StopNCII.org: ເຄື່ອງມືຊ່ວຍປົກປ້ອງຜູ້ຖືກລ່ວງລະເມີດຮູບພາບສ່ວນຕົວອອນລາຍ

ການພັດທະນາຂອງອິນເຕີເນັດ ແລະ ສື່ສັງຄົມອອນລາຍໄດ້ສ້າງໂອກາດໃຫ້ຄົນເຮົາສາມາດສື່ສານ ແລະ ແລກປ່ຽນຂໍ້ມູນໄດ້ງ່າຍຂຶ້ນ. ແຕ່ພ້ອມກັນນັ້ນ, ກໍ່ໄດ້ເກີດມີຮູບແບບຂອງການລ່ວງລະເມີດອອນລາຍໃໝ່ໆຂຶ້ນ ຊຶ່ງໜຶ່ງໃນບັນຫາທີ່ຮ້າຍແຮງຄື: ການເຜີຍແຜ່ຮູບພາບສ່ວນຕົວໂດຍບໍ່ໄດ້ຮັບອະນຸຍາດ (Non-Consensual Intimate Images – NCII) ຫຼື ທີ່ມັກເອີ້ນວ່າ “revenge ****” ເຊິ່ງແມ່ນການນຳຮູບພາບສ່ວນຕົວ ຫຼື ຮູບພາບທີ່ເປັນຄວາມລັບມາເຜີຍແຜ່ໃນອິນເຕີເນັດໂດຍບໍ່ຮັບການຍິນຍອມຈາກເຈົ້າຂອງຮຸບພາບ.
ພຶດຕິກໍາແບບນີ້ສ້າງຜົນກະທົບຢ່າງຮ້າຍແຮງຕໍ່ຜູ້ຖືກເຄາະຮ້າຍ ທັງດ້ານ ຈິດໃຈ, ສັງຄົມ ແລະ ວຽກງານ. ເພື່ອຊ່ວຍແກ້ໄຂບັນຫານີ້, ຈຶ່ງມີການພັດທະນາເຄື່ອງມືອອນລາຍລະດັບສາກົນຊື່ StopNCII.org ເພື່ອຊ່ວຍປົກປ້ອງຜູ້ຖືກເຄາະຮ້າຍຈາກການເຜີຍແຜ່ຮູບພາບສ່ວນຕົວ.
StopNCII.org ແມ່ນຫຍັງ?
StopNCII.org ແມ່ນເຄື່ອງມືອອນລາຍຟຣີ ທີ່ຊ່ວຍໃຫ້ທຸກຄົນສາມາດປົກປ້ອງຮູບພາບ ຫຼື ວິດີໂອສ່ວນຕົວຂອງຕົນ ບໍ່ໃຫ້ຖືກນຳໄປເຜີຍແຜ່ໃນອິນເຕີເນັດ. ເຄື່ອງມືນີ້ເປີດໃຫ້ຜູ້ທີ່ກັງວົນວ່າຮູບພາບສ່ວນຕົວອາດຈະຖືກເຜີຍແຜ່ ສາມາດດຳເນີນການປ້ອງກັນໄດ້ລ່ວງໜ້າ.
StopNCII.org ເຮັດວຽກແນວໃດ?
ລະບົບຂອງ StopNCII.org ໃຊ້ເຕັກໂນໂລຊີທີ່ເອີ້ນວ່າ Image Hashing ເພື່ອສ້າງ “ລາຍນິ້ວມືດິຈິຕອນ” ຂອງຮູບພາບ ຫຼື ວິດີໂອ. ລາຍນິ້ວມືນີ້ຊ່ວຍໃຫ້ແພລດຟອມອອນລາຍສາມາດກວດພົບ ແລະ ປ້ອງກັນການອັບໂຫຼດເນື້ອຫາດັ່ງກ່າວ.
