Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ຝຶກອົບຮົມ ການບໍລິຫານຈັດການຄວາມປອດໄພລະບົບເຄືອຂ່າຍ ແລະ ຂໍ້ມູນຂ່າວສານ

ຈຳນວນຮູບພາບ: 5
ຮູບພາບຫຼ້າສຸດ ເພີ່ມໂດຍ Alexai on February 11 2020 11:18:33
ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ຈັດຝຶກອົບຮົມໃນຫົວຂໍ້: ການບໍລິຫານຈັດການຄວາມປອດໄພລະບົບເຄືອຂ່າຍ ແລະ ຂໍ້ມູນຂ່າວສານ ເພື່ອສ້າງແນວທາງໃນການກວດສອບ, ປ້ອງກັນ ແລະ ເສີມຂະຫຍາຍຄວາມເຂັ້ມແຂງໃຫ້ກັບລະບົບເຄືອຂ່າຍທີ່ມີພາຍໃນອົງກອນ.
The Training Course on Data Network Fabric Configuration and Security Analytice Configuration on 25th - 28th April 2017 In Vientiane, Lao PDR.
ການຈັດຝຶກອົບຮົມດັ່ງກ່າວໄດ້ເລີ່ມຂຶ້ນໃນຕອນເຊົ້າຂອງວັນອັງຄານ ໃນວັນທີ 24 ເດືອນ ເມສາ ປີ 2017 ທີ່ຫ້ອງຝຶກອົບຮົມຂອງ ສກຄ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານເປີດຊຸດຝຶກອົບຮົມໂດຍ ທ່ານ ສີສັນ ປອງນະທີ ຮອງ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ແລະ ທ່ານ ລົນນະສິດ ບຸນຊູ ຜູ້ອຳນວຍການ ບໍລິສັດ ໄອທີກຣີນ ຈໍາກັດ ສາຂາປະຈຳ ສປປ ລາວ; ພ້ອມດ້ວຍພະນັກງານພາຍໃນ ສກຄ ຊຶ່ງການຝຶກອົບຮົມໃນຄັ້ງນີ້ ຈະເນັ້ນໃສ່ການນໍາໃຊ້ເຕັກນິກວິຊາສະເພາະດ້ານໄອຊີທີ, ວິທີການກຳນົດການປ້ອງກັນ, ການບໍລິຫານຈັດການຄວາມປອດໄພດ້ານເຄືອຂ່າຍ ແລະ ຂໍ້ມູນຂ່າວສານ ພ້ອມທັງເປັນການເສີມສ້າງຂີດຄວາມສາມາດທາງດ້ານເຕັກນິກວິຊາການໃຫ້ເຂົ້າໃຈເລິກເຊິ່ງ ເພື່ອນຳມາປ້ອງກັນຂໍ້ມູນຂ່າວສານ ທີ່ສຳຄັນ ແລະ ນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດ.