Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

8 ສັນຍານເຕືອນ ບົ່ງບອກວ່າໂທລະສັບມືຖືຂອງເຮົາສ່ຽງຖືກແຮັກ (Hack)

ປັດຈຸບັນ​ໄພຄຸກ​ຄາມແມ່ນ​ແຜ່ຫຼາຍ ບໍ່​ວ່າ​ຈະ​ເປັນ​ເທິງ​ຄອມພິວເຕີ ​ຫຼື​ ໂທລະສັບມື​ຖື ຊຶ່ງ​ມາ​ໃນ​ຮູບ​ແບບ​ຂອງ​ມັນ​ແວ (Malware)​ ​ແລະ​ ໄວ​ຣັດ (Virus) ​ທີ່​ແຝງ​ຕົວ​ດ້ວຍຫຼາຍຊ່ອງ​ທາງ​ຕ່າງໆ ແລະ ​ເປັນ​ເຄື່ອງ​ມື​ຫຼັກ​ທີ່​ແຮັກ​ເກີ (Hacker) ໃຊ້​ໃນ​ການ​ແຮັກ​ຂໍ້​ມູນ​ຈາກ​ໂທລະສັບມື​ຖື​ຂອງ​ຜູ້​ໃຊ້ ຊຶ່ງ​ຜູ້​ໃຊ້​ອາດ​ບໍ່​ຮູ້​ຕົວ​ເລີຍ​ວ່າ​ຖືກ​ແຮັກ​​ແລ້ວ.

ພວກເຮົາມີຂໍ້ທີ່ຈະແນະນຳຄື 08 ສັນ​ຍານ​ເຕືອນ​ທີ່​ບົ່ງ​ບອກ​ວ່າ ​ໂທລະສັບມື​ຖື​ຂອງ​ເຮົາ​ສ່ຽງ​ຖືກ​ແຮັກ​ ຈາກ​ເວັບ​ໄຊ​ Techworld(1) ມາ​ໃຫ້ທຸກຄົນ​ໄດ້​ອ່ານ​ ເພື່ອປ້ອງກັນໃນການຮັບມື​ກ່ອນທີ່ມັນຈະ​ຖືກ​ແຮັກ ແລະ ​ຖ້າພົບວ່າໂທລະສັບມືຖືຂອງເຮົາ​ຢູ່ໃນ​ພາ​ວະ​ສ່ຽງ​ກໍ່ຄວນ​ຮີບ​ຫາ​ແອັບ​ສະ​ແກນ​ໄວ​ຣັດ, ປ່ຽນ​ລະ​ຫັດ​ຜ່ານ ຫຼື​ ຖ້າ​ເຖິງ​ຂັ້ນ​ຮ້າຍແຮງ​ກໍ່ອາດ​ຕ້ອງ​ລຶບ​ລ້າງ​ຂໍ້​ມູນ​ໃນ​​ໂທລະສັບມື​ຖື​ຂອງ​ເຮົາ​ອອກ​ທັງ​ໝົດ ກ່ອນທີ່ຈະ​ໄປ​ເຖິງ​ມື​ແຮັກ​ເກີ.

1ໂທລະສັບມືຖືຂອງເຮົາໃຊ້​ລະບົບ​ປະຕິບັດການ Android ຫຼື ​ບໍ

ສິ່ງ​ທຳອິດ​ທີ່ຕ້ອງ​ເບິ່ງ​ກ່ອນ ​ວ່າ​​ໂທລະສັບມື​ຖື​ໃຊ້​ລະບົບ​ປະຕິບັດການ​ຫຍັງ ຖ້າ​ເປັນ iPhone ທີ່​ໃຊ້ iOS ນັ້ນ​ຈະ​ມີ​ຄວາມ​ສ່ຽງ​ໃນ​ການ​ຖືກ​ແຮັກໜ້ອຍ​ກວ່າ​ ເພ​​າ​ະ​ບໍ່​ໄດ້​ເປັນ​ລະບົບ​ປະຕິບັດການ​ແບບ Open source ຄືກັບAndroid ຊຶ່ງ​ເປີດ​ໃຫ້​ໃຜໆ ກໍ່​ສາມາດ​ປັບ​ແຕ່ງ​ຕົວ​ລະບົບ​ປະຕິບັດການ​ໄດ້. ເພາະ​ສະ​ນັ້ນ, ​ຖ້າ​​ໂທລະສັບມື​ຖື​ທີ່​ໃຊ້​ຢູ່ ​ເປັນ ລະບົບ Android ແມ່ນໃຫ້ຄຳນຶງໄວ້​ວ່າ ​ອາດຈະມີ​ຄວາມ​ສ່ຽງ​ຕໍ່​ການ​ຖືກ​ແຮັກ​ຫຼາຍກວ່າ.

