Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ການນຳ AI ມາປັບໃຊ້ກັບຄວາມປອດໄພທາງໄຊເບີ




ການນຳ AI ມາປັບໃຊ້ກັບຄວາມປອດໄພທາງໄຊເບີ ໝາຍເຖິງ ການນຳເອົາເຕັກໂນໂລຊີ AI ມາໃຊ້ເພື່ອ ເພີ່ມປະສິດທິຜົນໃນການ ປ້ອງກັນ, ການກວດຈັບ, ການຮັບມື ແລະ ການເພີ່ມຄວາມຢືດຢຸ່ນຂອງລະບົບ ຕໍ່ໄພຄຸກຄາມທາງໄຊເບີ, ຊຶ່ງສາມາດນໍາມາປັບໃຊ້ໄດ້ຫຼາຍຮູບແບບຄື:

  1. ການກວດຈັບໄພຄຸກຄາມ ແລະ ການຕິດຕາມກວດກາ

AI ຊ່ວຍເສີມສ້າງຄວາມປອດໄພທາງໄຊເບີ ໂດຍການກວດສອບ ລະບົບ, ເຄືອຂ່າຍ ແລະ ແອັບພິເຄຊັ່ນ ໄດ້ຢ່າງຕໍ່ເນື່ອງ ແລະ ທັນເຫດການ (Real-time). ການນຳເອົາ Machine Learning ແລະ ການວິເຄາະພຶດຕິກຳມາໃຊ້ ເຮັດໃຫ້ AI ສາມາດກວດພົບພຶດຕິກຳຜິດປົກກະຕິ ແລະ ໄພຄຸກຄາມໃໝ່ໆ ທີ່ລະບົບແບບເກົ່າບໍ່ສາມາດກວດພົບໄດ້.

AI ສາມາດວິເຄາະຂໍ້ມູນຈຳນວນຫຼາຍໄດ້ໄວກວ່າມະນຸດ:

  • ກວດຈັບພຶດຕິກຳຜິດປົກກະຕິໃນເຄືອຂ່າຍ;
  • ກວດພົບ malware, ransomware ແລະ zero-day attacks;
  • ຕິດຕາມກວດກາ logs, ການຈະລາຈອນຂໍ້ມູນ ແລະ endpoints ແບບເຫດການ (real-time);
  • ຫຼຸດຜ່ອນ false positives ເມື່ອທຽບກັບລະບົບຕາມກົດເກນແບບເກົ່າ.

ຕົວຢ່າງ: ລະບົບ SIEM ແລະ SOC ທີ່ໃຊ້ AI ສາມາດແຈ້ງເຕືອນກິດຈະກຳທີ່ໜ້າສົງໄສໄດ້ອັດຕະໂນມັດ.

ປະໂຫຍດທີ່ໄດ້ຮັບ: ການແຈ້ງເຕືອນໄດ້ໄວຂຶ້ນ, ການກວດພົບໄພຄຸກຄາມໄດ້ທັນເວລາ, ການສັງເກດເຫັນໄພຄຸກຄາມທາງໄຊເບີໄດ້ຊັດເຈນຂຶ້ນ.

  1. ການຕອບໂຕ້ກັບເຫດການສຸກເສີນທາງໄຊເບີ ແລະ ການເຮັດວຽກອັດຕະໂນມັດ

AI ສາມາດຊ່ວຍປັບປຸງການຮັບມືເຫດການສຸກເສີນທາງໄຊເບີ ໂດຍການຈັດລຳດັບຄວາມສຳຄັນຂອງເຫດການ, ແນະນຳມາດຕະການຮັບມື ແລະ ດຳເນີນການຕອບໂຕ້ຕາມແຜນ (playbook) ໂດຍອັດຕະໂນມັດ. ຊ່ວຍຫຼຸດຜ່ອນເວລາການຕອບໂຕ້ ແລະ ຄວາມຜິດພາດຈາກມະນຸດ.

