Meta ເປີດໂຕເຄື່ອງມືປ້ອງກັນການຫຼອກລວງ ແລະ ເພີ່ມຄວາມປອດໄພໃໝ່ເທິງ WhatsApp ແລະ Messenger
Meta ເປີດໂຕເຄື່ອງມືໃໝ່ເທິງ WhatsApp ແລະ Messenger ເພື່ອຊ່ວຍໃຫ້ຜູ້ໃຊ້ງານສາມາດປ້ອງກັນຕົວຈາກມິດສາຊີບ ແລະ ເພີ່ມຄວາມປອດໄພໃຫ້ກັບບັນຊີຂອງຕົນເອງ.
ໃນທາງດ້ານຂອງ Messenger ບໍລິສັດໄດ້ເລີ່ມທົດສອບລະບົບກວດຈັບການຫອກລວງຂັ້ນສູງສຳລັບແຊັດທີ່ມີຄວາມໜ້າສົງໄສ ໂດຍລະບົບຈະແຈ້ງເຕືອນຜູ້ໃຊ້ເມື່ອໄດ້ຮັບຂໍ້ຄວາມຈາກຜູ້ຕິດຕໍ່ລາຍໃໝ່ທີ່ມີແນວໂນ້ມວ່າເປັນການຫຼອກລວງ ພ້ອມຕົວເລືອກໃຫ້ສົ່ງຂໍ້ຄວາມຫຼ້າສຸດໄປໃຫ້ AI ວິເຄາະເພີ່ມເຕີມ.
ຫາກກວດພົບຄວາມສ່ຽງວ່າເປັນການຫຼອກລວງ ຜູ້ໃຊ້ຈະໄດ້ຮັບການແຈ້ງເຕືອນ ພ້ອມຄຳແນະນຳວິທີການຮັບມື ເຊັ່ນ: ການບລັອກ ຫຼື ລາຍງານຜູ້ສົ່ງຂໍ້ຄວາມ.Meta ລະບຸວ່າ “ຫາກລະບົບກວດພົບຄວາມສ່ຽງວ່າອາດຈະເປັນການຫຼອກລວງ ຜູ້ໃຊ້ຈະໄດ້ຮັບຂໍ້ມູນກ່ຽວກັບກົນໂກງຮູບແບບຕ່າງໆ ທີ່ພົບໄດ້ເລື້ອຍໆ ພ້ອມຄຳແນະນຳ ເຊັ່ນ: ການບລັອກ ລາຍງານບັນຊີທີ່ໜ້າສົງໄສ”
ຄຸນສົມບັດນີ້ຖືກຕັ້ງຄ່າໃຫ້ເປີດໃຊ້ງານໂດຍອັດຕະໂນມັດ ແຕ່ຖ້າຫາກບໍ່ຕ້ອງການໃຊ້ງານ ຜູ້ໃຊ້ສາມາດປິດໄດ້ໂດຍເຂົ້າໄປທີ່ເມນູ "ການຕັ້ງຄ່າຄວາມເປັນສ່ວນຕົວ ແລະ ຄວາມປອດໄພ (Privacy & safety settings)" ແລ້ວສະຫຼັບປິດຕົວເລືອກ "ການກວດຈັບການຫຼອກລວງ (Scam detection)".
Meta ໄດ້ເພີ່ມລະບົບແຈ້ງເຕືອນໃໝ່ໃນ WhatsApp ເພື່ອແນະນຳໃຫ້ຜູ້ໃຊ້ແຊຣ໌ໜ້າຈໍສະເພາະກັບບຸກຄົນທີ່ໄວ້ວາງໃຈເທົ່ານັ້ນ ເມື່ອຕ້ອງເລີ່ມວິດີໂອຄໍກັບຜູ້ຕິດຕໍ່ທີ່ບໍ່ຮູ້ຈັກ.
ເນື່ອງຈາກມິດສາຊີບມັກໃຊ້ວິທີຫຼອກລໍ້ ຫຼື ກົດດັນເຫຍື່ອໃຫ້ແຊຣ໌ໜ້າຈໍ ເພື່ອເຂົ້າເຖິງຂໍ້ມູນສຳຄັນ ເຊັ່ນ: ລາຍລະອຽດບັນຊີທະນາຄານ ຫຼື ລະຫັດຢືນຢັນ ລະບົບໃໝ່ນີ້ຈຶ່ງຖືກພັດທະນາຂຶ້ນເພື່ອຊ່ວຍໃຫ້ຜູ້ໃຊ້ຮັບຮູ້ເຖິງຄວາມສ່ຽງ ແລະ ຫຼີກລ້ຽງການຕົກເປັນເຫຍື່ອຂອງການຫຼອກລວງໄດ້ງ່າຍຂຶ້ນ.
