Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຮັກເກີໃຊ້ຊ່ອງໂຫວ່ຄຸນສົມບັດ remote control ຂອງ Zoom ເພື່ອລັກ crypto ຜູ້ໃຊ້ງານ

ແຮັກເກີໃຊ້ຊ່ອງໂຫວ່ຄຸນສົມບັດ remote control ຂອງ Zoom ເພື່ອລັກ crypto ຜູ້ໃຊ້ງານ

ກຸ່ມ​ຜູ້​ໂຈມ​ຕີ​ທີ່​ມີ​ຊື່​ວ່າ​ ‘Elusive Comet’ ມີເປົ້າໝາຍໂຈມ​ຕີ​ໄປ​ທີ່​ຜູ້​ໃຊ້​ crypto ​currency ໂດຍ​ໃຊ້​ເຕັກ​ນິກ​ Social Engineering ຮ່ວມ​ກັບ​ຄຸນສົມບັດ​ remote control ຂອງ​ Zoom ເພື່ອ​ຫຼອກ​ໃຫ້​ເຫຍື່ອ​ຍິນ​ຍອມ​ໃຫ້​ເຂົ້າ​ເຖິງ​ເຄື່ອງ​ຄອມພິວເຕີ​ຂອງ​ຕົນ​.

ຄຸນສົມບັດ remote control ຂອງ​ Zoom ຊ່ວຍ​ໃຫ້​ຜູ້​ເຂົ້າ​ຮ່ວມ​ປະ​ຊຸມ​ສາມາດ​ຄວບ​ຄຸມ​ຄອມພິວເຕີ​ຂອງ​ຜູ້​ໃຊ້​ງານ​ຄົນ​ອື່ນ​ໄດ້​.

ຈາກ​ຂໍ້​ມູນ​ຂອງ​ບໍລິສັດ​ດ້ານ​ຄວາມ​ປອດໄ​ພທາງ​ໄຊ​ເບີ​​ Trail of Bits ຊຶ່ງ​ເປັນ​ຜູ້​ກວດ​ພົບ​ແຄມ​ເປນ (Campaign)​ social engineering ນີ້​ ໂດຍ​ຜູ້​ໂຈມ​ຕີກ​ຸ່ມ​ນີ້​ຈະ​ໃຊ້​ເຕັກ​ນິກ​ທີ່​ຄ້າຍຄື​ກັບ​ກຸ່ມ​ Lazarus ຊຶ່ງ​ເຄີຍ​ຢູ່​ເບື້ອງ​ຫຼັງ​ການ​ລັກ​ crypto ​ມູນ​ຄ່າ​ 1.5 ພັນ​ລ້ານ​ດອນ​ລາ​​ ຈາກ​ Bybit.

ລາຍ​ງານ​ຈາກ​ Trail of Bits ລະ​ບຸ​ວ່າ​ “ແນວ​ທາງ​ຂອງ​ ELUSIVE COMET ສະແດງ​ໃຫ້​ເຫັນ​ເຖິງ​ເຕັກ​ນິກ​ທີ່​ຢູ່​ເບື້ອງ​ຫຼັງ​ການ​ໂຈມ​ຕີ​ Bybit ມູນ​ຄ່າ​ 1.5 ພັນ​ລ້ານ​ຫຼຽນ​ສະ​ຫະລັດອາເມລິກາ ໃນ​ເດືອນ​ ກຸມພາ ​ທີ່​ຜ່ານມາ​ ຊຶ່ງ​ຜູ້​ໂຈມ​ຕີ​ໄດ້​ຄວບ​ຄຸມ​ການ​ເຮັດ​ວຽກ​ຕາມ​ປົກກະຕິ​ຂອງ​ workflows ແທນ​ການ​ໂຈມ​ຕີ​ຜ່ານ​ຊ່ອງ​ໂຫວ່​.

ແຜ​ນ​ຫຼອກ​ສຳພາດ​ຜ່ານ​ Zoom

Trail of Bits ກວດ​ພົບ​ແຄມ​ເປນ​ການ​ໂຈມ​ຕີ​ນີ້​ຫຼັງ​ຈາກ​ທີ່ກ​ຸ່ມ​ຜູ້​ໂຈມ​ຕີ​ພະຍາຍາມ​ໃຊ້​ເຕັກ​ນິກ​ Social Engineering ກັບ​ CEO ຂອງ​ບໍລິສັດ​ ຜ່ານ​ Direct Message ເທິງ​ແພັດ​ຟອມ (Platform)​ X

ການ​ໂຈມ​ຕີ​ເລີ່ມ​ຕົ້ນ​ດ້ວຍ​ການ​ເຊີນ​ເຂົ້າ​ຮ່ວມ​ສຳພາດ​ພາຍໃຕ້​ຫົວຂໍ້​ “Bloomberg Crypto” ຜ່ານ​ Zoom ໂດຍ​ຈະ​ສົ່ງ​ຄຳ​ເຊີນ​ໄປ​ຫາ​ເປົ້າ​ໝາຍ​ທີ່​ສຳຄັນ​ຜ່ານ​ບັນຊີປອມ​ເທິງ​ X ຫຼື ​ທາງ​ອີ​ເມວ​ ເຊັ່ນ: ​ bloombergconferences[@]gmail.com