AI ຊ່ວຍໃຫ້ອົງກອນສາມາດຮັບມືກັບເຫດການສຸກເສີນໄດ້ ໄວ ແລະ ມີຄວາມສະຫຼາດຫຼາຍຂຶ້ນ:

  • ຈັດລຳດັບຄວາມສຳຄັນຂອງແຈ້ງເຕືອນແບບອັດຕະໂນມັດ;
  • ຄູ່ມືການຮັບມືກັບເຫດການສຸກເສີນທາງໄຊເບີ ທີ່ຂັບເຄື່ອນໂດຍ AI;
  • ຄາດຄະເນຜົນກະທົບ ແລະ ແນະນຳວິທີການຮັບມື;
  • ເລັ່ງການຄວບຄຸມ ແລະ ການຟື້ນຟູລະບົບ.

ຕົວຢ່າງ: ແພັດຟອມ SOAR ໃຊ້ AI ໃນການແຍກລະບົບທີ່ຕິດເຊື້ອ (Infected) ອອກໂດຍອັດຕະໂນມັດ.

ປະໂຫຍດທີ່ໄດ້ຮັບ: ການຄວບຄຸມສະຖານະການໄດ້ຢ່າງວ່ອງໄວ, ເພີ່ມຄວາມພ້ອມຮັບມືຂອງລະບົບ.

  1. ການວິເຄາະ ແລະ ການຄາດຄະເນ ໄພຄຸກຄາມທາງໄຊເບີ

AI ຊ່ວຍວິເຄາະຂໍ້ມູນຈາກຫຼາຍແຫຼ່ງ ເຊັ່ນ: ຖານຂໍ້ມູນໄພຄຸກຄາມ, ເວັບມືດ ( Dark Web ) ແລະ ປະຫວັດການໂຈມຕີໃນອະດີດ. AI ສາມາດຊ່ວຍຄາດຄະເນໄພຄຸກຄາມໃໝ່ໆ ແລະ ສະໜັບສະໜູນການປ້ອງກັນລ່ວງໜ້າ.

AI ຊ່ວຍຍົກລະດັບຄຸນນະພາບຂອງຂໍ້ມູນຂ່າວສານໄພຄຸກຄາມທາງໄຊເບີ:

  • ວິເຄາະຂໍ້ມູນໄພຄຸກຄາມທົ່ວໂລກ ແລະ ພຶດຕິກຳຂອງຜູ້ໂຈມຕີ;
  • ຄາດຄະເນໄພຄຸກຄາມໃໝ່ ແລະ ຮູບແບບການໂຈມຕີ;
  • ເຊື່ອມໂຍງ Indicators of Compromise (IOCs);
  • ເສີມສ້າງລະບົບເຕືອນໄພລ່ວງໜ້າໃນລະດັບຊາດ ແລະ ຂະແໜງການ.

 

ຕົວຢ່າງ: ແບບຈຳລອງ AI ທີ່ຄາດຄະເນແນວໂນ້ມການໂຈມຕີດ້ວຍ ransomware ທີ່ມີເປົ້າໝາຍຫາໂຄງສ້າງພື້ນຖານສຳຄັນ.

ປະໂຫຍດທີ່ໄດ້ຮັບ: ການຮູ້ເທົ່າທັນໄພຄຸກຄາມ, ການປ້ອງກັນແບບລ່ວງໜ້າ.

  1. ການຈັດການຊ່ອງໂຫວ່

AI ຊ່ວຍຈັດລຳດັບຊ່ອງໂຫວ່ດ້ານຄວາມປອດໄພໄຊເບີ ໂດຍອີງໃສ່ຄວາມເປັນໄປໄດ້ໃນການຖືກໂຈມຕີ ແທນທີ່ຈະເບິ່ງແຕ່ຄວາມຮຸນແຮງ. ຊ່ວຍໃຫ້ການແກ້ໄຂຊ່ອງໂຫວ່ມີປະສິດທິຜົນຫຼາຍຂຶ້ນ.

AI ຊ່ວຍເສີມສ້າງການປ້ອງກັນແບບ Proactive:

  • ຈັດລຳດັບຄວາມສໍາຄັນຂອງຊ່ອງໂຫວ່ຕາມຄວາມສ່ຽງ ບໍ່ແມ່ນພຽງແຕ່ຄວາມຮ້າຍແຮງ;
  • ຄາດຄະເນຊ່ອງໂຫວ່ທີ່ມີແນວໂນ້ມຈະຖືກນຳໄປໃຊ້ໃນການໂຈມຕີ;
  • ປັບປຸງການຕັດສິນໃຈໃນການ patch ລະບົບ.

