງ​ຂໍ້​ມູນ​ທີ່​ແລ່ນ​ຜ່ານ​ອຸປະກອນ​ ລັກ​ຂໍ້​ມູນ​ການ​ເຂົ້າ​ເວັບ​ໄຊ ແລະ ​ກວດ​ການ​ສັ່ງ​ງານ​ອຸປະກອນ​ອຸດສາຫະກຳ​ຜ່ານ​ໂປຣ​ໂຕຄອນ​ (Protocol) SCADA ທາງ​ Talos ຄາດ​ວ່າ​ຂັ້ນ​ທີ​ສາມ​ນີ້ ອາດ​ຈະ​ມີ​ໂມ​ດູນ​ (Module) ຫຼາກ​ຫຼາຍ​ຮູບ​ແບບ​ ແລະ ​ແບບ​ທີ່​ທາງ​ Talos ຍັງ​ບໍ່​ພົບ​ເຫັນກໍ່​ອາດ​ຈະ​ມີ​ອີກ​ຈຳນວນ​ໜຶ່ງ.​

ຜູ້​ພັດທະນາ​ມັນ​ແວ​ VPNFilter ພັດທະນາ​ໂດຍ​ເຮັດໃຫ້​ການ​ຫາ​ຕົ້ນ​ຕໍ​ຂອງ​ມັນ​ແວນັ້ນ ​​ເປັນໄປໄດ້ຍາກ​​ ຜູ້ພັດທະນາ ​ແລະ ​ໃຊ້​ມັນ​ແວ​​ພະຍາຍາມ​ປິດ​ບັງ​ຕົວ​ຕົນ​ ທັງ​ເ​ຊີ​​ເວີ​​ສັ່ງ​ການ ​ແລະ​ ໂຄງ​ສ້າງ​ອື່ນ​ໆ​ ໄວ້​ຫຼາຍ​ຊັ້ນ​.

2. ລະບົບທີ່ໄດ້ຮັບຜົນກະທົບ

ອຸປະກອນລະບົບເຄືອຂ່າຍ ແລະ Storage  ທີ່ນໍາໃຊ້ຊ໋ອບແວເກົ່າທີ່ມີຊ່ອງໂຫວ່.

3. ຂໍ້ແນະນໍາໃນການປ້ອງກັນ ແລະ ແກ້ໄຂ

ຖ້າທ່ານສົງໄສ​ວ່າອົງ​ກ​ອນອາດ​ຈະ​ຕິດ​ມັນ​ແວ​​ ທາງ​ Talos ແນະ​ນຳໃຫ້​ຣີ​ບູດ (Reboot) ​ອຸປະກອນ​ລະບົບເຄືອຂ່າຍ ແລະ ​ຣີ​ເຊັດ​ (Reset) ການຕັ້ງ​ຄ່າ ​ເປັນ​ຄ່າ​ຈາກ​ໂຮງ​ງານ​, ອັບ​ເດດ​ເ​ຟິ​ມ​ແວ​ (Firmware) ໃຫ້​ທັນ​ສະໄໝ​ສະເໝີ​ ທັງ​ອຸປະກອນ​ເຄື່ອ​ຂ່າຍ ​ແລະ Storage ​ຕ່າງ​ໆ​.

ເອກະສານອ້າງອີງ:

  1. https://www.blognone.com/node/102528
  2. https://blog.talosintelligence.com/2018/05/VPNFilter.html

ລາຍການຮູບ

Porher 29 May 2018 1,000 Print