ບັນ​ຊີປອມ​ເຫຼົ່າ​ນີ້​ແອບ​ອ້າງ​ເປັນ​ນັກ​ຂ່າວ​ສາຍ​ crypto ຫຼື ​ເປັນ​ສື່​ຈາກ​ Bloomberg ແລະ​ ຈະ​ຕິດ​ຕໍ່​ເຫຍື່ອ​ຜ່ານ​ direct messages ໂດຍ​ກົງ​ເທິງ​ແພັດ​ຟອມ​ສື່ສັງຄົມອອນລາຍ.


ຄຳ​ເຊີນເຂົ້າ​ຮ່ວມ​ການ​ສຳພາດ​ຈະ​ຖືກ​ສົ່ງ​ຜ່ານ​ລິ້ງ​​ Calendly ເພື່ອ​ໃຫ້​ເປົ້າ​ໝາຍ​ເລືອກ​ເວລາ​ນັດ​ສຳພາດ​ຜ່ານ​ Zoom ໂດຍ​ທີ່​ທັງ​ລິ້ງ​​ Calendly ແລະ ​ລິ້ງ​​ເຊີນ​ປະ​ຊຸມ​ Zoom ເປັນ​ຂອງແທ້​ ຊຶ່ງ​ຈະ​ຊ່ວຍ​ຫຼຸດ​ຄວາມ​ສົງ​ໄສຂອງ​ເປົ້າ​ໝາຍ.


ລະຫວ່າງ​ການ​ປະ​ຊຸມ​ Zoom ຜູ້​ໂຈມ​ຕີ​ຈະ​ເລີ່ມ​ແຊ​ຣ໌​ໜ້າຈໍ​ ແລະ ​ສົ່ງ​ຄຳ​ຂໍ​ຄວບ​ຄຸມ​ເຄື່ອງ​ (Remote Control) ໄປທີ່ເປົ້າ​ໝາຍ​.

ກົນ​ອຸ​ບາຍ​ທີ່​ໃຊ້​ໃນ​ຂັ້ນ​ຕອນ​ນີ້​ຄື​ ຜູ້​ໂຈມ​ຕີ​ຈະ​ປ່ຽນ​ຊື່​ທີ່​ສະແດງ​ເທິງ​ Zoom ຂອງ​ຕົນເອງ​ເປັນ​ຄຳ​ວ່າ​ “Zoom” ເຮັດໃຫ້​ຂໍ້ຄວາມ​ແຈ້ງ​ເຕືອນ​ທີ່​ປາກົດ​ເທິງ​ໜ້າຈໍ​ຂອງ​ເຫຍື່ອ​ຂຶ້ນ​ວ່າ​ “Zoom is requesting remote control of your screen” ຊຶ່ງ​ເຮັດໃຫ້​ເບິ່ງ​ຄືກັບ​ເປັນ​ຄຳ​ຂໍ​ຈາກ​ແອັບ​ Zoom ແທ້ ເຮັດໃຫ້​ເຫຍື່ອ​ຫຼົງ​ເຊື່ອ​ ແລະ​ ກົດ​ອະນຸຍາດ​.


ຈາກ​ໄລຍະໄກ ຊຶ່ງ​ເປີດ​ໂອ​ກາດ​ໃຫ້​ຜູ້​ໂຈມ​ຕີ​ສາມາດ​ລັກ​ຂໍ້​ມູນ​ສຳຄັນ,​ ຕິດ​ຕັ້ງ​ມັນ​ແວ​ (Malware)​ ເຂົ້າ​ເຖິງ​ຟາຍ ຫຼື ​ຍັງສາມາດດຳ​ເນີນ​ການເຮັດ​ທຸລະກຳ​ທີ່​ກ່ຽວກັບ​ crypto ​ໄດ້​ທັນ​ທີ​.

ຜູ້​ໂຈມ​ຕີ​ອາດຈະ​ດຳ​ເນີນ​ການ​ຢ່າງ​ວ່ອງໄວ​ເພື່ອ​ສ້າງ​ຊ່ອງ​ທາງ​ເຂົ້າ​ເຖິງ​ແບບ​ຖາວອນ​ (Persistent Access) ໂດຍ​ການ​ຝັງ​ Backdoor ຢ່າງ​ລັບ​ໆ​ ເພື່ອກ​ັບ​ມາ​ໃຊ້​ໃນ​ພາຍ​ຫຼັງ​ ຈາກ​ນັ້ນ​ຈຶ່ງ​ຕັດ​ການ​ເຊື່ອມ​ຕໍ່​ ເຮັດໃຫ້​ເຫຍື່ອ​ເກືອບ​ບໍ່​ມີ​ໂອ​ກາດ​ຮູ້​ຕົວ​ວ່າ​ລະບົບ​ຖືກ​ໂຈມ​ຕີ​.

