ແຈ້ງເຕືອນໄພຄຸກຄາມທາງວອດແອັບ (WhatsApp), ທ່ານອາດຕົກເປັນເຫຍື່ອໂດຍບໍ່ຮູ້ຕົວ

ຈາກການລາຍງານຂອງຜູ້ໃຊ້ວອດແອັບທີ່ຕົກເປັນເຫຍື່ອ ຍັງບໍ່ສາມາດໃຫ້ຂໍ້ມູນໄດ້ວ່າກ່ອນໜ້ານັ້ນໄດ້ມີການກົດລິ້ງ ຫຼື ການກະທໍາໃດບໍ່ທີ່ເປັນຄວາມສ່ຽງ ທີ່ເຮັດໃຫ້ຜູ້ບໍ່ຫວັງດີເຂົ້າມາໃນກຸ່ມ ແລະ ໄດ້ຮັບສິດການເປັນແອັດມິນ ທີ່ສາມາດລຶບແອັດມິນເກົ່າອອກ ແລ້ວແຕ່ງຕັ້ງແອັດມິນຄົນໃໝ່ມາແທນ.
ອີງຕາມຂໍ້ມູນທີ່ໄດ້ຮັບມາ ມີຄວາມເປັນໄປໄດ້ວ່າຜູ້ບໍ່ຫວັງດີຕ້ອງການໃຊ້ກຸ່ມສົນທະນາທີ່ຍຶດມາໄດ້ນັ້ນ ເພື່ອດໍາເນີນການຫຼອກລວງໃນຮູບແບບຕ່າງ, ຊຶ່ງການເຊີນຄົນອື່ນເຂົ້າມາໃນກຸ່ມເພີ່ມຕື່ມ ອາດເປັນທັງເປົ້າໝາຍ (ເຫຍື່ອ) ແລະ ກຸ່ມຜູ້ບໍ່ຫວັງດີທີ່ເຂົ້າມາເຮັດວຽກເປັນຂະບວນການໃນການຕົວຍົວະເຫຍື່ອໃນກຸ່ມ ເພື່ອຫວັງເອົາຂໍ້ມູນ ຫຼື ເງິນ, ອາດເປັນການຕົວະໃຫ້ລົງທຶນ, ຫຼິ້ນການພະນັນອອນລາຍ ແລະ ອື່ນໆ.
ຄໍາແນະນໍາ:
ເພື່ອຄວາມປອດໄພໃນການນໍາໃຊ້ວອດແອັບໃຫ້ປອດໄພ ເພື່ອປ້ອງກັນການຕົກເປັນເຫຍື່ອອາຊະຍາກໍາທາງໄຊເບີ ຫຼື ການແຮັກບັນຊີຜູ້ໃຊ້, ຈຶ່ງຂໍແນະນໍາໃຫ້ຜູ້ໃຊ້ປະຕິບັດດັ່ງລຸ່ມນີ້:
✅ ເປີດການນຳໃຊ້ການຢືນຢັນສອງຂັ້ນຕອນ (Two-Step Verification) ພ້ອມທັງເພີ່ມອີເມວການກູ້ຄືນ;
✅ ຫ້າມເປີດເຜີຍລະຫັດ OTP ຫຼື ລະຫັດຢືນຢັນໃຫ້ກັບຄົນອື່ນ;
✅ ອັບເດດ WhatsApp ແລະ ລະບົບປະຕິບັດໃຫ້ເປັນເວີຊັ່ນຫຼ້າສຸດສະເໝີ;
✅ ລັອກໂທລະສັບ ແລະ ແອັບຂອງທ່ານດ້ວຍລາຍນິ້ວມື ຫຼື Face ID ຂອງທ່ານ;
✅ ກວດສອບອຸປະກອນທີ່ເຊື່ອມຕໍ່ກັບ WhatsApp ເປັນປະຈຳ;
✅ ເປີດໃຊ້ການສຳຮອງຂໍ້ມູນແບບເຂົ້າລະຫັດຕົ້ນທາງຫາປາຍທາງ (End-to-end encrypted backup);
✅ ລະມັດລະວັງລິ້ງ, ຂໍ້ຄວາມ ແລະ ຟາຍແນບຈາກຜູ້ສົ່ງທີ່ບໍ່ໜ້າເຊື່ອຖື;
✅ ກວດສອບຕົວຕົນຂອງຜູ້ທີ່ຮ້ອງຂໍຂໍ້ມູນທີ່ລະອຽດອ່ອນ ຫຼື ຂໍການຈ່າຍເງິນຜ່ານຊ່ອງທາງອື່ນໆສະເໝີ;
✅ ກວດສອບການຕັ້ງຄ່າຄວາມເປັນສ່ວນຕົວຂອງທ່ານເປັນແຕ່ລະໄລຍະ.