ຂັ້ນຕອນເຮັດວຽກໂດຍຫຍໍ້ມີດັ່ງນີ້:
- ຜູ້ໃຊ້ເລືອກຮູບພາບ ຫຼື ວິດີໂອສ່ວນຕົວຢູ່ໃນອຸປະກອນຂອງຕົນ;
- ລະບົບຈະສ້າງ ລາຍນິ້ວມືດິຈິຕອນ (Hash) ຂອງຟາຍນັ້ນ;
- ຮູບພາບຕົ້ນສະບັບຈະ ບໍ່ຖືກອັບໂຫຼດ ຫຼື ເກັບໄວ້ ໃນລະບົບ;
- Hash ຈະຖືກແບ່ງປັນໃຫ້ກັບແພລດຟອມອອນລາຍທີ່ຮ່ວມມື;
- ຖ້າມີຜູ້ພະຍາຍາມອັບໂຫຼດຮູບພາບດຽວກັນ ລະບົບຈະກວດພົບ ແລະ ປ້ອງກັນການເຜີຍແຜ່.
ເປັນຫຍັງເຄື່ອງມືນີ້ຈຶ່ງສຳຄັນ?
ຜູ້ຖືກເຄາະຮ້າຍຈາກການເຜີຍແຜ່ຮູບພາບສ່ວນຕົວ ມັກພົບກັບຄວາມຫຍຸ້ງຍາກໃນການນຳຮູບພາບເຫຼົ່ານັ້ນອອກຈາກອິນເຕີເນັດ. StopNCII.org ຊ່ວຍຫຼຸດຜ່ອນການເຜີຍແຜ່ໃນວົງກວ້າງຂອງຮູບພາບ ແລະ ໃຫ້ຜູ້ຖືກເຄາະຮ້າຍມີການຄວບຄຸມຂໍ້ມູນສ່ວນຕົວຂອງຕົນຫຼາຍຂຶ້ນ.
ຂໍ້ແນະນຳເພື່ອຄວາມປອດໄພອອນລາຍ
- ບໍ່ຄວນເຜີຍແຜ່ຮູບພາບສ່ວນຕົວຂອງຜູ້ອື່ນໂດຍບໍ່ໄດ້ຮັບການຍິນຍອມ;
- ຖ້າມີການຂົ່ມຂູ່ຈະເຜີຍແຜ່ຮູບພາບສ່ວນຕົວ ຄວນຂໍຄວາມຊ່ວຍເຫຼືອທັນທີ;
- ໃຊ້ເຄື່ອງມືທີ່ໜ້າເຊື່ອຖື ເຊັ່ນ: StopNCII.org ເພື່ອປ້ອງກັນການແຜ່ກະຈາຍຮູບພາບ;
- ແຈ້ງລາຍງານພຶດຕິກຳການລ່ວງລະເມີດໃຫ້ແພລດຟອມອອນລາຍ ຫຼື ໜ່ວຍງານທີ່ກ່ຽວຂ້ອງ.
ສະຫຼຸບ:
ການເຜີຍແຜ່ຮູບພາບສ່ວນຕົວໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຮູບແບບໜຶ່ງຂອງການລ່ວງລະເມີດທາງອອນລາຍທີ່ຮ້າຍແຮງ. ການຮູ້ທັນບັນຫາ ແລະ ການນຳໃຊ້ເຄື່ອງມື ເຊັ່ນ: StopNCII.org ຈະຊ່ວຍປົກປ້ອງຄວາມເປັນສ່ວນຕົວ ແລະ ຫຼຸດຜ່ອນການເຜີຍແຜ່ໃນວົງກວ້າງຂອງເນື້ອຫາທີ່ອັນຕະລາຍໃນອິນເຕີເນັດ.
ເອກະສານອ້າງອີງ:
- https://stopncii.org/
- https://www.itv.com/news/2024-11-26/over-1m-intimate-images-now-protected-from-being-shared-around-online
- https://swgfl.org.uk/helplines/stopncii
- https://www.csrindia.org/non-consensual-sharing-of-intimate-images
- https://downloads.regulations.gov/NIST-2023-0009-0063/attachment_1.pdf
Meesaisak 20 March 2026 133 reads
Print