Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

HTTP ແລະ HTTPS ແມ່ນຫຍັງ ແລະ ແຕກຕ່າງກັນແນວໃດ?

HTTP ແລະ HTTPS ແມ່ນ​ຫຍັງ ແລະ ແຕກ​ຕ່າງ​ກັນ​ແນວໃດ?

ຄວາມ​ປອດ​ໄພ​ເທິງ​ໂລກອອນ​ລາຍ​ເປັນ​ເລື່ອງ​ທີ່​ຜູ້​ໃຊ້​ງານ​ໃຫ້​ຄວາມ​ສຳຄັນຫຼາຍ ໂດຍ​ສະເພາະ​ກັບ​ຂໍ້​ມູນ​ສ່ວນ​ຕົວ ແລະ​ ຂໍ້​ມູນ​ດ້ານ​ການ​ຊຳ​ລະ​ເງິນ ຊຶ່ງ HTTP ແລະ HTTPS ເປັນ​ຕົວ​ປ່ຽນສຳຄັນ​ຢ່າງ​ໜຶ່ງ​ດ້ານ​ຄວາມ​ປອດ​ໄພ.

          ຜູ້​ທີ່​ໃຊ້​ບໍລິການ​ອິນເຕີເນັດ​ອາດຈະ​ເຄີຍພົບ​ກັບ​ບັນຫາ​ດ້ານ​ຄວາມ​ປອດໄ​ພແມ່ນບໍ? ບາງ​ເວັບ​ໄຊ​ເປີດຂຶ້ນມາ​ຈະພົບ​ກັບ​​ໜ້າ​ຈໍ​ທີ່​ມີ​ເສັ້ນ​ສີ​ແດງ​ພ້ອມການ​ແຈ້ງ​ເຕືອນ “ເວັບ​ໄຊ​​ນີ້​ບໍ່​ສາມາດ​ໃຫ້​ການ​ເຊື່ອມ​ຕໍ່​ທີ່​ປອດໄ​ພ” ຫຼື ​ຂໍ້ຄວາມ​ອື່ນ​ໆ ທີ່​ບໍ່​ສາມາດ​ເຮັດໃຫ້​ເຂົ້າ​ເຖິງ​ເວັບ​ໄຊ​​ໄດ້ ຫຼື ​ບາງ​ເວັບ​ໄຊໃນ​ແຖບ URL ຈະ​ພົບ​ຂໍ້ຄວາມ Not Secure ຫຼື​ ບໍ່​ປອດໄ​ພ​ ຊຶ່ງເຮັດໃຫ້​ບັນດາ​ຜູ້​ໃຊ້​ງານເກີດມີຄວາມກັງວົນ.

          ສັງເກດ​ເຫັນໄດ້​ວ່າ​ເວັບ​ໄຊ​​ທີ່​ບໍ່​ປອດໄ​ພ​ຈະ​ຂຶ້ນ​ຕົ້ນ​ດ້ວຍ HTTP ເທົ່ານັ້ນ​ ສ່ວນ​ເວັບ​ໄຊ​ທີ່​ປອດໄ​ພ​ຈະ​ເປັນ​ການ​ໃຊ້​ງານ HTTPS, ສາ​ເຫດ ແມ່ນ​ມາ​ຈາກ​ລະບົບ​ຄວາມ​ປອດ​ໄພ​ຂອງ​ເວັບ​ໄຊ​​ຕ່າງໆ ຊຶ່ງ​ທັງ​ສອງ​ຢ່າງ​ນີ້​ ມີຄວາມແຕກຕ່າງ​ກັນ ​ດັ່ງລຸ່ມນີ້

          HTTP (Hypertext Transport Protocol) ເປັນ​ໂປຣໂຕ​ຄອນ​ສຳລັບການ​ສື່​ສານ ​ຈະ​ໃຊ້​ເມື່ອ​ເປີດ​ໂປຣ​ແກຣມ​ເທິງ​ບ​ຣາ​ວ​​ເຊີ ເຊັ່ນ: Chrome, Firefox, Internet Explorer ເພື່ອ​ເປີດ​ເບິ່ງ​ຂໍ້​ມູນ​ ຫຼື ​ເວັບ​ໄຊຕ່າງໆ ບ​ຣາ​ວ​​ເຊີ​ຈະ​ໃຊ້ HTTP ເປັນ​ຕົວ​ຮຽກ​ໃຫ້​ເ​ຊີ​​ເວີສົ່ງ​ຂໍ້​ມູນ​ມາ​ໃຫ້​ເພື່ອ​ສະແດງ​ຜົ​ນ​ເທິງໜ້າ​ຈໍ​ໄດ້​ຢ່າງ​ຖືກ​ຕ້ອງ ໂດຍ​ເປັນ​ການ​ສົ່ງ​ຂໍ້​ມູນ​ແບບ Clear text ບໍ່​ໄດ້​ມີການ​ເຂົ້າ​ລະ​ຫັດ ເຮັດໃຫ້​ສາມາດ​ຖືກ​ດັກ​ຈັບ​ ແລະ​ ອ່ານ​ຂໍ້​ມູນ​ໄດ້​ງ່າຍ.

