Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ແຈ້ງເຕືອນ!!! ການກັບມາຂອງການຫຼອກລວງທາງອອນລາຍ (Scams) ມາໃນຮູບແບບເກົ່າ ແຕ່ຂໍ້ຄວາມຈູງໃຈໃໝ່

ແຈ້ງເຕືອນ!!! ການກັບມາຂອງການຫຼອກລວງທາງອອນລາຍ (Scams) ມາໃນຮູບແບບເກົ່າ ແຕ່ຂໍ້ຄວາມຈູງໃຈໃໝ່ໃນໄລຍະທີ່ຜ່ານມາມີຜູ້ຊົມໃຊ້ສື່ສັງຄົມອອນລາຍພົບເຫັນຂໍ້ຄວາມໜ້າສົງໄສ ຖືກສົ່ງເຂົ້າມາຜ່ານທາງວອດແອັບ ໂດຍການອ້າງໂຕເປັນເຈົ້າໜ້າທີ່ຂອງເຟສບຸກ (Facebook) ໃນຂໍ້ຄວາມດັ່ງກ່າວແມ່ນມີແນື້ອໃນແຈ້ງເຕືອນຜູ້ໃຊ້ວ່າມີການລະເມີດນະໂຍບາຍດ້ານມາດຕະຖານຊຸມຊົນ (Community Standards) ແລະ ຖ້າຜູ້ໃຊ້ບໍ່ທໍາການແກ້ໄຂໂດຍການຢືນຢັນບັນຊີ ບັນຊີຂອງຜູ້ໃຊ້ກໍ່ຈະຖືກລະງັບຖາວອນ, ຊຶ່ງໃນຂໍ້ຄວາມຈະແນບລິ້ງມານໍາ ເພື່ອໃຫ້ຜູ້ໃຊ້ກົດເຂົ້າໄປເພື່ອຢືນຢັນບັນຊີຂອງຕົນເອງ (ຮູບທີ 1).ໂດຍປົກກະຕິແລ້ວ ເຟສບຸກແທ້ຈະສົ່ງຂໍ້ຄວາມຫາຜູ້ໃຊ້ຜ່ານທາງອີເມວ ແລະ ໃຊ້ອີເມວທາງການຂອງເຟສບຸກເທົ່ານັ້ນ.



ຮູບທີ 1: ຕົວຢ່າງເນື້ອໃນຂໍ້ຄວາມທີ່ມິດສາຊີບໃຊ້ຫຼອກລໍ້ເຫຍື່ອ

          ຖ້າຫາກເຫຍື່ອຫຼົງເຊື່ອກົດລິ້ງໃນຂໍ້ຄວາມດັ່ງກ່າວ ກໍ່ຈະປະກົດໜ້າຕ່າງເວັບໄຊ້ໜຶ່ງຂຶ້ນມາ ແລະ ຈະມີປຸ່ມ “ຢືນຢັນ” ໜຶ່ງ ໃຫ້ເຮົາກົດເຂົ້າໄປ ເພື່ອສືບຕໍ່ປ້ອງກັນບັນຊີຂອງເຮົາບໍ່ໃຫ້ຖືກລະງັບ (ຮູບທີ 2).


ຮູບທີ 2: ໜ້າເວັບໄຊ້ປອມທີ່ຫຼອກໃຫ້ເຫຍື່ອກົດເຂົ້າໄປ

            ຖ້າເຫຍື່ອຍັງສືບຕໍ່ກົດປຸ່ມ “ຢືນຢັນ” ດັ່ງໃນຮູບ (ຮູບທີ 2) ແລ້ວ ກໍ່ຈະມີໜ້າເວັບໄຊປອມທີ່ຄ້າຍຄືໜ້າເຂົ້າລະບົບຂອງເຟສບຸກ (ຮູບທີ 3) ທີ່ຈະໃຫ້ເຮົາປ້ອນຊື່ຜູ້ໃຊ້ ແລະ ລະຫັດຜ່ານເຟສບຸກຂອງເຮົາ ເພື່ອເຂົ້າສູ່ລະບົບ.