2ອາການຂອງແບັດ​ເຕີ​ຣີ (Battery) ໝົດ​ໄວ​ກວ່າ​ປົກກະຕິ

ຖ້າ​ຫາກ​ຫຼົງກົດ​ ດາວ​​ໂຫຼດ (Download) ​ແອັບ​ ທີ່​ມີ​ມັນ​ແວ​ມາ​ຕິດ​ຕັ້ງ ມັ​ນ​ກໍ່ຈະ​ເຮັດວຽກ​ແບບ ຢູ່ເບື້ອງຫຼັງ (Background) ຕະຫຼອດ​ເວລາ ເພື່ອ​ເຮັດວຽກ​ຕາມ​ທີ່​ແຮັກ​ເກີ​ຕັ້ງ​ໂປຣ​ແກຣມ​ເອົາ​ໄວ້ ເຮັດໃຫ້​ໃຊ້​ພະລັງ​ງານ​ແບັດ​ເຕີ​ຣີ​ຫຼາຍກວ່າ​ປົກກະຕິ ແລະ​ ມັນ​ກໍ່​ອາດ​ຮ້າຍແຮງ​ຈົນ​ເຖິງ​ຂັ້ນ​ຄວບ​ຄຸມ​ເຄື່ອງ​ໂທລະສັບມື​ຖື​ຂອງ​ເຮົາ​ ຫຼື ​ລັກ​ຂໍ້​ມູນ​ສຳຄັນ​ໄປ​ໄດ້.

3ການນຳໃຊ້​ອິນເຕີເນັດ​ເປືອງ​ຢ່າງຜິດ​ປົກກະຕິ

ຖ້າ​​ປົກກະຕິນໍາ​ໃຊ້ອິນເຕີ​ເນັດເທິງ​​ໂທລະສັບມື​ຖື​ໃນ​ປະລິມານ​ເທົ່າ​ເດີມ​ ແລະ ສ​ະໝ່ຳສະເໝີ ແຕ່​ມາ​ມື້​ໜຶ່ງ ຫາກ​​ພົ​ບວ່າ​ແບນ​ວິດ​ (Bandwidth) ​ອິນ​ເຕີ​ເນັດ​ທີ່​ໃຊ້​ນັ້ນ​ສູງ​ຂຶ້ນ​ຜິດ​ປົກກະຕິ ທັ້ງໆທີ່​ບໍ່​ໄດ້​ໃຊ້​ງານ​ຫຼາຍ​ຂຶ້ນ ກໍ່​ອາດ​ສົງ​ໄສ​ໄດ້​ວ່າ​ມີ​ມັນ​ແວ​ໃນ​ເຄື່ອງ​ທີ່​ແອບ​ລັກສົ່ງ​ຂໍ້​ມູນ​ສຳຄັນ​ໃນ​ເຄື່ອງ​ໂທລະສັບມື​ຖື​ໄປ​ໃຫ້​ແຮັກ​ເກີ​ກໍ່​ເປັນ​ໄດ້.

4. ມີສະ​ແປມ​ຕ່າງໆ (Spam)


ອີກ​ໜຶ່ງ​ຄວາມ​ສ່ຽງ​ຍອດ​ຮິດ ​ທີ່​ອາດ​ເຮັດໃຫ້​ຖືກ​ແຮັກ​ໄດ້​ກໍ່​ຄື ສະ​ແປມ​ຕ່າງໆ ທີ່​ມີ​ໃນ​ຮູບ​ແບບ​ຂອງ​ຂໍ້ຄວາມ SMS ຫຼື ​ອີ​ເມວ ຊຶ່ງ​ມັກ​ຈະ​ມາ​ພ້ອມ​ລິ້ງ (Link) ​​ແລະ ​ຂໍ້ຄວາມ​ເຊີນຊວນ​ຫຼອກ​ໃຫ້​ຄລິກ (Click) ເມື່​ອຄລິກ​ແລ້ວ​ກໍ່ອາດ​ຖືກ​ໄວ​ຣັດ ​ຫຼື​ ມັນ​ແວ​ ຫຼື​ ອາດ​ຫຼອກ​ໃຫ້​ໃສ່​ຂໍ້​ມູນ​ສຳຄັນ ເຊັ່ນ: ຊື່​ບັນ​ຊີ​ ແລະ​ ລະ​ຫັດ​ຜ່ານ ເພ​​າ​ະ​ສະ​ນັ້ນ​ກ່ອນທີ່ຈະກົດ ​(ຄລິກ) ​ລິ້ງ​ໃດໆ ຈະ​ຕ້ອງ​ກວດ​ສອບ​ໃຫ້ໝັ້ນໃຈ​​ກ່ອນ ​ວ່າ​ອີ​ເມວ​ນັ້ນ​​ເຊື່ອໃຈໄດ້ ​ຫຼື ບໍ່? ວ່າເປັນ​ອີ​ເມວ​ທີ່​ບໍລິສັດ​ນັ້ນໆ ສົ່ງ​ມາໃຫ້​ແທ້ໆ ຫຼື ​ເປັນ​ການ​ແອບ​ອ້າງ.

5. ການ​ນຳໃຊ້ Wi-Fi ສາທາລະນະ

ແຮັກ​ເກີອາດ​ສ້າງ Wi-Fi ສາທາລະນະ​ທີ່​ສາມາດ​ເຊື່ອມ​ຕໍ່ ​ແລະ​ ໃຫ້ນໍາໃຊ້​ອິນ​ເຕີເນັດ​ໄດ້​ຟ​ຣີ (Free) ລວມ​ທັງ​ອາດ​ຕັ້ງຊື່ Wi-Fi ໃຫ້​ຄື​ກັບ​ຊື່​ຜູ້​ໃຫ້​ບໍລິການ​ອິນ​ເຕີເນັດ​ຕ່າງໆ ເພື່ອ​ຫຼອກ​ໃຫ້​ຄົນ​ເຂົ້າໄປນຳ​ໃຊ້ ເມື່ອ​ມີ​ການ​ເຊື່ອມ​ຕໍ່ Wi-Fi ແລ້ວ ແຮັກ​ເກີ​ກໍ່​ຈະ​ສາມາດ​ແຮັກ​ລັກ​ຂໍ້​ມູນ​ຕ່າງໆໄດ້ ຫຼື ອາດ​ສັ່ງ​ໃຫ້​​ໂທລະສັບມື​ຖື​ເປີດ​ໜ້າ​ເວັບ​ຂຶ້ນ​ມາ​ເພື່ອ​ຫຼອກ​ໃຫ້​ໃສ່​ຂໍ້​ມູນ​ສຳຄັນ ​ເຊັ່ນ: ລະ​ຫັດ​ຜ່ານ ຈຶ່ງ​ຄວນ​ລະ​ມັດ​ລະ​ວັງ​ທຸກ​ເທື່ອ​ ແລະ ​ບໍ່​ຄວນ​ເຮັດ​ທຸລະກຳທາງການ​ເງິນ​ໃດໆ ໃນ​ຂະນະ​ທີ່​ນໍາໃຊ້ Wi-Fi ສາທາລະນະ.

6. ການ​ເປີດບລູທູດ (Bluetooth) ຖິ້ມປະ​ໄວ້

ການ​ທີ່ໂທລະສັບ​ມື​ຖື​ເປີດ Bluetooth ຖິ້ມປະ​ໄວ້ ​ນັ້ນ​ເປັນ​ການ​ເປີດ​ຊ່ອງ​ທາງໃຫ້​ແຮັກ​ເກີສາມາດ​ແຮັກ​ໂທລະສັບມື​ຖື​ຜ່ານ Bluetooth ຈາກ​ໄລຍະ​​ໄກ​ໄດ້ ລວມ​ທັງ ​ອາດຈະ​ສົ່ງ​ລິ້ງ​ ຫຼື ​ໄຟ​ລ໌ ​ທີ່​ອັນຕະລາຍ​ມາ​ໃຫ້, ​ຖ້າ​ຫາກ​ຫຼົງກົດ​ຮັບ ​ກໍ່​ຈະຕິດ​ໄວຮັດທັນ​ທີ,  ທາ​ງ​ທີ່​ດີ​​ຄວນ​ປິດ Bluetooth ເມື່ອ​ບໍ່​ນຳ​ໃຊ້​ ແລະ ​ຖ້າ​ຫາກ​ພົບວ່າ Bluetooth ເປີດ​ຂຶ້ນ​ເອງ​ທັ້ງໆ ທີ່​ບໍ່​ໄດ້​ກົດ​ເປີດ​ ກໍ່​ອາດ​ເກີດ​ຈາກ​ການ​ຖືກ​ແຮັກ​ໄດ້​ເຊັ່ນ​ກັນ.

