ແຈ້ງເຕືອນ!!! ການຫຼອກລວງໃຫ້ລົງທຶນໃນຮູບແບບໃໝ່ ໂດຍການໃຊ້ປັນຍາປະດິດ (AI) ແລະ ໂຄສະນາຜ່ານສື່ສັງຄົມອອນລາຍ ເພື່ອກຳນົດເປົ້າໝາຍເຫຍື່ອທົ່ວໂລກ
ວິທີການຂອງກົນໂກງ:
- ໂຄສະນາໃນສື່ສັງຄົມອອນລາຍ:
- ໃຊ້ໂຄສະນາປອມທີ່ເບິ່ງໜ້າເຊື່ອຖື ເຊັ່ນ: ຣີວິວ (Review) ຈາກບຸກຄົນທີ່ມີຊື່ສຽງ (ຊຶ່ງສ້າງຈາກ AI) ແລະໂພສ (Post) ຮຽນແບບ ຍີ່ຫໍ້ (Brand) ບໍລິສັດ ຫຼື ໜ່ວຍງານລັດ;
- ມີການໃຊ້ບັນຊີປອມ, ບັນຊີທີ່ຖືກລັກ ຫຼື ບັນຊີຂອງ ອິນຟຣູເອນເຊີ (Influencer) ເພື່ອສ້າງຄວາມໜ້າເຊື່ອຖື.
- ເວັບໄຊປອມ:
- ລໍ້ລວງໃຫ້ຜູ້ໃຊ້ກົດລິ້ງໄປຫາເວັບໄຊທີ່ຮຽນແບບສື່ຂ່າວ ຫຼື ອົງກອນທີ່ມີຊື່ສຽງ;
- ຫຼອກໃຫ້ປ້ອນຂໍ້ມູນສ່ວນຕົວ ເຊັ່ນ: ຊື່, ອີເມວ, ໝາຍເລກໂທລະສັບ ຫຼື ຂໍ້ມູນການເງິນ.
- ການໂທເພື່ອໂນ້ມນ້າວຈິດໃຈ:
- ເມື່ອໄດ້ຂໍ້ມູນສ່ວນຕົວແລ້ວ ຜູ້ຫຼອກລວງຈະໂທຫາເຫຍື່ອໂດຍກົງ ເພື່ອຊັກຊວນໃຫ້ລົງທຶນໃນສິນຄ້າທາງການເງິນ;
- ອາດຖືກໂນ້ມນ້າວໃຫ້ກູ້ເງິນ ຫຼື ແຊຣ໌ຂໍ້ມູນສຳຄັນ ເຊັ່ນ: ໝາຍເລກບັດປະຊາຊົນ ຫຼື ບັດເຄຣດິດ.
- ຜົນລັບສຸດທ້າຍ:
- ເຫຍື່ອສູນເສຍທັງເງິນ ແລະ ຂໍ້ມູນສ່ວນຕົວ ໂດຍບໍ່ມີທາງກູ້ຄືນ.
ວິທີປ້ອງກັນຕົນເອງ:
- ລະມັດລະວັງໂຄສະນາທີ່ເບິ່ງດູດີເກີນຈິງ:
- ຫາກເຫັນໂຄສະນາກ່ຽວກັບການລົງທຶນທີ່ໃຫ້ຜົນຕອບແທນສູງຜິດປົກກະຕິ ຢ່າຫຼົງເຊື່ອ ຫຼື ຕັດສິນໃຈລົງທຶນທັນທີ.
- ກວດສອບແຫຼ່ງທີ່ມາຂອງຂໍ້ມູນ:
- ກວດສອບໃຫ້ແນ່ໃຈວ່າເວັບໄຊ ຫຼື ໂຄສະນານັ້ນມາຈາກແຫຼ່ງທີ່ເຊື່ອຖືໄດ້;
- ຫຼີກລ້ຽງການກົດລິ້ງໃນອີເມວ ຫຼື ຂໍ້ຄວາມຈາກແຫຼ່ງທີ່ບໍ່ຮູ້ຈັກ.
- ຢ່າເປີດເຜີຍຂໍ້ມູນສ່ວນຕົວ:
- ຢ່າປ້ອນຂໍ້ມູນສ່ວນຕົວ ຫຼື ຂໍ້ມູນທາງການເງິນເທິງເວັບໄຊທີ່ບໍ່ໜ້າເຊື່ອຖື.
- ຫຼີກລ້ຽງການດາວໂຫຼດແອັບ ຫຼື ໂປຣແກຣມທີ່ບໍ່ຮູ້ຈັກ:
- ລະວັງການຕິດຕັ້ງແອັບພິເຄຊັ່ນ ຫຼື ໂປຣແກຣມ ທີ່ຕ້ອງການສິດຂໍເຂົ້າເຖິງອຸປະກອນ.
- ຕິດຕາມຂ່າວສານ ແລະ ອັບເດດຄວາມຮູ້ກ່ຽວກັບໄພຄຸກຄາມທາງໄຊເບີເປັນປະຈໍາ:
ຖ້າຫາກມີຂໍ້ສົງໄກ່ຽວກັບຄວາມປອດໄພ ໃຫ້ຕິດຕໍ່ຝ່າຍ IT ຫຼື ຜູ້ຊ່ຽວຊານດ້ານຄວາມປອດໄພໃນອົງກອນ.
ເອກະສານອ້າງອີງ:
- https://thehackernews.com/2024/12/new-investment-scam-leverages-ai-social.html?fbclid=IwY2xjawHNw19leHRuA2FlbQIxMAABHX5iIksyHKgMHHWjFXzU8M1KdLNtMl3cGZRrJB-FM6tlYNzbpPrR5NE7tA_aem_K8ongy742akUclKbki9DLw
- https://www.facebook.com/story.php?story_fbid=122129829374454139&id=61563624190657&mibextid=wwXIfr&rdid=JDbZo8aIo7bKGC9q