ຮູບທີ 3: ໜ້າເວັບໄຊປອມທີ່ຄ້າຍຄືໜ້າເຂົ້າລະບົບຂອງເຟສບຸກ ເພື່ອຫຼອກເຫຍື່ອໃຫ້ໃສ່ຊື່ບັນຊີ ແລະ ລະຫັດຜ່ານເຟສບຸກຂອງຕົນເອງ

          ພາຍຫຼັງທີ່ເຫຍື່ອຫຼົງເຊື່ອໃສ່ຊື່ບັນຊີ ແລະ ລະຫັດຜ່ານເຟສບຸກຂອງຕົນເອງ ພ້ອມທັງກົດເຂົ້າລະບົບແລ້ວ ກໍ່ຈະປະກົດໜ້າເວັບໄຊອີກເວັບໄຊໜຶ່ງຂຶ້ນມາ ທີ່ເປັນໜ້າເວັບໄຊທີ່ໃຫ້ເຮົາໃສ່ລະຫັດ 6-8 ຕົວເລກ (OTP) ທີ່ມິດສາຊີບຕົວະວ່າສົ່ງໃຫ້ທາງຂໍ້ຄວາມ (ຮູບທີ 4).


ຮູບທີ 4: ໜ້າເວັບໄຊປອມທີ່ໃຫ້ໃສ່ລະຫັດ 6-8 ຕົວເລກ ທີ່ຕົວະເຫຍື່ອວ່າສົ່ງໃຫ້ທາງຂໍ້ຄວາມ

          ພາຍຫຼັງທີ່ລອງໃສ່ລະຫັດ 6 ຕົວເລກ ຕາມທີ່ມິດສາຊີບບອກ ເວັບໄຊ້ກໍ່ຈະມີການແຈ້ງເຕືອນວ່າໃສ່ລະຫັດບໍ່ຖືກຕ້ອງ (ລະຫັດໃຊ້ບໍ່ໄດ້) ໃຫ້ກວດສອບ ຫຼື ລອງລະຫັດໃໝ່ (ຮູບທີ 5).

ຮູບທີ 5: ໜ້າເວັບໄຊປອມຫຼັງຈາກໃສ່ລະຫັດທີ່ຕົວະວ່າສົ່ງມາທາງຂໍ້ຄວາມ

            ຈາກຮູບແບບການຫຼອກລວງດັ່ງກ່າວ ເຫັນໄດ້ຊັດເຈນວ່າມິດສາຊີບມີຈຸດປະສົງເພື່ອຢາກໄດ້ຂ້ມູນ ບັນຊີ ແລະ ລະຫັດຜ່ານເຟສບຸກຂອງເຫຍື່ອ ເພື່ອເອົາໄປນໍາໃຊ້ໃນການກໍ່ອາຊະຍາກໍາທາງອອນລາຍອື່ນໆ.

ຂໍ້ແນະນໍາໃນການປ້ອງກັນ ແລະ ແກ້ໄຂ:

  1. ຖ້າພົບເຫັນຂໍ້ຄວາມໃນລັກສະນະນີ້ ໃຫ້ຄິດໄວ້ກ່ອນສະເໝີວ່າເປັນການຫຼອກລວງ;
  2. ບໍ່ຄວນຮີບຮ້ອນປະຕິບັດຕາມທີ່ຂໍ້ຄວາມແຈ້ງບອກ ເຖິງຈະເປັນເລື່ອງເລັ່ງດ່ວນກໍ່ຕາມ;
  3. ພິຈາລະນາຂໍ້ຄວາມທີ່ສົ່ງມາຢ່າງຖີ່ຖ້ວນເຖິງຄວາມເປັນຈິງ ແລະ ຄວາມເປັນໄປໄດ້ທີ່ຈະເກີດຂຶ້ນ;
  4. ຖ້າມີຄວາມສົງໄສ ຄວນຕິດຕໍ່ຫາຜູ້ຊ່ຽວຊານທາງດ້ານໄອທີ ຫຼື ຄວາມປອດໄພທາງອິນເຕີເນັດ ເພື່ອກວດສອບ;
  5. ສັງເກດທີ່ຢູ່ເວັບໄຊ (ລິ້ງ) ໃຫ້ລະອຽດວ່າແມ່ນທີ່ຢູ່ເວັບໄຊທີ່ຖືກຕ້ອງບໍ່;
  6. ຖ້າບໍ່ແນ່ໃຈວ່າເວັບໄຊນັ້ນຖືກຕ້ອງບໍ່ ສາມາດນໍາເອົາທີ່ຢູ່ເວັບໄຊນັ້ນ ໄປກວດສອບຄວາມປອດໄພໄດ້ທີ່ເວັບໄຊ https://www.virustotal.com/;
  7. ຕັ້ງຄ່າຢືນຢັນຕົວຕົນຫຼາຍຂັ້ນຕອນ (Multi-Factor Authentication) ເພື່ອປ້ອງກັນການຖືກແຮັກ.

ລາຍການຮູບ

Meesaisak 09 January 2025 249 Print