7. ມີ Popup ຕ່າງໆ

ໃນເວລາທີ່ເຮົາເປີດການນໍາໃຊ້​​ແອັບ​ ຫຼື ​ທ່ອງ​ເວັບໄຊຢູ່ ​ຖ້າ​ຫາກ​ພົບ Popup ໃດໆ ທີ່​ແຈ້ງ​ວ່າ​ໃຫ້​ອັບ​ເດດ​ຊ໋ອບແວ ຫຼື ​ສະ​ແກນ​ໄວ​ຣັດ ຢ່າ​ຟ້າວຫຼົງ​ເຊື່ອ ເພາະ​ການ​ອັບ​ເດດ​ຊ໋ອບແວ​​ຕາມ​ປົກກະຕິ​ແລ້ວ ​ຈະ​ບໍ່​ມາ​ໃນ​ຮູບ​ແບບ Popup ຄວນ​ຈະ​ມາ​ໃນ​ຮູບ​ແບບ​ແຈ້ງ​ເຕືອນ​ໃຫ້​ອັບ​ເດດ​ຜ່ານ​ທາງ Google Play ເທົ່າ​ນັ້ນ ລວມ​ທັງ Popup ທີ່​ແຈ້ງ​ວ່າ​ ພົບ​ໄວ​ຣັດ​ໃນ​ເຄື່ອງໂທລະສັບມື​ຖື ໃຫ້​ຮີບ​ສະ​ແກນ​ໄວ​ຣັດ​ດ່ວນ ທີ່​ຈິງແລ້ວ​ນັ້ນ​ຄື​ໄວ​ຣັດ.

8. ຕິດຕັ້ງແອັບ​ປອມ

ການ​ຕິດ​ຕັ້ງ​ແອັບ​ນອກຈາກ Google Play ນັ້ນ​ຖື​ວ່າ​ມີ​ຄວາມ​ສ່ຽງສູງ ເພ​​າ​ະ​ບໍ່​ມີ​ການ​ກວດ​ສອບ​ໃດໆ ເຮັດໃຫ້​ອາດຈະ​ພົບ​ແອັບ​ປອມ​ທີ່​ຝັງ​ມັນ​ແວ​​ເອົາ​ໄວ້ ​ກໍ່​ເປັນ​ໄດ້ ແຕ່​ເຖິງ​ແມ່ນ​ຈະ​ເປັນ​ແອັບ​ໃນ Google Play ກໍ່ບໍ່​ຄວນ​ປະ​ໝາດ ຄວນ​ກວດ​ສອບ​ເບິ່ງ​ກ່ອນ​ວ່າ ​ເປັນ​ແອັບຈາກ​ຜູ້​ພັດທະນາ​ທີ່​ໜ້າເຊື່ອ​ຖື​ໄດ້​ ຫຼື ​ບໍ່ ລວມ​ທັງ​ການ​ອ່ານ​ຄຳຄິດເຫັນ​ຂອງ​ແອັບ​ນັ້ນກ່ອນ ຖ້າ​ຫາກ​ພົ​ບວ່າ​ມີ​ແອັບ​ທີ່​ບໍ່​ໜ້າ​ໄວ້​ໃຈ​ໃນ​ເຄື່ອງ​ໂທລະສັບມື​ຖືກໍ່ໃຫ້​ຮີບ​ລຶບ​ຖິ້ມ​ທັນ​ທີ.

ເອກະສານອ້າງອີງ: 

  1. https://www.techworld.com/picture-gallery/security/how-tell-if-your-phone-is-being-hacked-3663713/
  2. https://mobile.kapook.com/view5479.html

Porher 14 July 2020 2386 reads Print