Trail of Bits ລະ​ບຸ​ວ່າ​ ສິ່ງ​ທີ່​ເຮັດໃຫ້​ການ​ໂຈມ​ຕີ​ນີ້​ອັນຕະລາຍ​ເປັນ​ພິເສດ​ ຄື​ໜ້າ​ຕ່າງ​ການ​ຂໍ​ອະນຸຍາດ​ທີ່​ເບິ່ງ​ຄ້າຍຄື​ກັບ​ການ​ແຈ້ງ​ເຕືອນ​ທົ່ວ​ໄປ​ຂອງ​ Zoom ຊຶ່ງ​ເບິ່ງ​ຄື​ບໍ່​ເປັນ​ອັນຕະລາຍ​.

“ຜູ້​ໃຊ້​ທີ່​ຄຸ້ນເຄີຍກັບ​ການ​ກົດ​ ‘Approve’ ໃນ​ຂໍ້ຄວາມ​ແຈ້ງ​ເຕືອນ​ຂອງ​ Zoom ອາດ​ຫຼົງໃຫ້​ສິດ​ການ​ຄວບ​ຄຸມ​ເຄື່ອງ​ແບບ​ເຕັມ​ຮູບ​ແບບ​ໂດຍ​ບໍ່​ຮູ້​ຕົວ​ເຖິງ​ຜົນ​ກະທົບ​ທີ່​ຕາມ​ມາ​”

ເພື່ອ​ປ້ອງ​ກັນ​ໄພຄຸກ​ຄາມ​ນີ້​ Trail of Bits ແນະ​ນຳ​ໃຫ້​ໃຊ້​ນະໂຍບາຍ​ Privacy Preferences Policy Control (PPPC) ທັງ​ໝົດລະບົບ​ ຊຶ່ງ​ຈະ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ແອັບ​ ຫຼື ​ບຸກ​ຄົນ​ທີ່​ບໍ່​ໄດ້ຮັບ​ອະນຸຍາດ​ເຂົ້າ​ເຖິງ​ສິດ​ດ້ານ​ Accessibility.

ບໍລິສັດ​ Trail of Bits ແນະ​ນຳ​ວ່າ​ ໃນ​ສ່ວນ​ຂອງ​ environments ທີ່​ໃຫ້​ຄວາມ​ສຳຄັນ​ໃນ​ດ້ານ​ຄວາມ​ປອດໄ​ພ​  ຫຼື ​ອົງກອນ​ທີ່​ກ່ຽວ​ຂ້ອງ​ກັບ​ຊັບ​ສິນ​ດິ​ຈິ​ຕອນມູນ​ຄ່າ​ສູງ​ ຄວນ​ຖອນ​ການ​ຕິດ​ຕັ້ງ​ Zoom ອອກຈາກ​ລະບົບ​ທັງ​ໝົດ​.

Trail of Bits ລະ​ບຸ​ວ່າ​ “ສຳລັບ​ອົງ​ກອນ​ທີ່​ຕ້ອງ​ຈັດການ​ກັບ​ຂໍ້​ມູນ​ທີ່​ມີ​ສຳຄັນ​ເປັນ​ພິເສດ​ ຫຼື ​ການເຮັດ​ທຸລະກຳ​ສ​ະກຸນ​ເງີນ​ດິ​ຈິ​ຕອນ​ ການ​ຫຼຸດ​ຄວາມ​ສ່ຽງ​ໂດຍ​ການ​ລຶບ​ໂປຣ​ແກຣມ​ Zoom ອອກ​ທັງ​ໝົດ​ ຊຶ່ງ​ຈະ​ມີ​ຄວາມ​ປອດໄ​ພຫຼາຍກວ່າ​ຄວາມ​ບໍ່​ສະ​ດວກ​ໃນ​ເລື່ອງ​ການ​ໃຊ້​ງານ​ ໂດຍ​ຄວນ​ປ່ຽນ​ໄປ​ໃຊ້​ Zoom ຜ່ານ​ເວັບ​ບ​ຣາ​ວເຊີ​ (Web browser)​ ແທນ”.

ເອກະສານອ້າງອີງ

  1. https://www.bleepingcomputer.com/news/security/hackers-abuse-zoom-remote-control-feature-for-crypto-theft-attacks/
https://www.i-secure.co.th/2025/04/%e0%b9%81%e0%b8%ae%e0%b9%87%e0%b8%81%e0%b9%80%e0%b8%81%e0%b8%ad%e0%b8%a3%e0%b9%8c%e0%b9%83%e0%b8%8a%e0%b9%89%e0%b8%8a%e0%b9%88%e0%b8%ad%e0%b8%87%e0%b9%82%e0%b8%ab%e0%b8%a7%e0%b9%88%e0%b8%9f%e0%b8%b5/

ລາຍການຮູບ

Meesaisak 30 April 2025 954 Print