Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

6 ເປົ້າໝາຍໃນການນຳໃຊ້ອຸປະກອນໄອທີ ໃຫ້ມີຄວາມປອດໄພ

ເລີ່ມຕົ້ນປີ 2020 ໃໝ່ໆແບບນີ້ ເຫັນວ່າມີຫຼາຍໆຄົນ ກໍ່ກຳລັງວາງແຜນ ຫຼື ຕັ້ງເປົ້າໝາຍໃນການລິເລີ່ມທີ່ຈະເຮັດຫຼາຍໆສິ່ງ ເຊັ່ນ ຈະເລີ່ມເຮັດທຸລະກິດ, ຈະຫຼຸດນ້ຳໜັກ ຫຼື ເລີ່ມເກັບອອມເງິນຄຳ ເປັນຕົ້ນ ຊຶ່ງໃນດ້ານວຽກງານການຮັກສາຄວາມປອດໄພທາງໄຊເບີເອງ ສະນັ້ນ, ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ຫຼື ສູນລາວເຊີດ ກໍ່ມີຄຳແນະນຳເປົ້າໝາຍນ້ອຍໆ ທີ່ຢາກຊ່ວຍໃຫ້ທ່ານລົງມືປະຕິບັດຕັ້ງແຕ່ປີນີ້ເປັນຕົ້ນໄປ ເພື່ອເພີ່ມຄວາມປອດໄພທາງຄອມພິວເຕີ ກໍ່ຄື ການນຳໃຊ້ໄອຊີທີໃຫ້ມີຄວາມປອດໄພດ້ວຍຕົວທ່ານເອງ ເຖິງວ່າຈະເຮັດບໍ່ໄດ້ທັງໝົດ ແຕ່ຖ້າເລີ່ມລົງມືປະຕິບັດຕັ້ງແຕ່ດຽວນີ້ ກໍ່ສາມາດສ້າງຄວາມປອດໄພໃຫ້ກັບຕົວທ່ານເອງໄດ້ ໃນລະດັບໜຶ່ງແລ້ວ.

6 ເປົ້າໝາຍ ທີ່ຢາກແນະນໍາໃຫ້ທ່ານປະຕິບັດ ເພື່ອຄວາມປອດໄພທາງຄອມພິວເຕີ ມີດັ່ງນີ້:

1. ກ່ອນຈະລຸກອອກຈາກຈໍຄອມພິວເຕີ ຕ້ອງລ໋ອກໜ້າຈໍ

ຖ້າຫາກນຳໃຊ້ຄອມພິວເຕີຢູ່ຫ້ອງການ ຫຼື ຮ້ານອິນເຕີເນັດ ຄາເຟ່ ຕ້ອງຄິດເຫັນຄວາມສຳຄັນຂອງຂໍ້ມູນສ່ວນຕົວ ຕ້ອງຄິດສະເໝີວ່າເມື່ອເຮົາບໍ່ນັ່ງຢູ່ໜ້າຈໍຄອມພິວເຕີ ອາດຈະມີຜູ້ບໍ່ຫວັງດີເຂົ້າມາສວມຮອຍນຳໃຊ້ສິດໃນບັນຊີ, ເຂົ້າເຖິງຟາຍຂໍ້ມູນສຳຄັນຕ່າງໆ ຫຼື ອາດເຖິງຂັ້ນລຶບຂໍ້ມູນ ແລະ ຟາຍສຳຄັນຕ່າງໆ. ດັ່ງນັ້ນ, ກ່ອນຈະລຸກຈາກໜ້າຈໍຄອມພິວເຕີ ກໍ່ຄວນລ໋ອກໜ້າຈໍ ໂດຍກົດປຸ່ມເທິງແປ້ນພິມ Windows key + L ກໍ່ຈະສາມາດລ໋ອກໜ້າຈໍການໃຊ້ງານທັນທີ ເພື່ອປ້ອງກັນບໍ່ໃຫ້ມີຄົນເຂົ້າມານຳໃຊ້ເຄື່ອງຄອມພິວເຕີ.