ຕົວຢ່າງ: AI ຈັດອັນດັບ CVEs ຕາມຄວາມເປັນໄປໄດ້ໃນການຖືກໂຈມຕີຈິງ.

ປະໂຫຍດທີ່ໄດ້ຮັບ: ການຕັດສິນໃຈໂດຍອີງໃສ່ຄວາມສ່ຽງ ແລະ ການປົກປ້ອງລະບົບສຳຄັນທີ່ດີຂຶ້ນ.

  1. ພຶດຕິກຳຜູ້ໃຊ້ ແລະ ການກວດຈັບໄພຄຸກຄາມຈາກບຸກຄົນພາຍໃນ

AI ສາມາດກວດພົບໄພຄຸກຄາມຈາກພາຍໃນ ໂດຍການວິເຄາະພຶດຕິກຳຂອງຜູ້ໃຊ້ ເຊັ່ນ: ການເຂົ້າເຖິງຂໍ້ມູນຜິດປົກກະຕິ ຫຼື ການໃຊ້ສິດເກີນຂອບເຂດ.

AI ຊ່ວຍລະບຸຄວາມສ່ຽງຈາກຜູ້ໃຊ້ທີ່ຖືກຄວບຄຸມ ຫຼື ມີເຈດຕະນາຮ້າຍ:

  • ກວດຈັບພຶດຕິກໍາການເຂົ້າລະບົບທີ່ຜິດປົກກະຕິ;
  • ຕິດຕາມຮູບແບບການເຂົ້າເຖິງ ແລະ ການໃຊ້ສິດໃນທາງທີ່ຜິດ;
  • ກວດຈັບໄພຄຸກຄາມຈາກພາຍໃນໄດ້ໄວ.

ຕົວຢ່າງ: ລະບົບ UEBA (User and Entity Behavior Analytics).

ປະໂຫຍດທີ່ໄດ້ຮັບ: ການກວດພົບໄພຄຸກຄາມພາຍໃນໄດ້ໄວ, ການຫຼຸດຜ່ອນຄວາມສ່ຽງຈາກບຸກຄົນ.

  1. AI ສຳລັບການເສີມສ້າງຄວາມຮູ້ ແລະ ການຝຶກອົບຮົມ

AI ຊ່ວຍພັດທະນາໂຄງການຝຶກອົບຮົມໃຫ້ເໝາະກັບຜູ້ຮຽນແຕ່ລະຄົນ, ຈຳລອງການໂຈມຕີ phishing ແລະ ໃຫ້ຄຳແນະນຳດ້ານຄວາມປອດໄພໄດ້ທັນທີ.

AI ສາມາດສົ່ງເສີມການພັດທະນາຄວາມອາດສາມາດຂອງມະນຸດ:

  • ການຝຶກອົບຮົມດ້ານຄວາມປອດໄພໄຊເບີແບບສະເພາະບຸກຄົນ;
  • Chatbot AI ເພື່ອການສ້າງຄວາມຮັບຮູ້ດ້ານຄວາມປອດໄພ;
  • ການຈຳລອງແຄມເປນການຫຼອກລວງ (Phishing Campaigns) ໂດຍໃຊ້ AI;
  • ການພັດທະນາທັກສະສຳລັບນັກວິເຄາະ SOC.

ຕົວຢ່າງ: ການຈຳລອງການຫຼອກລວງ (Phishing) ທີ່ສ້າງໂດຍ AI ເພື່ອຝຶກອົບຮົມພະນັກງານ.

ປະໂຫຍດທີ່ໄດ້ຮັບ: ການສ້າງວັດທະນະທຳດ້ານຄວາມປອດໄພ, ເສີມສ້າງທັກສະມະນຸດ.

  1. ຄວາມປອດໄພຂອງລະບົບ AI (AI Security)

ລະບົບ AI ຕ້ອງໄດ້ຮັບການປົກປ້ອງເຊັ່ນດຽວກັນ, ເພື່ອປ້ອງກັນການບິດເບືອນຂໍ້ມູນ, ການໂຈມຕີຕໍ່ແບບຈຳລອງ AI ແລະ ຮັບປະກັນຄວາມໂປ່ງໃສໃນການຕັດສິນໃຈ.