        HTTPS (Hypertext Transfer Protocol over Secure Socket Layer ຫຼື Http over SSL) ຄື​ການ​ເພີ່ມ S ຫຼື Secure ເຂົ້າ​ມາ ເພື່ອ​ເພີ່ມ​ຄວາມ​ປອດໄ​ພໃຫ້​ຫຼາຍ​ຂຶ້ນ ໂດຍ HTTPS ຈະ​ເປັນ ໂປຣໂຕ​ຄອນ​​ທີ່​ມີການເຂົ້າ​ລະຫັດ​ໃນ​ການ​ສື່​ສານ ໂດຍ​ໃຊ້ Asymmetric Algorithm ຊຶ່ງ​ຫາກ​ມີ​ການ​ດັກ​ຈັບ​ຂໍ້​ມູນ​ກໍ່​ບໍ່ສາມາດອ່ານ​ໄດ້ ເຊັ່ນ​ ເຮົາ​ໃສ່​ລະ​ຫັດ 12345678 ອັນ​ກໍ​ຣີ​ທຶມ​ຈະ​ປ່ຽນ​ເປັນ XsR7o/86 ​ເຮັດໃຫ້​ຜູ້​ບໍ່​ຫວັງ​ດີ​ບໍ່ສາມາດເຂົ້າ​ເຖິງ​ຂໍ້​ມູນ​ຂອງ​ເຮົາ​​ໄດ້​ ຊຶ່ງ​ຜູ້​ທີ່​ຈະສາມາດ​ອ່ານ​ຂໍ້​ມູນ​ໄດ້​ນັ້ນ​ຈະ​ມີ​ພຽງ​ຜູ້​ສົ່ງ ​ແລະ ​ຜູ້​ຮັບ​ປາຍ​ທາງ​ເທົ່າ​ນັ້ນ ເຮັດໃຫ້​ນິຍົມ​ໃຊ້​ກັບ​ເວັບ​ໄຊ​​ທີ່​ຕ້ອງ​ການ​ຄວາມ​ປອດໄ​ພ​ສູງ​ເຊັ່ນ: ​ທະ​ນາ​ຄານ, ເວັບ​ທີ່​ໃຊ້​ບັດ​ເຄຣ​ດິດ, ລວມເຖິງ​ຮ້ານ​ຄ້າ​ອອນ​ລາຍ.

          ​ປັດຈຸບັນ​ ຜູ້​ປະກອບ​ການ​ເລີ່ມ​ນິຍົມ​ຕິດ​ຕັ້ງ​ໃບ​ຮັບຮອງ​ຄວາມ​ປອດ​ໄພ SSL Certificate ໃຫ້​ກັບ​ເວັບ​ໄຊຫຼາຍ​ຂຶ້ນ ຊຶ່ງ​ຂໍ້​ດີ​ຂອງ HTTPS ມີ​ດັ່ງ​ນີ້:

  1. ເພີ່ມ​ຄວາມ​ປອດໄ​ພ​ໃຫ້​ຜູ້​ໃຊ້​ງານ
  2. ສ້າງ​ຄວາມ​ໜ້າ​ເຊື່ອ​ຖື​ໃຫ້​ກັບ​ເວັບ​ໄຊ​ ​ແລະ ​ທຸລະກິດ
  3. ຄະ​ແນນ​ອັນ​ດັບ SEO(Search Engine Optimization) ດີ​ຂຶ້ນ
  4. ມີຄຸນສົມບັດຂອງ html ຫຼາຍກ່ວາການໃຊ້ HTTP
  5. ປ້ອງ​ກັນ​ການ​ຖືກ​ໂຈມ​ຕີ​ຈາກ​ຜູ້​ບໍ່​ຫວັງ​ດີ

ເອກະສານອ້າງອີງ:

  1. https://www.instantssl.com/ssl-certificate-products/https.html
  2. https://www.dharmniti.co.th/https/

Porher 10 March 2020 1463 reads Print