Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ຜົນງານການປະກອບສ່ວນສ້າງວິດີໂອສັ້ນ ດ້ານຄວາມປອດໄພ ທາງໄຊເບີ ເຂົ້າຮ່ວມແຂ່ງຂັນ ໃນກິດຈະກໍາ ອາຊຽນ - ຍີ່ປຸ່ນ

laocert.gov.la/images/aj1.png

ໃນວາລະກອງະຊຸມດ້ານນະໂຍບາຍ ຄວາມປອດໄພໄຊເບີ ອາຊຽນ-ຍີ່ປຸ່ນ ຄັ້ງທີ 16st (16st ASEAN-Japan Cybersecurity Policy Meeting) ແລະ ກອງປະຊຸມປິ່ນອ້ອມ ໃນວັນທີ 02-07 ຕຸລາ 2023 ທີ່ ໂຕກຽວ, ປະເທດ ຍີ່ປຸ່ນ ໄດ້ມີການປະກາດຜົນ ໃນຫົວຂໍ້: ການແຂ່ງຂັນ ການສ້າງວິດີໂອສັ້ນ ດ້ານຄວາມປອດໄພ ທາງໄຊເບີ ມີຄວາມຍາວປະມານ 30 - 60 ວິນາທີຂອງນັກສຶກສາບັນດາປະເທດສະມາຊິກອາຊຽນ ອັນດັບທີ 1 ແມ່ນ ປະເທດ ອິນໂດເນເຊຍ ໄດ້ເງິນລາງວັນຈໍານວນ 2000 ໂດລາ, ອັນດັບທີ 2 ປະເທດ ມາເລເຊຍ ໄດ້ເງິນລາງວັນຈໍານວນ 1500 ໂດລາ ແລະ ອັນດັບທີ 3 ສສ ຫວຽດນາມ ໄດ້ເງິນລາງວັນຈໍານວນ 1000 ໂດລາ , ລວມໃນນັ້ນກໍ່ມີ ສປປ ລາວ ເຮົາທີ່ໄດ້ຮັບລາງວັນຊົມເຊີຍ, ໂດຍ ທ່ານ ຄໍາຫຼ້າ ສຸນນະລັດ ຫົວໜ້າກົມ ກົມຄວາມປອດໄພໄຊເບີ ໄດ້ຂຶ້ນຮັບໃບຊົມເຊີຍດັ່ງກ່າວ ແລະ ວັນທີ 25/10/2023 ທາງກົມຄວາມປອດໄພໄຊເບີ ໄດ້ຈັດພິທີມອບຮັບໃບລາງວັນຊົມເຊີຍໃນການປະກອບສ່ວນສ້າງກິດຈະກໍາ ອາຊຽນ-ຍີ່ປຸ່ນ ໃຫ້ນ້ອງນັກສຶກສາຈາກ ຄະນະ ວິສະວະກໍາສາດ ສາຂາວິສະວະກໍາຄອມພິວເຕີ ມະຫາວິທະຍາໄລ ແຫ່ງຊາດ ໂດຍ ທ່ານ ຮອງຫົວໜ້າກົມ ສຸດສາຄອນ ພົມມະຈັນ ເປັນຜູ້ມອບໃນຄັ້ງນີ້ ແລະ ໃນຕໍ່ໜ້າທາງ ອາຊຽນ-ຍີ່ປຸ່ນ ກໍ່ຈະສຶບຕໍ່ຈັດກິດຈະກໍາໃນລັກສະນະແບບນີ້ໃນຄັ້ງຕໍ່ໄປ.

laocert.gov.la/images/aj2.png


laocert.gov.la/images/aj3.png

No photos have been added to this Gallery album