ໃນ ເດືອນ ສິງຫາ WhatsApp ໄດ້ເປີດໂຕຄຸນສົມບັດຄວາມປອດໄພໃໝ່ ທີ່ຊ່ວຍຜູ້ໃຊ້ຮັບຮູ້ເຖິງການຫຼອກລວງເມື່ອຕ້ອງຖືກເພີ່ມເຂົ້າກຸ່ມແຊັດຈາກຜູ້ຕິດຕໍ່ທີ່ບໍ່ຮູ້ຈັກ.
ຄຸນສົມບັດນີ້ຈະສະແດງ “ພາບລວມຄວາມປອດໄພ” ທີ່ມີຂໍ້ມູນກ່ຽວກັບວັນທີສ້າງກຸ່ມ, ຈຳນວນສະມາຊິກ, ຄວາມສ່ຽງຈາກກົນໂກງ ແລະ ຄໍາແນະນຳວິທີຄວບຄຸມວ່າໃຜສາມາດເພີ່ມທ່ານເຂົ້າກຸ່ມ WhatsApp ໄດ້ຢ່າງລະອຽດ.
ເພື່ອປົກປ້ອງຜູ້ໃຊ້ຈາກມິດສາຊີບທີ່ພະຍາຍາມຕິດຕໍ່ໂດຍກົງ WhatsApp ຍັງແຈ້ງເຕືອນຜູ້ໃຊ້ເມື່ອມີຄົົນທີ່ບໍ່ຢູ່ໃນລາຍຊື່ຜູ້ຕິດຕໍ່ສົ່ງຂໍ້ຄວາມມາ ພ້ອມສະແດງຂໍ້ມູນເພີ່ມເຕີມກ່ຽວກັບບຸກຄົນນັ້ນ ເພື່ອໃຫ້ຜູ້ໃຊ້ຮັບຮູ້ບໍລິບົດຫຼາຍຂຶ້ນ.
Meta ຍັງເປີດເຜີຍໃນອາທິດທີ່ແລ້ວນີ້ວ່າ ບໍລິສັດໄດ້ລະງັບບັນຊີເກືອບ 8 ລ້ານບັນຊີ ຕັ້ງແຕ່ຕົ້ນປີ ຊຶ່ງເຊື່ອມໂຍງກັບສູນຫຼອກລວງໃນ ລາວ, ກໍາປູເຈຍ, ມຽນມາ, ສະຫະລັດອາຣັບເອມິເຣດ ແລະ ຟີລິບປິນ.
ນອກຈາກນີ້, ຍັງລຶບເພສ (Page) ແລະ ບັນຊີປອມເຖິງ 21,000 ລາຍການ ທີ່ແອບອ້າງເປັນຝ່າຍບໍລິການລູກຄ້າ ແລະ ພະຍາຍາມຫຼອກເຫຍື່ອໃຫ້ເປີດເຜີຍຂໍ້ມູນສຳຄັນ.
ໃນຕົ້ນປີນີ້ ບໍລິສັດໄດ້ຮ່ວມມືກັບ OpenAI ໃນການປິດສູນຫລອກລວງອາດຊະຍາກໍາໃນ ກໍາປູເຈຍ ຊຶ່ງກ່ຽວຂ້ອງກັບກົນໂກງຫຼາກຫຼາຍປະເພດ ຕັ້ງແຕ່ການຈ່າຍເງິນເພື່ອແລກກັບການກົດ Like ປອມ, ການຊັກຊວນເຫຍື່ອເຂົ້າຮ່ວມແຊຣ໌ລູກໂສ້, ການເຊົ່າລົດສະກູດເຕີ ຈົນເຖິງການລໍ້ລວງໃຫ້ລົງທຶນໃນສະກຸນເງິນຄຣິບໂຕ.
ເອກະສານອ້າງອີງ:
- https://www.bleepingcomputer.com/news/security/meta-launches-new-anti-scam-tools-for-whatsapp-and-messenger/
- https://www.i-secure.co.th/2025/10/meta-%e0%b9%80%e0%b8%9b%e0%b8%b4%e0%b8%94%e0%b8%95%e0%b8%b1%e0%b8%a7%e0%b9%80%e0%b8%84%e0%b8%a3%e0%b8%b7%e0%b9%88%e0%b8%ad%e0%b8%87%e0%b8%a1%e0%b8%b7%e0%b8%ad%e0%b8%9b%e0%b9%89%e0%b8%ad%e0%b8%87/