2. ມືຖື ຕ້ອງຕັ້ງລະຫັດຜ່ານ

ຫຼາຍຄົນມີແນວຄິດທີ່ວ່າ ມືຖືກໍ່ໃຊ້ງານພຽງຄົນດຽວ ແລະ ຂໍ້ມູນໃນນັ້ນກໍ່ບໍ່ໄດ້ມີຫຍັງສຳຄັນ ເປັນຫຍັງຈຶ່ງຕ້ອງຕັ້ງລະຫັດຜ່ານອີກ ຊຶ່ງນັ້ນອາດເປັນຄວາມຈິງໃນອາດີດ, ແຕ່ໃນປັດຈຸບັນນີ້ ມືຖືເປັນອຸປະກອນທີ່ມີການຈັດເກັບຂໍ້ມູນສ່ວນຕົວຂອງຜູ້ໃຊ້ໄວ້ຫຼາຍຢ່າງ ເຊັ່ນ ຮູບພາບ, ອີເມວ, ແອັບພິເຄຊັ່ນທະນາຄານ, ຂໍ້ມູນການເຮັດທຸລະກຳການເງິນອອນລາຍ ແລະ ອື່ນໆ. ດັ່ງນັ້ນ, ຖ້າຫາກທ່ານລືມວາງມືຖືຖິ້ມໄວ້ ຊຶ່ງນອກຈາກຈະຕ້ອງລະວັງມືຖືເສຍແລ້ວ ອາດເປີດໂອກາດໃຫ້ຜູ້ບໍ່ປະສົງດີສາມາດເຂົ້າເຖິງຂໍ້ມູນໃນເຄື່ອງໄດ້ ຊຶ່ງການຕັ້ງລະຫັດຜ່ານກໍ່ຈະຊ່ວຍປ້ອງກັນໄດ້ໃນລະດັບໜຶ່ງ.

3. ບໍ່ໃຊ້ WiFi ສາທາລະນະຢ່າງເດັດຂາດ

ຄິດໄວ້ສະເໝີວ່າ WiFi ສາທາລະນະແມ່ນບໍ່ປອດໄພ ນອກຈາກຈະສ່ຽງກັບສັນຍານວາຍຟາຍປອມ (Rouge WiFi) ຫຼື WiFi Hotspot ປອມແລ້ວ ຍັງອາດສ່ຽງຖືກດັກຂໍ້ມູນອີກດ້ວຍ. ທ່ານບໍ່ຄວນເຫັນແກ່ຄວາມປະຫຍັດໃນການໃຊ້ອິນເຕີເນັດ ຫຼື ຄວາມໄວພຽງເລັກໜ້ອຍ ໂດຍຕ້ອງແລກກັບຂໍ້ມູນສ່ວນຕົວ ທາງທີ່ດີຄວນໃຊ້ອິນເຕີເນັດມືຖືຂອງຕົວເອງເປັນສິ່ງທີ່ດີທີ່ສຸດ.

4. ລະຫັດຜ່ານ (Password) ຕ້ອງຄາດເດົາຍາກ ແລະ ບໍ່ໃຊ້ຊ້ຳກັນ

ຕ້ອງຕັ້ງໃຈວ່າຕໍ່ໄປນີ້ຈະບໍ່ຕັ້ງລະຫັດຜ່ານທີ່ຄາດເດົາໄດ້ງ່າຍ ແລະ ບໍ່ໃຊ້ Password ຊ້ຳກັນເດັດຂາດ. ເຖິງແມ່ນວ່າບັນຊີອອນລາຍຈະຫຼາຍ ຈົນຕັ້ງລະຫັດຜ່ານຫຼາຍໆຊຸດບໍ່ໄຫວກໍ່ຕາມ ແຕ່ການຕັ້ງລະຫັດຜ່ານພຽງແຕ່ຊຸດດຽວ ໂດຍນຳໄປໃຊ້ກັບທຸກເວັບໄຊນັ້ນ ເປັນຄວາມຄິດທີ່ຜິດ ຊຶ່ງນອກຈາກຈະບໍ່ປອດໄພແລ້ວ ຍັງສ່ຽງທີ່ຈະຖືກແຮັກທຸກບັນຊີອີກດ້ວຍ ຄວາມເສຍຫາຍສູງໄປກວ່ານັ້ນ ກໍ່ຄື ແຮັກເກີອາດຈະເຂົ້າເຖິງຂໍ້ມູນການເງິນຂອງທ່ານໄດ້. ທາງທີ່ດີຄວນຕັ້ງລະຫັດຜ່ານທີ່ບໍ່ຊ້ຳກັນ ຫຼື ຖ້າຈື່ບໍ່ໄດ້ທັງຫມົດ ກໍ່ຄວນໃຊ້ ໂປຣແກຣມຈັດການລະຫັດຜ່ານ (Password Manager) ເປັນທາງເລືອກໜຶ່ງໃນການຊ່ວຍຈັດການລະຫັດຜ່ານຕ່າງໆ.

