Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ແຈ້ງເຕືອນ

ເຕືອນໄພ! ສາຍສາກແຮັກເກີ ສຽບບໍ່ລະວັງອາດຖືກດູດຂໍ້ມູນໂດຍບໍ່ຮູ້ຕົວ

ເຕືອນໄພ! ສາຍສາກແຮັກເກີ ສຽບບໍ່ລະວັງອາດຖືກດູດຂໍ້ມູນໂດຍບໍ່ຮູ້ຕົວໃນ​ຍຸກ​ທີ່​ເຮົາ​ຕ້ອງ​ນຳ​ໃຫ້​ທັນ​ເຕັກ​ໂນ​ໂລຊີ​ຕະຫລອດ​ເວລາ​ ອາດ​ຈະມີ​ຫຼາຍ​ຄົນ​ອັບ​ເດດ​ບໍ່​ທັນ​ກັບສະພາບການ​ ແຕ່​ກໍ່ມີ​ສິ່ງ​ທີ່​ຄຽງຄູ່​ກັນ​ມາ​ຕະຫຼອດກໍ່ຄື​ ແຮັກ​ເກີ​,​ ສ່ວນ​ໄພອັນຕະລາຍ​ຮູບ​ແບບ​ໃໝ່​ທີ່​ເຮົາ​ຄວນ​ລະ​ວັງ​ໃຫ້​ດີ​ຄື​ O.MG cable ການ​ແຮັກ​ຂໍ້​ມູນ​ທີ່​ມາ​ໃນ​ຮູບ​ແບບ​ສາຍ​ສາກ​ແບັດ​ມື​ຖື​ທີ່ມີໜ້າ​ຕາ​ທຳມະດາ​ ຈະ​ເຮັດໃຫ້​ການ​ຂໍ​ຢືມ​ສາຍ​ສາກ​ແຕ່​ລະ​ເທື່ອ​ຂອງ​ທ່ານ​ຕ້ອງ​ກວດສອບ​ໃຫ້​ດີກວ່າ​ເກົ່າ​ ເພາະ​ພຽງແຕ່​ສຽບ​ເທົ່ານັ້ນຊີວິດ​ກໍ່​ປ່ຽນທັນທີ​ ຊຶ່ງ​ໜ້າ​ຕາ​ຂອງ​ສາຍ​ສາກນີ້​ກໍ່​ຄື​ກັບ​ສາຍ​ສາກ​ແບັດ​ທີ່​ເຮົາເຄີຍ​ໃຊ້​ເປັນປະຈຳ​ຈົນ​ໄຈ້ແຍກ​ບໍ່​ອອກ​.

ສຳລັບ​ອຸປະກອນ​ດັ່ງ​ກ່າວ​ມີ​ຮູບ​ຮ່າງ​ໜ້າ​ຕາ​ບໍ່​ແຕກ​ຕ່າງ​ຈາກ​ສາຍ​ສາກ​ USB-C ຫລື​ Lightning ທຳມະດາ​ ແຕ່​ຈຸດ​ສຳຄັນ​ຄື​​ບໍລິເວນ​ປາຍ​ຂອງສາຍ​ໄດ້​ຝັງ​ຕົວ​ສົ່ງ​ສັນຍາ​ນໄຮ້​ສາຍ​ Access Point ຂະໜາດນ້ອຍ​ເອົາ​ໄວ້​ ຊຶ່ງ​ທາງ​ຜູ້​ຜະລິດ​ໄດ້​ອອກ​ມາ​ບອກ​ວ່າ ​ທີ່ເຮັດຜະລິດຕະພັນ​ O.MG Cable ຂຶ້ນ​ມາ ​ກໍ່​ເພື່ອຈະ​ເບິ່ງ​ວ່າ​ຕົນເອງນັ້ນຈະ​ສາມາດ​ຫຍໍ້​ສ່ວນ​ເຕັກ​ໂນ​ໂລ​ຊີ​ແບບ​ນີ້ໃຫ້ໄດ້​ນ້ອຍລົງ​ສຸດ​ເທົ່າ​ໃດ​ ໂດຍ​ສາຍ​ສາກ O.MG Cable ວາງ​ຂາຍ​ເທິງ​ເວັບ​ໄຊ​​ hak5 ໃນ​ລາ​ຄາ​ພຽງ​ 120 – 160 ດອນ​ລາ​​.