ການນຳ AI ມາໃຊ້ ຈຳເປັນຕ້ອງປົກປ້ອງ AI ເຊັ່ນກັນ:

  • ປ້ອງກັນ AI ຈາກການໂຈມຕີຂໍ້ມູນ (Data poisoning);
  • ປົກປ້ອງຂໍ້ມູນການຝຶກ ແລະ ແບບຈຳລອງ;
  • ຕິດຕາມການຕັດສິນໃຈຂອງ AI ເພື່ອປ້ອງກັນອະຄະຕິ ແລະ ການບິດເບືອນ;
  • ນຳນະໂຍບາຍ AI ທີ່ມີຈັນຍາບັນມາໃຊ້.

ປະເດັນສຳຄັນ: AI ຕ້ອງມີຄວາມປອດໄພ, ສາມາດອະທິບາຍໄດ້ ແລະ ເຊື່ອຖືໄດ້

ປະໂຫຍດທີ່ໄດ້ຮັບ: AI ທີ່ໜ້າເຊື່ອຖື, ປອດໄພ ແລະ ໃຊ້ໄດ້ຢ່າງຍືນຍົງ.

  1. ການຄຸ້ມຄອງ, ນະໂຍບາຍ ແລະ ຍຸດທະສາດແຫ່ງຊາດ

ການນຳ AI ມາໃຊ້ໃນຄວາມປອດໄພທາງໄຊເບີ ຈຳເປັນຕ້ອງມີກອບນະໂຍບາຍ, ກົດໝາຍ ແລະ ມາດຕະຖານທີ່ຊັດເຈນ. ລັດຖະບານຄວນສົ່ງເສີມການ ຄົ້ນຄວ້າ ແລະ ພັດທະນາ ລວມທັງການຄວາມຮ່ວມມືລະດັບພາກພື້ນ ແລະ ສາກົນ.

ໃນລະດັບຊາດ, ການນຳ AI ມາໃຊ້ຈຳເປັນຕ້ອງມີ:

  • ກອບກົດໝາຍ ແລະ ລະບຽບການ;
  • ນະໂຍບາຍບໍລິຫານຄວາມສ່ຽງຂອງ AI;
  • ມາດຕະຖານການນຳ AI ມາໃຊ້ໃນດ້ານຄວາມປອດໄພໄຊເບີ;
  • ການສ້າງຂີດຄວາມສາມາດ ແລະ ການຮ່ວມມືດ້ານການຄົ້ນຄວ້າວິໄຈ.

ຄວາມສຳຄັນຕໍ່ຍຸດທະສາດແຫ່ງຊາດ: AI ຊ່ວຍເສີມສ້າງຄວາມຢືດຢຸ່ນດ້ານຄວາມປອດໄພໄຊເບີໃນໄລຍະຍາວ ແລະ ຄວາມເຊື່ອຖືດ້ານດິຈິຕອນແຫ່ງຊາດ.

ປະໂຫຍດທີ່ໄດ້ຮັບ: ການນຳ AI ມາໃຊ້ໃນດ້ານຄວາມປອດໄພທາງໄຊເບີຢ່າງມີແນວທາງ ແລະ ຖືກຕ້ອງຕາມກົດໝາຍ.

ສະຫຼຸບ:

AI ຊ່ວຍຍົກລະດັບຄວາມປອດໄພທາງໄຊເບີ ໂດຍການກວດຈັບໄພຄຸກຄາມໄດ້ໄວຂຶ້ນ, ການຕອບໂຕ້ເຫດສຸກເສີນທີ່ສະຫຼາດຂຶ້ນ, ປັບປຸງຂໍ້ມູນເຊີງເລິກດ້ານໄພຄຸກຄາມ (Threat Intelligence) ແລະ ການບໍລິຫານຈັດການຄວາມສ່ຽງຢ່າງມີປະສິດທິພາບຫຼາຍກວ່າເກົ່າ ພ້ອມກັບການຄຸ້ມຄອງທີ່ເຂັ້ມແຂງ ເພື່ອໃຫ້ AI ມີຄວາມປອດໄພ ແລະ ເຊື່ອຖືໄດ້.

Meesaisak 17 March 2026 70 reads Print