5. ເລີ່ມຕົ້ນສຳຮອງຂໍ້ມູນ (Backup)

ງົວຫາຍແລ້ວຈຶ່ງອ້ອມຄອກ ຂອງບໍ່ເສຍບໍ່ຮູ້ສຶກ ຂໍ້ມູນກໍ່ເຊັ່ນດຽວກັນ ຊຶ່ງການສຳຮອງຂໍ້ມູນ (Backup) ຈະຊ່ວຍຫຼຸດຜ່ອນຄວາມເສຍຫາຍໃນການສູນເສຍຂໍ້ມູນໃນຄອມພິວເຕີໃນກໍລະນີທີ່ເກີດເຫດການທີ່ບໍ່ຄາດຄິດຂຶ້ນ ແລະ ຍັງສາມາດກູ້ຄືນຂໍ້ມູນກັບມາໄດ້ທັນທີອີກດ້ວຍ. ດັ່ງນັ້ນ, ເຮົາຈຶ່ງຄວນສຳຮອງຂໍ້ມູນໃນມືຖື ຫຼື ຄອມພິວເຕີໄວ້ເປັນປະຈຳ.

6. ຄິດ ກ່ອນ ຄລິກ ສະເໝີ (Think Before Click!)

ສິ່ງທີ່ຄວບຄູ່ກັນມາກັບອຸປະກອນໄອຊີທີໃນທຸກມື້ນີ້ ກໍ່ຄືການເຊື່ອມຕໍ່ກັບອິນເຕີເນັດ ຫຼັງຈາກນີ້ເປັນຕົ້ນໄປກ່ອນຈະຄລິກລິ້ງໃດໆ ຕ້ອງຄິດກ່ອນຄລິກສະເໝີ ບໍ່ວ່າຈະເປັນລິ້ງທີ່ຄັດຕິດມາກັບອີເມວ ຫຼື ຜ່ານທາງເຄືອຂ່າຍສັງຄົມອອນລາຍ (Social Network) ຕ່າງໆ ທີ່ມີການແຈ້ງມາຍັງຕົວທ່ານ ກ່ຽວກັບ ບັນຊີຖືກລະງັບ ແລະ ຕ້ອງທຳການຢືນຢັນຕົວຕົນອີກຄັ້ງ ໂດຍຈຳເປັນຕ້ອງໃສ່ຂໍ້ມູນ Username ແລະ Password ຫຼື Banner ຂອງເວັບໄຊທີ່ສະແດງຂຶ້ນມາ ເພື່ອໃຫ້ດາວໂຫຼດໂປຣແກຣມເສີມຕ່າງໆ ຫຼື ຂຶ້ນແຈ້ງເຕືອນຄອມພິວເຕີຕິດໄວຣັດ ແລະ ໃຫ້ດາວໂຫລດໂປຣແກຣມແອນຕີ້ໄວຣັດ ເປັນຕົ້ນ. ຖ້າຫາກຫຼົງກົດໃນທັນທີ ຈາກທີ່ຈະໄດ້ໂປຣແກຣມມານຳໃຊ້ ທ່ານອາດຈະໄດ້ຮັບມັນແວ ຫຼື ໂປຣແກຣມປະສົງຮ້າຍ ມາຕິດຕັ້ງທີ່ເຄື່ອງຄອມພິວເຕີຂອງທ່ານແທນ. ດັ່ງນັ້ນ, ຄວນສັງເກດເວລາທ່ອງເວັບໄຊ ຖ້າຫາກມີລິ້ງແປກໆສະແດງຂຶ້ນມາ ກໍ່ໃຫ້ກົດອອກ [X] ເພື່ອອອກຈາກເວັບໄຊດັ່ງກ່າວ ເພາະໝາຍຄວາມວ່າເວັບໄຊທີ່ທ່ານກຳລັງໃຊ້ງານຢູ່ນັ້ນບໍ່ປອດໄພ.

ສຳລັບເປົ້າໝາຍ 6 ຂໍ້ນີ້ ກໍ່ເປັນພຽງສ່ວນໜຶ່ງທີ່ທາງ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ຢາກໃຫ້ບັນດາທ່ານນຳໄປປະຕິບັດໃນການເລີ່ມຕົ້ນປີໃຫມ່ນີ້ ເພື່ອເປັນການເພີ່ມຄວາມປອດໄພທາງໄຊເບີ ແລະ ສາມາດເອົາໄປແນະນຳຄົນອ້ອມຂ້າງຕົວທ່ານ ໃຫ້ຄຳນຶງເຖິງຄວາມປອດໄພໃນການນຳໃຊ້ໄອຊີທີໃນຍຸກດິຈິຕອນ 4.0 ນີ້ ເພື່ອການນຳໃຊ້ອິນເຕີເນັດຢ່າງປອດໄພ ແລະ ຫຼີກຫ່າງອອກຈາກໄພຄຸກຄາມທາງໄຊເບີ.


ເອກະສານອ້າງອີງ:

  1. https://www.catcyfence.com/it-security/article/new-year-resolution-6-security-step

Porher 06 February 2020 7016 reads Print