O.MG cable ມີ​ຄວາມ​ສາມາດ​ຫຍງແດ່ ?

​ເມື່ອ​ສຽບ​ປັ໊ກ​ແລ້ວ​ ສາຍ​ສາກ​ O.MG ຈະ​ສ້າງ​​ Wi-Fi hotspot ເພື່ອ​ໃຫ້​ຜູ້​ໃຊ້​ໄລຍະ​ໄກສາມາດ​ເຊື່ອມ​ຕໍ່​ໄດ້​ ເມື່ອ​ເຊື່ອມ​ຕໍ່​ແລ້ວ​ ບຸກ​ຄົນ​ນັ້ນ​ຈະສາມາດ​ໃຊ້​ Interface ​ອອນລາຍ ທີ່​ມາພ້ອມ​ກັບ​ສາຍ​ເຄ​ເບີນ​ເພື່ອ​ບັນ​ທຶກ​ກິດຈະກຳ​ຈາກ​ອຸປະກອນ​ ຄື:

  • ຄວບ​ຄຸມ​ທຸກ​ຢ່າງ​ຈາກ​ໄລຍະ​ໄກ​ດ້ວຍ​ເວັບ​ບ​ຣາ​ວ​ເຊີ​ (web browser) ​ ຄອມພິວເຕີ​ ຫຼື ​ມື​ຖື​.
  • ສາມາດ​ພິມ​ຂໍ້ຄວາມ​ ຫຼື ​ຄວບ​ຄຸມ​ຄີ​ບ​ອ​ດ.
  • ບັນ​ທຶກ​ຂໍ້​ມູນ​ຈາກ​ການ​ພິມ​ ບໍ່​ວ່າ​ຈະ​ເປັນ​ເລກ​ບັນ​ຊີ​, ລະ​ຫັດ​ທະ​ນາ​ຄານ ແລະ​ ລະ​ຫັດ​ຜ່ານ​ຕ່າງ​ໆ​.
  • "ການ​ລັກ​ຂໍ້​ມູນ​" ອີກຫຼາຍ​ຢ່າງ​ ເຊັ່ນ:​ ການ​ລັກ​ລະ​ຫັດ​ຜ່ານ​ Google Chrome.

​ທາງ​ດ້ານ​ Hak5 ເວັບ​ໄຊ​​ຂາຍ​ອຸປະກອນອີ​ເລັກໂຕຣ​ນິກ​ ຕັ້ງ​ຂໍ້​ສັງເກດ​ວ່າ​ keylogger ສາມາດ​ຈັດ​ເກັບ​ການ​ກົດ​ແປ້ນ​ພິມໄດ້​ເຖິງ​ 650,000 ເທື່ອ​. ນອກ​ຈາກ​ນັ້ນ, ​ຍັງມີ​ຄຸນສົມບັດ​ໃນ​ການ​ແຮັກ​ຂັ້ນ​ສູງ​ອື່ນ​ໆອີກ​ຫຼາຍຢ່າງ​ ເຖິງວ່າ​ຈະ​ມີ​ໄວ້​ສຳລັບ​ເຄື່ອງ​ທົດສອບ​ການ​ເຈາະ​ຂໍ້​ມູນ​ເປັນ​ຫຼັກ​ ແຕ່ໃນ​ມື້​ໜຶ່ງ​ສາຍ​ສາກ​ນີ້​ອາດ​ເຖິງ​ມື​ທ່ານ​ໃນມື້ໃດມື້ຫນຶ່ງ​ກໍ​່ເປັນໄດ້​.

ອ້າງອີງ:

  1. https://deceiver.fr/omg-linnocent-cable-usb-qui-peut-voler-vos-donnees/
  2. https://nakedsecurity.sophos.com/2019/10/02/omg-evil-lightning-cable-hits-prime-time/
  3. https://mobilesyrup.com/2021/09/03/normal-looking-cable-steal-data-phone-omg-cable/
  4. https://www.forbes.com/sites/zakdoffman/2021/05/29/apple-iphone-and-ipad-users-warned-not-to-borrow-other-peoples-cables/?sh=2ee3b7d29406&fbclid=IwAR2J-yaMjnwl7GjNeIva7hHG2z5sCDX4oaU5e_H0KFhuP6r7_XAaPOeGvcA
  5. https://www.ejan.co/general-news/s0p2i9gyuk

ລາຍການຮູບ

Meesaisak 17 January 2023 1,236 Print